ບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມແບບສະໝັກໃຈ

ບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມແບບສະໝັກໃຈ
ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ(1 ກຸມພາ 1956 - 1 ກຸມພາ 2022)ເພື່ອເຮັດໃຫ້ງານດັ່ງກ່າວ ມີຄວາມໝາຍ ແລະເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ.ສູນກາງສະຫະພັນກຳມະບານລາວ ຮ່ວມກັບ ສູນບໍລິຈາກເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມແບບສະໝັກໃຈໂດຍບໍ່ໄດ້ຮຽກຮ້ອງສິ່ງຕອບແທນຂຶ້ນໃນວັນທີ 30ມັງກອນນີ້ທີ່ສູນກາງສະຫະພັນກຳມະບານລາວເປັນກຽດເຂົ້າຮ່ວມພິທິມີ ທ່ານ ເລັດໄຊຍະພອນປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທ່ານ ສິງເມໂນລາດຮອງປະທານອົງການກາແດງແຫ່ງຊາດລາວມີບັນດາ ພະນັກງານພາຍໃນສູນກາງສະຫະພັນກຳມະບານລາວ ແລະ ສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫຼວງວຽງຈັນເຂົ້າຮ່ວມ.
 ທ່ານ ພອນສານວິໄຊເມັ້ງຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຂຶ້ນກ່າວເປີດງານບໍລິຈາກເລືອດ ຢ່າງເປັນທາງການວ່າ: ໃນການບໍລິຈາກເລື້ອດ ເພື່ອຊ່ວຍເຫຼືອສັງຄົມແບບສະໝັກໃຈ ໂດຍບໍ່ໄດ້ຮຽກຮ້ອງສິ່ງຕອບແທນ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ (ວັນທີ1 ກຸມພາ 1956- 1 ກຸມພາ 2022) ທີ່ໃກ້ຈະມາເຖິງນີ້,ສູນກາງສະຫະພັນກຳມະບານລາວ ຈຶ່ງໄດ້ສົມທົບກັບສູນບໍລິຈາກເລືອດແຫ່ງຊາດ ອົງການກາແດງລາວ ປຸກລະດົມສ້າງຂະບວນການ ບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ, ກໍຍ້ອນເຫັນຄວາມສຳຄັນຂອງການໃຫ້ເລືອດ, ເລືອດກໍບໍ່ມີບໍລິສັດໃດ ຫຼືບຸກຄົນໃດຜະລິດໄດ້ ມີແຕ່ຄົນເຮົາເທົ່ານັ້ນທີ່ຈະເອົາເລືອດອອກ ເພື່ອຊ່ວຍເຫຼືອຊຶ່ງກັນແລະກັນໄດ້, ໃຫ້ແກ່ຜູ້ປ່ວຍ, ເຈັບເປັນຂາດເລືອດ, ການຜ່າຕັດ, ການເກີດອຸບັດເຫດ ແລະ ອື່ນໆ ຄວາມຕ້ອງການເລືອດ ເພື່ອຊ່ວຍກອບກູ້ເອົາຊີວິດຄົນ ໃນສັງຄົມແມ່ນມີຈຳນວນຫຼວງຫຼາຍ,ແຕ່ເຫັນໄດ້ວ່າໃນໄລຍະຜ່ານມາ ການສະໜອງເລືອດ ແມ່ນບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມແລະໃນງານບໍລິຈາກເລືອດໃນຄັ້ງນີ້ຄາດວ່າຈະໄດ້ເລືອດປະມານ 200 ກ່າວຖົງ.
(ຂ່າວ-ຮູບ:ບຸນຕອມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະສິກໍາເຂັ້ມແຂງ-ເສດຖະກິດໝັ້ນຄົງ.

ກະສິກໍາເຂັ້ມແຂງ-ເສດຖະກິດໝັ້ນຄົງ.

ໂດຍ: ຣັດສະໝີ ດວງສັດຈະ ລະດູຝົນຂອງປີນີ້ແມ່ນມາໄວ ແລະ ບາງແຫ່ງພັດມາແຮງອີກ ຊຶ່ງເປັນໂອກາດທີ່ດີ ຕໍ່ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຕໍ່ຊາວກະສິກອນ ທີ່ເປັນກະດູກສັນຫຼັງຂອງຊາດ ກຳລັງສຸມໃສ່ສູ່ການຜະລິດ ເຮັດນາປີ, ສວນເຂົ້າ, ສວນມັນຕົ້ນ, ສາລີ ແລະ ພືດພັນທັນຍາຫານຕ່າງໆ ແລະ ລ້ຽງສັດນຳອີກ, ເຢີກໆ... ເດີ້ພີ່ນ້ອງ; ອີກປະມານອາທິດໜ້າ ຜູ້ຂຽນກ່າຊິລົງໄປກິນຕຳໝາກແຕງ, ຕຳໝາກຫຸ່ງຢູ່ຖຽງນາ-ຖຽງສວນນໍາພີ່ນ້ອງເຮົາເດີ້.
ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ

ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ

ກອງປະຊຸມປຶກສາຫາລື ສ້າງຄວາມເຂົ້າໃຈ ແລະ ເອກະພາບ ເພື່ອກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາຄະນະພັກ, ບັນດາຄະນະຮັບຜິດຊອບລົງຊ່ວຍວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຂອງພັກ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ຊາວກະສິກອນ ບ້ານໂພນຢານາງ ປັກດໍາເຂົ້ານາປີໄດ້ 90%

ຊາວກະສິກອນ ບ້ານໂພນຢານາງ ປັກດໍາເຂົ້ານາປີໄດ້ 90%

ຊາວກະສິກອນ ບ້ານໂພນຢານາງ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນຕາມລະດູການຜະລິດ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%. ທ່ານ ຄໍາສຸກ ວົງຫາຈັກ ຮອງນາຍບ້ານ ໂພນຢານາງ ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ຊາວນາ ພາຍໃນບ້ານ ໂພນຢານາງ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີໃຫ້ທ່ວງກັບສະພາບດິນຟ້າອາກາດ (ນໍ້າຝົນ) ເພາະວ່າຊາວນາບ້ານເຮົາແມ່ນອີງໃສ່ແຕ່ທໍາມະຊາດເປັນຕົ້ນຕໍ, ລະບົບຊົນລະປະທານບໍ່ມີ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%, ທົ່ວບ້ານມີເນື້ອທີ່ທໍາການຜະລິດເຂົ້ານາປີທັງໝົດ 968 ເຮັກຕາກວ່າ. ໃນນີ້, ມີນາຢອດ 27 ເຮັກຕາກວ່າ, ສໍາລັບແນວພັນເຂົ້າທີ່ຊາວນາ ນໍາໃຊ້ແມ່ນແນວພັນເຂົ້າປັບປຸງເປັນສ່ວນຫຼາຍ ບໍ່ວ່າຈະເປັນ ແນວພັນເຂົ້າ ທ່າສະໂນ 11, ທ່າສະໂນ 13,ທ່າດອກຄໍາ 16 ແລະ ແນວພັນເຂົ້າຈ້າວຫອມສະຫວັນ
ຈັດຊຸດຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ນັກຮຽນ ມ4 ແລະ ມ7

ຈັດຊຸດຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ນັກຮຽນ ມ4 ແລະ ມ7

ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໄດ້ຈັດຊຸດຝຶກອົບຮົມວິຊາຊີບ ໄລຍະສັ້ນ 3 ເດືອນ ໃຫ້ນັກຮຽນ ມ4 ແລະ ມ7, ໃນ 2 ສາຂາວິຊາ ຄື: ຊ່າງສ້ອມແປງ - ບໍາລຸງຮັກສາລົດຈັກ, ຊ່າງສ້ອມແປງ ແລະ ນຳໃຊ້ຄອມພິວເຕີຂັ້ນພື້ນຖານ ຂຶ້ນໃນວັນທີ 24 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມສູນດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳສະພອນ ໄຊຍະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ.
ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ກອງປະຊຸມປືກສາຫາລືກະກຽມການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນພື້ນເມືອງລາວ 3 ເມືອງກາງຂອງແຂວງໄຊຍະບູລີ ແລະ ການກະກຽມຮັບຮອງພະເຈົ້າໂອຍ ວັດສີມຸງຄຸນ ໄຊຍະຣາມ ບ້ານນາບວມ ເມືອງພຽງ ເປັນມໍລະດົກທ້ອງຖີ່ນຂັ້ນແຂວງໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽງານການເມືອງແນວຄິດ ວຽກງານພັກພະນັກງານ.
ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...
ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.
ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ມອບເງິນປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ lX ທີ່ຈະໄຂຂຶ້ນໃນລະຫວ່າງວັນ 26-27 ມິຖຸນານີ້, ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃນການກະກຽມກອງປະຊຸມໃຫຍ່ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ພິທີມອບ-ຮັບເງິນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໂດຍການກ່າວມອບຂອງທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານ ແລະ ກ່າວຮັບໂດຍທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ຮັກສາການເລຂາພັກນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ ພ້ອມຄະນະ.
ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ເມື່ອບໍ່ດົນມານີ້ ຢູ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ຈິດຕະວົງ ສີສົງຄາມ ຮອງປະທານຄະນະກວດກາພັກແຂວງວຽງຈັນ.
ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ໃນວັນທີ 23 ມິຖຸນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່ ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ.
ເພີ່ມເຕີມ