ບໍລິສັດ ຟ້າໃຫຍ່ ມິເດຍ ລາວ (BigBlue Agency Laos) ຈຳກັດ ອວຍພອນໜັງສືພິມປະຊາຊົນ ໃນໂອກາດປີໃໝ່ສາກົນ

ບໍລິສັດ ຟ້າໃຫຍ່ ມິເດຍ ລາວ (BigBlue Agency Laos) ຈຳກັດ ອວຍພອນໜັງສືພິມປະຊາຊົນ ໃນໂອກາດປີໃໝ່ສາກົນ
 ໃນວັນທີ 5 ມັງກອນ 2024, ທີ່ສຳນັກງານໜັງສືພິມປະຊາຊົນ ທ່ານຜູ້ຕາງໜ້າ ບໍລິສັດ ຟ້າໃຫຍ່ ມິເດຍ ລາວ (BigBlue Agency Laos) ໄດ້ນໍາເອົາກະຕ່າຂອງຂັວນມາອວຍພອນ ໜັງສືພິມປະຊາຊົນ ເນື່ອງໃນໂອກາດປີໃໝ່ສາກົນ 2024 ໃຫ້ກຽດກ່າວຮັບໂດຍທ່ານ ນາງ ປານີ ມະນີທິບ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.    
ໂອກາດນີ້ ທ່ານ ນາງ ປານີ ມະນີທິບ , ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ຟ້າໃຫຍ່ ມິເດຍ ລາວ ທີ່ໄດ້ມາອວຍພອນ ໜັງສືພິມປະຊາຊົນ ແລະ ຂໍອວຍພອນ ໃຫ້ ບໍລິສັດ ຟ້າໃຫຍ່ ມິເດຍ ລາວ (BigBlue Agency Laos)   ຈົ່ງມີຄວາມຈະເລີນຮຸ່ງເຮືອງກ້າວໜ້າໃນໜ້າທີ່ວຽກງານຂອງຕົນເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ອວຍພອນໃຫ້ຄະນະອຳນວຍການ, ຜູ້ບໍລິຫານ, ຕະຫຼອດຮອດພະນັກງານ ໃນບໍລິສັດ ຈົ່ງມີສຸຂະພາບແຂງແຮງ ແລະ ໂຊກດີປີໃໝ່ຕະຫຼອດໄປ. 
ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເພື່ອແນະນໍາໃຫ້ນັກປະພັນ, ນັກກະວີໃນການເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈະມາເຖິງນີ້.ກົມໂຄສະນາສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບສະມາຄົມນັກປະພັນລາວໄດ້ຈັດກອງປະຊຸມພົບປະນັກປະພັນ, ນັກກະວີຂຶ້ນໃນວັນທີ 20 ມິຖຸນາ ຜ່ານມານີ້ທີ່ ສນຊ ໂດຍມີທ່ານ ທອງໃບ ໂພທິສານ ກໍາມະການ ສນຊ ຄະນະຂົນຂວາຍປະຊາຊົນ ສນຊ ປະທານສະມາຄົມນັກປະພັນລາວ, ທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ສນຊ ທັງເປັນຫົວໜ້າກອງເລຂາຂອງອະນຸໂຄສະນາ - ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ, ມີບັນດານັກປະພັນ, ນັກກະວີຈາກພາກສ່ວນຕ່າງໆ, ພ້ອມດ້ວຍຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມ.
ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ຕົວແທນບໍລິສັດຮ່ວມພັດທະນາການຢາ ໄດ້ຈັດໂປຣໂມຊັັນ (ແຈກແຖມ) ເພື່ອເປັນການ ຄືນກຳໄລໃຫ້ລູກຄ້າ ຊຶ່ງມີຫຼາກຫຼາຍຜະລິດຕະພັນ ບັນດາລູກຄາທີ່ຊື້ຜະລິດຕະພັນຂອງຕົວແທນ ບໍລິສັດຮ່ວມພັດທະນາການຢາ ຈະໄດ້ຮັບຂອງແຖມຈາກຕົວແທນບໍລິສັດຫຼາກຫຼາຍລາຍການ ໃນຂະນະດຽວກັນສາມາດຊື້ ແລະ ຮ່ວມຊິມກາເຟ ທຣູສະເລນ ກັບຕົວແທນບໍລິສັດໄດ້.
ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ໃນວັນທີ 19 ມິຖຸນາຜ່ານມານີ້, ທ່ານ ກຽງສັກ ບຸນທາວົງ ຮັກສາການປະທານສານປະຊາຊົນພາກໃຕ້ ໄດ້ເຄື່ອນໄຫວຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ສານປະຊາຊົນແຂວງສະຫວັນນະເຂດ. ເຂົ້າຮ່ວມມີທ່ານ ປະທານສານປະຊາຊົນແຂວງ ແລະ ຄະນະສານປະຊາຊົນທັງ 4 ເຂດ.
ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ພິທີມອບເບ້ຍກາເຟໃຫ້ປະຊາຊົນ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ໄດ້ມີຂຶ້ນໃນວັນທີ 19 ມິຖຸນາຜ່ານມາ ທີ່ເດີ່ນໂຮງຮຽນມັດທະຍົມສົມບູນ ບ້ານຊຽງຫຼວງ ເມືອງດາກຈຶງ ໂດຍເຂົ້າຮ່ວມຂອງ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ແຂວງເຊກອງ, ມີທ່ານ ຫັດສະໄນ ສີບຸນເຫຼືອງ ວ່າການເຈົ້າເມືອງຊານໄຊ ແຂວງອັດຕະປື, ທ່ານ ເຊົາວະລິດ ຂັນໄຊຍະພູມ ຜູ້ອຳນວຍການເຂດພາກໃຕ້ ຄະນະບໍລິຫານງານໂຄງການມອນຊູນ ວິນ ພາວເວີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ເຂົ້າຮ່ວມ.
ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ ປະຈຳປີ 2024 ຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ມີບັນດາຮອງລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ-ຮອງກົມ, ບັນດາຄະນະກອງ, ຄະນະຂະແໜງປະຕິບັດຄຳຕັດສິນຂອງສານທົ່ວປະເທດເຂົ້າຮ່ວມ.
ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ວັນທີ 18 ມິຖຸນາ ຜ່ານມາ ທີ່ຫໍປະຊຸມຫ້ອງວ່າການສູນກາງພັກ ໄດ້ມີພິທີປະກາດກົງຈັກການຈັດຕັ້ງໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີ ສະຫາຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະພະນັກທັງໝົດຂອງສອງພາກສ່ວນເຂົ້າຮ່ວມ.
ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມກະຊວງແຜນການ ແລະ ການລົງທຶນ (ກຜທ) ເຂົ້າກັບ ກະຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາຜ່ານມາ ທີ່ສະໂມສອນ ກຜທ ໂດຍການເປັນປະທານຂອງສະຫາຍພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີຄະນະລັດຖະມົນຕີ, ຄະນະກົມ, ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ວັນທີ 18 ມິຖຸນາຜ່ານມານີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຢູ່ທີ່ສະໂມສອນຂອງກອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 202.
ເພີ່ມເຕີມ