ບໍລິຄໍາໄຊ ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ມີປະສິດທິຜົນ

ບໍລິຄໍາໄຊ ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ມີປະສິດທິຜົນ
ແຕ່ນີ້ຫາປີ 2025 ຮອດກອງປະຊຸມທ້າຍສະໄໝ ບໍລິຄໍາໄຊຈະສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ມີປະສິດທິຜົນ ເພື່ອສ້າງເປັນບາດລ້ຽວໃໝ່ໃນການແບ່ງຂັ້ນຄຸ້ມຄອງ.
ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ກ່າວວ່າ: ການປະເມີນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ ແຕ່ປີ 2020-2022 ແຂວງບໍລິຄໍາໄຊ ສາມາດບັນລຸໄດ້ 6 ດ້ານ (ຄື: ດ້ານທີ 1,2,3,4,5,6) ແລະ ບໍ່ບັນລຸ 1 ດ້ານ (ຄື: ດ້ານທີ 7 ວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ), ສະເລ່ຍ 7 ດ້ານທົ່ວແຂວງບັນລຸ 59 ຕົວຊີ້ບອກ ເທົ່າກັບ 89,39%, ບໍ່ບັນລຸ 7 ຕົວຊີ້ບອກ ເທົ່າກັບ 10,60%. ສໍາລັບການປະເມີນເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ: ເມືອງທີ່ບັນລຸ 5 ດ້ານ ຍັງບໍ່ທັນມີເມືອງໃດບັນລຸ, ເມືອງບັນລຸ 4 ດ້ານ, ມີ 2 ເມືອງຄື: (ເມືອງທ່າພະບາດ ແລະ ບໍລິຄັນ); ເມືອງບັນລຸ 3 ດ້ານ, ມີ 4 ເມືອງຄື: (ເມືອງປາກຊັນ, ເມືອງປາກກະດິງ, ເມືອງຄໍາເກີດ ແລະ ເມືອງວຽງທອງ); ເມືອງບໍ່ບັນລຸຈັກດ້ານມີ 1 ເມືອງຄື: (ເມືອງໄຊຈໍາພອນ); ການປະເມີນບ້ານເປັນຫົວໜ່ວຍພັດທະນາ 4 ດ້ານຄື: ທົ່ວແຂວງມີ 284 ບ້ານ, ບ້ານບັນລຸ 4 ດ້ານມີ 228 ບ້ານກວມ 80,28% ທຽບໃສ່ປີ 2020 ເພີ່ມຂຶ້ນ 52 ບ້ານ ເທົ່າກັບ 18,30%;
ທ່ານ ກອງແກ້ວ ໄຊສົງຄາມ ກ່າວເນັ້ນຕື່ມອີກວ່າ: ເພື່ອສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ; ແຂວງບໍລິຄໍາໄຊ ຈະເອົາໃຈໃສ່ນໍາພາຊີ້ນໍາຢ່າງໃກ້ຊິດ ໂດຍສະເພາະໄດ້ຜັນຂະຫຍາຍຄໍາແນະນໍາ ເລກທີ 05/ພນ ມາເປັນຄໍາແນະນໍາ ເລກທີ 03/ຂບຊ; ຈັດຕັ້ງຝຶກອົບຮົມວິທີ ແລະ ຂັ້ນຕອນການປະເມີນຕາມແບບຟອມໃໝ່ ໃຫ້ບັນດາພະແນກການ, ອົງການ ແລະ ຂັ້ນເມືອງສໍາເລັດ, ແຕ່ງຕັ້ງຄະນະຮັບຜິດຊອບການປະເມີນ ແລະ ກອງເລຂາ 3 ສ້າງ ຊ່ວຍວຽກແຕ່ລະຂັ້ນ, ມີບົດບາດເປັນເສນາທິການໃນການສະຫຼຸບສັງລວມວຽກງານ 3 ສ້າງໃຫ້ແກ່ການນໍາ, ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມນິຕິກຳກ່ຽວກັບວຽກງານ 3 ສ້າງ, ລົງຊຸກຍູ້ ແລະ ຕິດຕາມວິທີການປະເມີນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາຕາມ 4 ດ້ານ ແລະ ຊຸກຍູ້ບັນດາພະແນກການຂອງແຂວງໃນການແບ່ງຂັ້ນຄຸ້ມຄອງ, ມອບສິດ, ມອບວຽກໃຫ້ເມືອງຫຼາຍຂຶ້ນ; ແຂວງ, ເມືອງ ແລະ ບ້ານຈະໄດ້ເອົາໃຈໃສ່ປັບປຸງ ແລະ ຂະ ຫຍາຍພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: ຖະໜົນຫົນທາງ, ໄຟຟ້າ, ນໍ້າສະອາດ, ຊົນລະປະທານຮັບໃຊ້ການຜະລິດ, ສູນບໍລິການເຕັກນິກກະສິກໍາ (ບາງຈຸດ), ໂຮງຮຽນ, ສຸກສາລາ ແລະ ສະຖານບໍລິການອື່ນໆທີ່ຈໍາເປັນ.
ແຂວງຈະສືບຕໍ່ຕັ້ງໜ້າແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກດ້ວຍມາດຕະການສົ່ງເສີມການຜະລິດກະສິກຳ ແລະ ອື່ນໆ. ສູ້ຊົນແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກຮອດປີ 2025 ແກ້ໄຂຄອບຄົວທຸກຍາກໃຫ້ເຫຼືອ 1,26%; ແກ້ໄຂບ້ານທຸກຍາກໃຫ້ເຫຼືອ 5,98% ສ້າງຄອບຄົວພັດທະນາໃຫ້ໄດ້ 3.823 ຄອບຄົວ ເທົ່າກັບ 92,99%, ສ້າງບ້ານພັດທະນາໃຫ້ໄດ້ 31 ບ້ານ ເທົ່າກັບ 86,97% ຂອງຈໍານວນບ້ານທັງໝົດ. ສ້າງຊົນນະບົດໃໝ່ ແລະ ບ້ານໃຫຍ່ກາຍເປັນສີສັນຕົວເມືອງນ້ອຍເຊັ່ນ: ເຂດທົ່ງແສນ, ໜອງກອກ, ຈອມທອງ, ບ້ານບໍ່, ປະກາດເປັນເມືອງພົ້ນທຸກໃຫ້ໄດ້ 2 ເມືອງຄື: ວຽງທອງ ແລະ ໄຊຈຳພອນ. ສູ້ຊົນປະກາດເປັນເມືອງພັດທະນາໃຫ້ໄດ້ 2 ເມືອງຄື: ປາກຊັນ ແລະ ທ່າພະບາດ. ເສີມຂະຫຍາຍມູນເຊື້ອວັດທະນະທໍາບັນດາເຜົ່າທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸໃຫ້ຍືນຍົງ, ສ້າງບ້ານຕົວແບບຕິດພັນກັັບການທ່ອງທ່ຽວໃຫ້ໄດ້ 7 ບ້ານ, ສ້າງບ້ານວັດທະນຳທຳໃຫ້ໄດ້ຕື່ມ 19 ບ້ານ, ຄອບຄົວວັດທະນະທຳໃຫ້ໄດ້ຕື່ມ 6.643 ຄອບຄົວ, ປົກປັກຮັກສາເອກະລັກວັດທະນະທໍາ, ສະຖານ-ວັດຖຸບູຮານ ແລະ ປັບປຸງຊີວິດ, ວັດທະນະທໍາບັນດາເຜົ່າ ຄຽງຄູ່ການພັດທະນາເສດຖະກິດ ແລະ ຫັນໄປສູ່ວິຖີຊີວິດທີ່ກ້າວໜ້າ.
ຂ່າວ: ວັນໄຊ ຕະວິນຍານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ