![]() |
ນັບແຕ່ສ້າງຕັ້ງບໍລິສັດຂຶ້ນມາ ໃນເມືອງເຫີເຟີຍ ແຂວງອານຮຸຍ ສປ ຈີນ ບໍ່ພຽງທໍ່ໃດປີ ບໍລິສັດ Gotion ສາມາດສ້າງຕັ້ງສູນພັດທະນາ ແລະ ຄົ້ນຄວ້າ R&D ແລະ ນະວັດຕະກຳໃນ Fremont, California, ເພື່ອຮັບໃຊ້ປະໂຫຍດຈາກລະບົບເຕັກໂນໂລຊີຂອງ Silicon Valley. ມີສາຂາເກືອບທົ່ວໂລກ ແລະ ມີສຳນັກງານຫຼັກໃນ Silicon Valley ລັດ California ປະເທດ ສະຫະລັດ ອາເມຣິກາ. ສ່ວນສາຂາຂອງບໍລິສັດໃນສະຫະລັດ ອາເມຣິກາ ແມ່ນເນັ້ນໃສ່ການຜະລິດດ້ວຍເຕັກໂນໂລຊີແບັດເຕີຣີລຸ້ນໃໝ່, ລວມທັງ ແບັດເຕີຣີແຂງ ເຊວພະລັງງານສູງ (high-energy-density) ແບບທັນສະໄໝ ເພື່ອຄວາມປອດໄພ ແລະ ການເກັບພະລັງງານທີ່ມີອາຍຸການໃຊ້ງານດົນຂຶ້ນ. ມີສາຂາເກືອບທົ່ວໂລກ ແລະ ມີສຳນັກງານຫຼັກໃນ Silicon Valley ລັດ California ປະເທດສະຫະລັດ ອາເມຣິກາ.
ໃນອະນາຄົດ ບໍລິສັດ Gotion, Inc ມີຈຸດມຸ່ງໝາຍພັດທະນາແບບຍືນຍົງ, ການຜະລິດແບບປ່ອຍກາກບອນສູນ (carbon-neutral) ແລະ ໂຄງການນຳໃຊ້ແບັດເຕີຣີເກົ່າມາຜະລິດຄືນໃໝ່. ເຮັດໃຫ້ການເກັບພະລັງງານ ມີລາຄາຖືກ, ປະສິດທິພາບສູງ ແລະ ເປັນມິດກັບສິ່ງແວດລ້ອມ. ພ້ອມທັງວາງແຜນຂະຫຍາຍພື້ນຖານການຜະລິດ ສ້າງໂຮງງານເພີ່ມຢູ່ ສປ ຈີນ, ເອີຣົບ (ເຢຍລະມັນ) ແລະ ສະຫະລັດ ອາເມຣິກາ.
ຄໍາເຫັນ