ບໍລິສັດ GDMS ຮ່ວມກັບ ກຕສ ສືບຕໍ່ຮ່ວມມືພັດທະນາ ແລະ ບໍລິການສູນຂໍ້ມູນດີຈີຕອນ

ບໍລິສັດ GDMS ຮ່ວມກັບ ກຕສ ສືບຕໍ່ຮ່ວມມືພັດທະນາ ແລະ ບໍລິການສູນຂໍ້ມູນດີຈີຕອນ
ຖືໄດ້ວ່າເປັນການບໍລິການຄລາວ (Cloud Service) ຄັ້ງທໍາອິດໃນ ສປປ ລາວ ແລະ ເປັນການສົ່ງເສີມໃຫ້ຜູ້ຊົມໃຊ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນປະໂຫຍດຂອງການນໍາໃຊ້ ຄອມພິວເຕີຄລາວ (Cloud Computing).ບໍລິສັດ ໂກໂບ້ດີຈີຕອນເມເນຈິເມັ້ນ ໂຊລູເຊິນ ຈຳກັດ(GDMS)ເປັນຜູ້ໃຫ້ບໍລິການຄລາວ (Cloud Service) ຜູ້ທໍາອິດໃນ ສປປ ລາວຊຶ່ງມາພ້ອມກັບປະສົບການອັນຍາວນານດ້ານການບໍລິການນີ້ ໄດ້ແກ່: ການໃຫ້ຝາກເວັບໄຊ (Web Hosting), ການໃຫ້ເຊົ່າລະບົບຄລາວຈໍາລອງ (VPS ແລະ VPC), ການໃຫ້ບໍລິການຮັບຝາກອຸປະກອນເຊີເວີ(Server Colocation),Kubernetes, ການສໍາຮອງຂໍ້ມູນ ແລະ ການກູ້ຄືນຄວາມເສຍຫາຍ (Backup and Disaster Recovery), ການສື່ສານແບບຄົບວົງຈອນ (UnifiedCommunications), CDN, Cybersecurity Solution ແລະ ການບໍລິການດ້ານອື່ນໆ. ນອກນັ້ນ, ທາງ GDMS ຍັງມີ ສູນຂໍ້ມູນດີຈີຕອນ Data Center ທີ່ ບ້ານດອນຕິ້ວເມືອງໄຊເສດຖານະຄອນຫຼວງວຽງຈັນ. ເພື່ອເປັນການຮັບປະກັນດ້ານຄວາມປອດໄພຂອງຂໍ້ມູນ ແລະ ສອດຄ່ອງກັບລະບຽບກົດໝາຍ ຂອງ ສປປລາວ, ພ້ອມທັງເປັນການຊຸກຍູ້ໃຫ້ເກີດມີການພັດທະນາໃນທ້ອງຖິ່ນ ໂດຍສະເພາະແມ່ນ e-Government, e-Commerce ແລະ e-Learning.
ທ່ານ Mathieu Ploton Chief Technical Officer ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: GDMS ສ້າງຕັ້ງຂຶ້ນທີ່ ປະເທດສິງກະໂປ ໃນປີ 2019 ແລະ ມີຄວາມຊໍານານດ້ານການບໍລິການຄລາວແບບຄົບວົງຈອນ (Sovereign Cloud Solutions), ໂດຍແນໃສ່ຂົງເຂດ ພາກລັດ ແລະ ຂະແໜງການເງິນ. ພ້ອມນີ້,GDMS ຍັງໄດ້ເລັງເຫັນຄວາມສໍາຄັນຂອງການຮັກສາຂໍ້ມູນໄວ້ໃນທ້ອງຖິ່ນກໍຄືພາຍໃນປະເທດ. ສະນັ້ນ, ທາງບໍລິສັດຈຶ່ງມີການຮອງຮັບບັນດາບໍລິການດ້ານຄອມພິວເຕີຄລາວ (Cloud computing services) ໂດຍດໍາເນີນງານພາຍໃນຂອງປະເທດນັ້ນໆ. ປັດຈຸບັນ ທາງບໍລິສັດ ແມ່ນເປີດຫ້ອງການເພື່ອດໍາເນີນງານຢູ່ທີ່ ປະເທດມຽນມາ, ລາວ, ຫວຽດນາມ ແລະ ກົງໂກ. ສໍາລັບຜົນງານພົ້ນເດັ່ນທີ່ຜ່ານມາ ຂອງ GDMS ປະກອບມີ:
1.    ການເປີດໂຕລະບົບໂຄງລ່າງພື້ນຖານທີ່ທັນສະໄໝ ໃນ ສປປ ລາວ, ພາຍຫຼັງທີ່ມີການເຊັນລົງນາມ ວ່າດ້ວຍ ໂຄງການພັດທະນາ ແລະ ໃຫ້ບໍລິການສູນຂໍ້ມູນດີຈີຕອນ ການແກ້ໄຂເລື່ອງດີຈີຕອນ (Digital Solutions) ໂດຍການນໍາໃຊ້ສູນຂໍ້ມູນ LEED ທີ່ສ້າງຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ຍີ່ປຸ່ນ.
2.    ສະໜອງການບໍລິການ ການກູ້ຄືນຄວາມເສຍຫາຍ (Disaster Recovery Service) ໃຫ້ແກ່ ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window- LNSW) ຊຶ່ງແມ່ນໜຶ່ງໃນໂຄງການອໍານວຍຄວາມສະດວກດ້ານການຄ້າ ຈັດຕັ້ງປະຕິບັດໂດຍ ສປປ ລາວ.
3.    ເປັນເຈົ້າການ ສໍາລັບບໍລິການຝາກຂໍ້ມູນຂອງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງeCRVS(Civil Registration and Vital Statistics) ແລະ ລະບົບຂໍ້ມູນຂ່າວສານການຄຸ້ມຄອງການສຶກສາ ແລະ ກິລາLESMIS (Lao Education and Sports Management Information System) ໃນ ສປປ ລາວ.
4.    ສະໜັບສະໜູນ ລະບົບ Blockchain ແຫ່ງຊາດລາວ.
ໃນປັດຈຸບັນ,GDMS ກໍຍັງປະສົບກັບບາງບັນຫາ ແລະ ສິ່ງທ້າທາຍ ກ່ຽວກັບການບໍລິການຄລາວ (Public and Private Cloud Service) ໃນ ສປປ ລາວ, ເນື່ອງຈາກວ່າຜູ້ຊົມໃຊ້ຍັງຂາດຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ ຜົນປະໂຫຍດຂອງການບໍລິການດ້ານຄອມພິວເຕີຄລາວ (Cloud computing services). ພ້ອມດຽວກັນນີ້, ດ້ານລາຄາທີ່ສູງ ແລະ ຄຸນນະພາບ ຂອງການເຊື່ອມຕໍ່ດ້ານອິນເຕີເນັດ ແມ່ນສົ່ງຜົນກະທົບຕໍ່ກັບ ປະສິດທິພາບ ແລະ ຄວາມໜ້າເຊື່ອຖື ຂອງການບໍລິການຄລາວ (Cloud Service) ໃນ ສປປ ລາວ. ອີກສິ່ງທ້າທາຍໜຶ່ງກໍຄື ດ້ານລະບຽບການ ແລະ ການປະຕິບັດກົດລະບຽບ ໄດ້ແກ່: ບັນຫາ ດ້ານຂໍ້ມູນ ແລະ ຄວາມເປັນສ່ວນຕົວ, ທັງນີ້ກໍເພື່ອໃຫ້ ສອດຄ່ອງກັບກົດໝາຍ ແລະ ມາດຕະຖານ ໃນທ້ອງຖິ່ນ.
ນອກຈາກທີ່ກ່າວມາຂ້າງເທິງນີ້,GDMS ຍັງໄດ້ໃຫ້ຄວາມຮູ້ ແລະ ຈັດການຝຶກອົບຮົມໃຫ້ແກ່ ພາກສ່ວນກ່ຽວຂ້ອງ ກ່ຽວກັບຂໍ້ດີ ແລະ ແນວທາງການປະຕິບັດ ກ່ຽວກັບການບໍລິການດ້ານຄອມພິວເຕີຄລາວ (Cloud computing services)ໂດຍການຮ່ວມມືກັບ ສູນອິນເຕີເນັດແຫ່ງຊາດ (Lao National Internet Exchange). GDMS ໄດ້ມີການຈັດຕັ້ງເຊື່ອມຕໍ່ໂດຍກົງກັບຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມຫຼັກ ໃນ ສປປ ລາວ, ເພື່ອເປັນການຫຼຸດຄວາມຊັກຊ້າ ແລະ ຕົ້ນທຶນການຮັບສົ່ງຂໍ້ມູນທາງອິນເຕີເນັດ; ທ່ານ Mathieu Plotonຍັງກ່າວຕື່ມວ່າ: ໃນຕໍ່ໜ້າ GDMS ແມ່ນຈະສຸມໃສ່ພັດທະນາ ສູນຂໍ້ມູນດີຈີຕອນ LEED ໃຫ້ດີຂຶ້ນ ແລະ ທຽບເທົ່າກັບສາກົນ, ປັບປຸງຄຸນນະພາບ ການບໍລິການ ແລະ ການດໍາເນີນງານພາຍໃນສູນຂໍ້ມູນແລະ ເອົາໃຈໃສ່ຍົກສູງການເຝົ້າລະວັງຄວາມຜິດພາດຂອງລະບົບ 7/24 ຢ່າງບໍ່ຢຸດຢຸດຢັ້ງ.  
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ