ບໍລິສັດ 1 ມກຜຕອບສະໜອງການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່

ບໍລິສັດ 1 ມກຜຕອບສະໜອງການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່
ໂດຍ:ບຸນອູ້ມ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການການປະຕິບັດໜ້າທີ່ການເມືອງຂອງພັກ-ລັດ ໃນໄລຍະໃໝ່, ການຂຸດຄົ້ນທ່າແຮງພາຍໃນເຂົ້າໃນການສ້າງລາຍຮັບ ທີ່ຕິດພັນກັບວຽກງານວິຊາສະເພາະຕາມທິດເພິ່ງຕົນເອງກຸ້ມຕົນເອງສ້າງຄວາມເຂັ້ມເແຂງດ້ວຍຕົນເອງ.
ທ່ານແສງອາລຸນ ຊາພັກດີ ຮອງຜູ້ອຳນວຍການບໍລິສັດ 1 ມີນາມຸງຄຸນກໍ່ສ້າງ ແລະຜະລິດເຟີນີເຈີກອງທັບ (1ມກຜ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ  29 ເມສາ ຜ່ານມາທີ່ບໍລິສັດດັ່ງກ່າວວ່າ: ບໍລິສັດ 1 ມີນາມຸງຄຸນກໍ່ສ້າງ ແລະຜະລິດເຟີນີເຈີກອງທັບມີຊື່ເອີ້ນຫຍໍ້ວ່າ: ບໍລິສັດ 1ມກຜ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິບັດໜ້າທີ່ການເມືອງຂອງພັກ-ລັດ ໃນໄລຍະໃໝ່, ການຂຸດຄົ້ນທ່າແຮງພາຍໃນເຂົ້າໃນການສ້າງລາຍຮັບທີ່ຕິດພັນກັບວຽກງານວິຊາສະເພາະຕາມທິດເພິ່ງຕົນເອງກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງແລະຮັບປະກັນຄວາມພ້ອມທາງດ້ານວັດຖຸ, ການບໍລິການ ການກໍ່ສ້າງ-ສ້ອມແປງເຄຫາສະຖານ, ການຜະລິດເປັນສິນຄ້າບໍລິສັດ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ກໍຄືໃນນາມຂອງລັດຖະບານແຫ່ງ ສປປ ລາວ ແລະບໍລິສັດ ໂຊກມຸງຄຸນການຄ້າ ແລະການລົງທຶນຈຳກັດຜູ້ດຽວ, ບໍລິສັດ 1ມກຜໄດ້ມີການເຄື່ອນໄຫວ ແລະ ດຳເນີນທຸລະກິດພາຍໃຕ້ການຊີ້ນຳໂດຍກົງຂອງກົມໃຫຍ່ພະລາທິການ ກໍຄືໃນນາມກະຊວງປ້ອງກັນປະເທດເວົ້າລວມ, ສຳລັບຈຸດປະສົງໃນການສ້າງຕັ້ງບໍລິສັດ 1ມກຜຂຶ້ນນັ້ນກໍເພື່ອເປັນການຍົກລະດັບວຽກງານສຳຫຼວດອອກແບບຄິດໄລ່-ກໍ່ສ້າງ-ສ້ອມແປງເຄຫາສະຖານ ແລະ ການຜະລິດເຟີນີເຈີ ຂອງກອງກໍ່ສ້າງ-ສ້ອມແປງໃນແຕ່ກ່ອນຕາມຮູບແບບປັບປຸງ, ກໍ່ສ້າງ, ສ້ອມແປງ,ປະກອບພາຫະນະ ແລະ ເຄື່ອງຈັກທີ່ທັນສະໄໝເຂົ້າໃນສາຍພານການຜະລິດ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝແລະ ເພື່ອຍົກສູງປະລິມານການຜະລິດ ພ້ອມທັງຮັບປະກັນທາງດ້ານຄຸນນະພາບ ສະໜອງໃຫ້ກະຊວງປ້ອງກັນປະເທດແລະຕະຫຼາດທົ່ວໄປ, ມີການຄຸ້ມຄອງບໍລິຫານໂດຍສອດຄ່ອງຕາມລະບຽບກົດໝາຍ, ມີຜົນກໍາໄລ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ການເຄື່ອນໄຫວດຳເນີນທຸລະກິດແມ່ນພວກເຮົາໃຫ້ບໍລິການ ແລະຜະລິດຕະພັນຫຼັກຂອງບໍລິສັດລວມມີ:ໃຫ້ບໍລິການສຳຫຼວດອອກແບບຄິດໄລ່, ປະເມີນລາຄາວຽກເຄຫາສະຖານພາຍໃນກະຊວງປ້ອງກັນປະເທດ ແລະ ໃຫ້ບໍລິການລູກຄ້າທົ່ວໄປ, ໃຫ້ບໍລິການວິໄຈຂໍ້ມູນປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ, ເປັນທີ່ປຶກສາຄຸ້ມຄອງໂຄງການກໍ່ສ້າງເຄຫາສະຖານພາຍໃນກະຊວງປ້ອງກັນປະເທດ, ສ້າງຕັ້ງໂຮງງານອຸດສາຫະກຳເບົາເພື່ອຜະລິດວັດສະດຸກໍ່ສ້າງເຄື່ອງເຟີນີເຈີປະເພດໄມ້, ໂລຫະແລະອື່ນໆເພື່ອສະໜອງໃຫ້ກະຊວງປ້ອງກັນປະເທດແລະສະໜອງໃຫ້ຕະຫຼາດທົ່ວໄປ.
ທ່ານແສງອາລຸນ ຊາພັກດີໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດວັນກຳມະກອນສາກົນ ຄົບຮອບ 138 ປີ (1 ພຶດສະພາ 1885-1 ພຶດສະພາ2024) ທີ່ໄດ້ໝູນວຽນມາອີກວາລະໜຶ່ງຂໍສະແດງຄວາມຮູ້ບຸນຄຸນ ມາຍັງຄະນະຊີ້ນຳຂອງກະຊວງປ້ອງກັນປະເທດກໍຄືກົມໃຫຍ່ພະລາທິການກອງທັບທີ່ໄດ້ອຳນວຍຄວາມສະດວກ ແລະໃຫ້ທິດຊີ້ນຳ ຊຸກຍູ້ສົ່ງເສີມວຽກງານບໍລິສັດ ໂດຍດີຕະຫຼອດມາ, ຂໍອວຍພອນໄຊໃຫ້ແກ່ຄະນະນຳຈາກກະຊວງ, ກົມກອງ ແລະອ້າຍເອື້ອຍນ້ອງ ພະນັກງານຜູ້ໃຊ້ແຮງງານທຸກທ່ານໃນຂອບເຂດທົ່ວປະເທດ ເວົ້າລວມ ເວົ້າສະເພາະກໍຄື ພະນັກງານ ບໍລິສັດ 1ມກຜ, ຂໍອວຍພອນໃຫ້ທຸກທ່ານພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ ມີຄວາມຜາສຸກ ຄວາມຈະເລີນຮຸ່ງເຮືອງໃນໜ້າທີ່ການງານ ພ້ອມດ້ວຍມີກໍາລັງກາຍ, ກຳລັງໃຈ ແລະກຳລັງສະຕິປັນຍາ ເປັນກໍາລັງທີ່ສໍາຄັນໃນການພັດທະນາວຽກງານຂອງບໍລິສັດ ກໍຄືປະກອບສ່ວນໃນການສ້າງສາພັດທະນາເສດຖະກິດຂອງປະເທດ ໃຫ້ມີຄວາມຈະເລີນ ແລະກ້າວໜ້າຍິ່ງໆຂຶ້ນໄປ, ເວລາໃດບໍລິສັດ 1ມກຜ ກໍເຫັນຄວາມສຳຄັນຂອງພະນັກງານທຸກຄົນບໍ່ວ່າຈະເປັນຜູ້ເຮັດວຽກບໍລິຫານ ແລະຜູ້ທີ່ເຮັດວຽກຢູ່ໃນພະແນກກໍ່ສ້າງ ແລະຜະລິດເຟີນີເຈີທຸກພາກສ່ວນແລະບໍລິສັດຂອງພວກເຮົາຍັງມີຄວາມມຸ່ງໝັ້ນທີ່ຈະຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງພະນັກງານທຸກຄົນໃຫ້ມີລາຍໄດ້ສູງຂຶ້ນ, ໄດ້ຮັບການປະຕິບັດຢ່າງເປັນທຳມີຫຼັກປະກັນສັງຄົມທີ່ໝັ້ນຄົງລວາມທັງຄວາມປອດໄພໃນເວລາປະຕິບັດວຽກງານຂອງຕົນເອງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ