ເຄື່ອງສາກໄຟຟ້າດ້ວຍພະລັງງານແສງຕາເວັນແບບພົກພາ ທີ່ນຳມາມອບໃຫ້ແກ່ກະຊວງປ້ອງກັນປະເທດໃນຄັ້ງນີ້ ມີຈຳນວນ 400 ຊຸດ, ລວມມູນຄ່າທັງໝົດ 2.1 ຕື້ກີບ ໂດຍມີຈຸດປະສົງມອບໃຫ້ ເພື່ອໄປນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ ຂອງກໍາລັງປ້ອງກັນຊາດ ໂດຍສະເພາະ ການປ້ອງກັນເວນຍາມຢູ່ຈຸດຕ່າງໆ ຮັບໃຊ້ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ການກະກຽມ ແລະ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ອື່ນໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນ ຕີລາຄາສູງ ຕໍ່ບໍລິສັດASFCຈໍາກັດ ທີ່ໄດ້ໃຫ້ການອຸປະຖໍາ ເຄື່ອງສາກໄຟຟ້າ ໃຫ້ແກ່ກະຊວງປ້ອງກັນປະເທດ ໃນຄັ້ງນີ້, ຊຶ່ງເປັນການປະ ກອບສ່ວນອັນສຳຄັນ ເຂົ້າໃນວຽກງານລວມຂອງຊາດ ໂດຍສະເພາະ ການປ້ອງກັນເວນຍາມວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍດີ, ພ້ອມທັງ ຊີ້ນຳກະຊວງປ້ອງກັນປະເທດ ນໍາເອົາເຄື່ອງທີ່ໄດ້ຮັບການອຸປະຖຳໃນຄັ້ງນີ້ ໄປນໍາໃຊ້ໃຫ້ສອດຄ່ອງກັບຈຸດປະສົງ-ເປົ້າໝາຍ, ທີ່ສຳຄັນ ແມ່ນໃຫ້ເກີດປະໂຫຍດສູງສຸດ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.
ຄໍາເຫັນ