ບໍລິຄໍາໄຊ ກໍານົດທິດທາງແຜນການພັດທະນາເສດຖະກິດ-ສັງຄົມສໍາລັບ 2024

ບໍລິຄໍາໄຊ ກໍານົດທິດທາງແຜນການພັດທະນາເສດຖະກິດ-ສັງຄົມສໍາລັບ 2024
ໃນປີ 2024 ສະພາບເສດຖະກິດມະຫາພາກພາຍຂອງແຂວງ ບໍລິຄໍາໄຊ ອາດຈະຍັງສືບຕໍ່ພົບຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫຼາຍດ້ານ ຊຶ່ງຈະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ.
ແຕ່ເຖິງຢ່າງໃດກໍ່ຕາມ ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຫັນໂຄງປະກອບເສດຖະກິດ ການພັດທະນາໄປຕາມທິດຂະຫຍາຍຕົວດ້ວຍຈັງຫວະເຕີບໂຕທີ່ໝັ້ນທ່ຽງ, ສົມດຸນ, ນໍາພາແຂວງໃຫ້ໄປຕາມທິດທາງຂອງການພັດທະນາແບບຍືນຍົງ (SDGs) ເຂົ້າໃນການພັດທະນາຂະແໜງການຕ່າງໆ, ຮັບປະກັນໃຫ້ສະພາບພາຍໃນແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການພັດທະນາ, ການດໍາເນີນທຸລະກິດ ແລະ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໂດຍລວມໃຫ້ສືບຕໍ່ມີບັນຍາກາດທີ່ດີ.
ໃນປີ 2024 ນີ້ ແຂວງບໍລິຄໍາໄຊ ຈຶ່ງກໍານົດ ທິດທາງ ແຜນການພັດທະນາເສດຖະກິດ-ສັງຄົມ ຊຶ່ງກ່ອນອື່ນໝົດແມ່ນເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງຍິ່ງຂຶ້ນ ໂດຍສືບຕໍ່ສຸມໃສ່ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່, 26 ແຜນງານ ແລະ 4 ແຜນງານໃຫຍ່ 41 ໂຄງການ ຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບວາງອອກ, ຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ເຂົ້າສູ່ລວງເລິກ, ສືບຕໍ່ແກ້ໄຂບັນຫາ 4 ເຖື່ອນ ແລະ ຈັດຕັ້ງປະຕິບັດ 9 ຫົວຂໍ້ສໍາມະນາວິທະຍາສາດ ເພື່ອແກ້ໄຂບັນດາໜໍ່ແໜງທີ່ກໍ່ຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ປະກົດການຫຍໍ້ທໍ້ພາຍໃນແຂວງໃຫ້ຫຼຸດໜ້ອຍຖອຍລົງ, ພ້ອມທັງຮັບປະກັນໃຫ້ແຂວງມີຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ໃຫ້ໄດ້ 100% ໃນການກະກຽມໃຫ້ແກ່ການເປັນເຈົ້າພາບ ແລະ ການເປັນປະທານກອງປະຊຸມອາຊຽນ ສປປ ລາວ ປີ 2024.
ກ່ຽວກັບເສດຖະກິດແຂວງຄາດຄະເນອັດຕາການຂະຫຍາຍຕົວຕາມແຜນດັດແກ້ ລວມຍອດຜະລິດຕະພັນພາຍໃນ (GPP) ປີ 2024 ຢູ່ໃນລະດັບ 4,5% ຂຶ້ນໄປ, ຄິດເປັນມູນຄ່າ 9.392,14 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ ປະມານ 27.036.308 ກີບ ໃນນັ້ນ: ຂະແໜງກະສິກໍາ ຂະຫຍາຍຕົວ 2,5% ກວມເອົາ 28,08% ຂອງ GPP; ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 3,8% ກວມເອົາ 44,69% ຂອງ GPP ແລະ ຂະແໜງບໍລິການຂະຫຍາຍຕົວ 7,3% ກວມເອົາ 27,22% ຂອງ GPP.ຄາດໝາຍດ້ານລາຍຮັບ ລວມທັງໝົດ 1.419,26 ຕື້ກີບ,ຮັບພູດສູນກາງ: 729,00 ຕື້ກີບ, ລາຍຮັບພູດທ້ອງຖິ່ນ 690,26 ຕື້ກີບ,ແຜນລາຍຈ່າຍ 424,72 ຕື້ກີບ ແລະ ແຜນດຸນດ່ຽງງົບປະມານ (ລາຍຮັບ-ລາຍຈ່າຍ)ໃຫ້ສູນກາງ 265,54 ຕື້ກີບ.
ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 19/ກມສພ ແລະ ມະຕິຕົກລົງຂອງ ຄະນະປະຈໍາພັກແຂວງ ສະບັບເລກທີ 390/ຄປພ.ຂບຊ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ຄາລາສິນຄ້າພາຍໃນແຂວງ.
ຕໍ່ກັບການຜະລິດເຂົ້ານາປີ 2024 ແຜນການ 37.301 ຮຕ ຜະລິດຕະພາບ 3,95 ຕ/ຮຕ, ຜົນຜະລິດ 147.372 ໂຕນ; ນາແຊງ 1.964 ຮຕ, ຜະລິດຕະພາບ 4,92 ຕ/ຮຕ, ຜົນຜະລິດ 9.660 ໂຕນ; ເຂົ້າໄຮ່ 1.410 ຮຕ ຜະລິດຕະພາບ 1,65 ຕ/ຮຕ ຜົນຜະລິດ 2.333 ໂຕນ; ການຜະລິດເຂົ້າເປັນສິນຄ້າ ແຜນການ 13.088 ຮຕ, ຜົນຜະລິດ 52.344 ໂຕ, ມູນຄ່າ 345,47 ຕື້ກີບ, ການຜະລິດພືດເປັນສິນຄ້າ ແຜນການ 22.962 ຮຕ, ຜົນຜະລິດ 296.997 ໂຕນ, ມູນຄ່າ 1.002,10 ຕື້ກີບ.
ຄາດຄະເນຕົວເລກຂາຍຍົກ 1.063,16 ຕື້ກີບ, ຂາຍຍ່ອຍ 1.161,51 ຕື້ກີບ, ມູນຄ່າເກັບຊື້ຜະລິດຕະພັນພາຍໃນແຂວງໃຫ້ໄດ້ 441,40 ຕື້ກີບ.ຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ 20.056 ຕອນ.ຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ຂະຫຍາຍທາງ 13 ໃຕ້ 2 ສັນຍາ ທີ່ຍັງບໍ່ທັນສໍາເລັດ ແລະ ແກ້ໄຂການສັນຈອນ, ສຸມໃສ່ຊີ້ນໍາ ຕິດຕາມການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງ ເທດສະບານປາກຊັນ 2 ສັນຍາ ທາງເບີ 5-6, ສືບຕໍ່ຕິດຕາມໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ປາກຊັນ-ບຶງການ; ສືບຕໍ່ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດເຂດອະນຸພາກພື້ນ ລຸ່ມແມ່ນໍ້າຂອງໂຄງການ GMS4 ທີ່ຍັງບໍ່ທັນສໍາເລັດ 2 ໂຄງການ.ປັບປຸງນິຕິກໍາ 2 ສະບັບ ທີ່ຈະສະເໜີສະພາປະຊາຊົນແຂວງ ພິຈາລະນາຮັບຮອງ ຄື:  ຮ່າງຂໍ້ຕົກລົງ ວ່າດ້ວຍເຂດສະຫງວນທີ່ດິນແຄມນໍ້າ ທົ່ວແຂວງ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ,ນະໂຍບາຍ ແລະ ຫົວໜ່ວຍທົດແທນ ເຂດພັດທະນາ ອ່າງຫ້ວຍສຽດ.
ສໍາລັບທິດທາງແຜນການໃນຂົງເຂດວັດທະນະທໍາ-ສັງຄົມແມ່ນສູ້ຊົນປະຕິບັດເປົ້າໝາຍດ້ານການພັດທະນາແບບຍືນຍົງ (SDGs) ຕາມຄາດໝາຍທີ່ວາງໄວ້ ໂດຍສຸມໃສ່ 15 ຄາດໝາຍຫຼັກ ຂອງວຽກງານສຶກສາ ແລະ 11 ຕົວຊີ້ບອກ ຂອງວຽກງານສາທາລະສຸກ. ຊຸກຍູ້ຂະບວນການສິລະປະ-ວັນນະຄະດີ ແລະ ໂຄງການກໍ່ສ້າງຫໍຫຼັກເມືອງຂອງແຂວງ ເພື່ອກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ຄົບຮອບ 40 ປີ ໃຫ້ທັນຕາມກໍານົດເວລາ.ສືບຕໍ່ເກັບກໍາຂໍ້ມູນຜູ້ໄດ້ຮັບການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານ ໃຫ້ໄດ້ 250 ຄົນ ແລະ ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາໃຫ້ໄດ້ 250 ຄົນ. (ໂດຍ: ຕະວິນຍານ)

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ