ຊີມລົດຊາດທີ່ແທ້ຈິງຂອງເຂົ້າໜົມໄຫວ້ພະຈັນ ແລະ ສໍາຜັດເຖິງຄວາມຮູ້ສຶກທີ່ແທ້ຈິງຕໍ່ຄອບຄົວ ແລະ ປະເທດຊາດ

ຊີມລົດຊາດທີ່ແທ້ຈິງຂອງເຂົ້າໜົມໄຫວ້ພະຈັນ ແລະ ສໍາຜັດເຖິງຄວາມຮູ້ສຶກທີ່ແທ້ຈິງຕໍ່ຄອບຄົວ ແລະ ປະເທດຊາດ

ຊີມລົດຊາດທີ່ແທ້ຈິງຂອງເຂົ້າໜົມໄຫວ້ພະຈັນ ແລະ ສໍາຜັດເຖິງຄວາມຮູ້ສຶກທີ່ແທ້ຈິງຕໍ່ຄອບຄົວ ແລະ ປະເທດຊາດ
ບຸນໄຫວ້ພະຈັນ ເປັນບຸນປະເພນີທີ່ສຳຄັນຂອງຈີນ. ມື້ບຸນໄຫວ້ພະຈັນປີນີ້ແມ່ນວັນທີ 25 ກັນຍາ 2026 ກົງກັບມື້ເພັງເດືອນ 8 ຕາມຈັນທະຄະຕິຈີນ, ນັບແຕ່ບູຮານນະການເປັນຕົ້ນມາ, ການສະຫຼອງບຸນໄຫວ້ພະຈັນແມ່ນມີຮີດຄອງປະເພນີຕ່າງໆເຊັ່ນ: ການໄຫວ້ພະຈັນ, ຊົມພະຈັນ, ກິນເຂົ້າໜົມໄຫວ້ພະຈັນ, ຊົມດອກອົບເຊີຍ, ຊົມໂຄມໄຟ ແລະ ອື່ນໆ. ບຸນໄຫວ້ພະຈັນໄດ້ບັນຈຸຄວາມປາຖະໜາອັນດີງາມຂອງຜູ້ຄົນທັງຫຼາຍທີ່ຢາກໃຫ້ຄົນໃນຄອບຄົວມີຄວາມສາມັກຄີເຕົ້າໂຮມກັນຢ່າງອົບອຸ່ນ, ນອກນີ້ຍັງໄດ້ປຸກລະດົມຄວາມຮັກຊາດຮັກບ້ານເກີດເມືອງນອນຢ່າງດູດດື່ມຂອງຜູ້ຄົນທັງຫຼາຍຕື່ມອີກ. ເນື່ອງໃນໂອກາດບຸນໄຫວ້ພະຈັນໝູນວຽນມາເຖິງ, ພວກເຮົາຂໍຫວນຄືນເຖິງເລື່ອງລາວຂອງທ່ານ ສີຈິ້ນຜິງ ກ່ຽວກັບບຸນໄຫວ້ຈັນ.
ຊມລດຊາດທແທຈງຂອງເຂາໜມໄຫວພະຈນ ແລະ ສາຜດເຖງຄວາມຮສກທແທຈງຕຄອບຄວ ແລະ ປະເທດຊາດ - image 1
 

 

ກ່ອນບຸນໄຫວ້ພະຈັນປີ 2015 ໃກ້ຈະໝູນວຽນມາເຖິງ, ໃນໂອກາດເດີນທາງຢ້ຽມຢາມອາເມຣິກາທາງລັດຖະກິດຕາມຄຳເຊື້ອເຊີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບທີ່ບຸກຄົນຈາກວົງການຊາວຈີນຕ່າງດ້າວຢູ່ນະຄອນຊີອາໂຕ ສະຫະລັດ ອາເມຣິກາ ຈັດຂຶ້ນຢ່າງສົມກຽດ, ເພື່ອຮ່ວມກັບພີ່ນ້ອງຮ່ວມຊາດຕ່າງດ້າວສະເຫຼີມສະຫຼອງບຸນໄຫວ້ພະຈັນລ່ວງໜ້າ.

ໃນງານລ້ຽງດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ຍົກເອົາບາງຕອນໃນບົດກະວີຂອງຈ່າງຈິວຫຼິງ ນັກກະວີສະໄໝລາຊະວົງຖັງຂອງຈີນມາກ່າວວ່າ: “ຍິ່ງຢູ່ແດນຟ້າກວ້າງສຸດສາຍຕາຄວາມອາວອນຫາບ້ານເກີດຍິ່ງທົບເທົ່າທະວີຄູນ”. ນອກນັ້ນ, ເພິ່ນຍັງໄດ້ຕາງໜ້າໃຫ້ພີ່ນ້ອງທັງຊາດເອົາເຂົ້າໜົມໄຫວ້ພະຈັນຈາກບ້ານເກີດໄປຕ້ອນບັນດາພີ່ນ້ອງຮ່ວມຊາດຕ່າງດ້າວ, ເພິ່ນເວົ້າດ້ວຍຄວາມຮູ້ສຶກອັນເລິກເຊິ່ງວ່າ: “ພວກຂ້າພະເຈົ້າເດີນທາງມາອາເມຣິກາເທື່ອນີ້ໄດ້ນຳເອົາເຂົ້າໜົມໄຫວ້ພະຈັນຈຳນວນໜຶ່ງຈາກບ້ານເກີດມາໃຫ້ບັນດາທ່ານໄດ້ຊີມ, ນີ້ຄືນ້ຳໃຈເລັກໆນ້ອຍໆຈາກປະຊາຊົນຂອງຊາດ.”

ຊມລດຊາດທແທຈງຂອງເຂາໜມໄຫວພະຈນ ແລະ ສາຜດເຖງຄວາມຮສກທແທຈງຕຄອບຄວ ແລະ ປະເທດຊາດ - image 2
 

ລົດຊາດຂອງບ້ານເກີດໃຫ້ຄວາມອົບອຸ່ນໃຈທີ່ສຸດ ແລະ ສາມາດປອບໂຍນຫົວໃຈຄົນທີ່ຢູ່ໄກບ້ານເກີດໄດ້ດີທີ່ສຸດ.

ກ່ອນມື້ບຸນໄຫວ້ພະຈັນປີ 1986 ຈະໝູນວຽນມາເຖິງ, ທ່ານ ສີຈິ້ນຜິງ ຮອງເຈົ້າຄອງນະຄອນເຊ້ຍເມີນ ແຂວງຟູຈ້ຽນ ໃນເວລານັ້ນໄດ້ຂີ່ລົດຖີບນຳເອົາເຂົ້າໜົມໄຫວ້ພະຈັນສອງກັບໄປຫໍພັກນັກສຶກສາມະຫາວິທະຍາໄລເຊ້ຍເມີນ ເພື່ອຮ່ວມສະຫຼອງບຸນໄຫວ້ພະຈັນກັບນັກສຶກສາຢູ່ທີ່ນັ້ນ, ໃນຈໍານວນນັກສຶກສາເຫຼົ່ານີ້ກໍມີທ່ານ ຈ່າງຫົງຫຼຽງ ລວມຢູ່ດ້ວຍ, ພາບອັນອົບອຸ່ນຕອນນັ້ນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ລາວ, ເຖິງເວລາຜ່ານໄປຫຼາຍປີແລ້ວ, ມາເຖິງທຸກມື້ນີ້ລາວຍັງຈື່ບໍ່ລືມ. ລາວຫວນຄືນຫຼັງວ່າ: “ພວກເຮົາທຸກຄົນຕ່າງກໍຢູ່ຫ່າງໄກພໍ່ແມ່ ແລະ ບ້ານເກີດເພື່ອມາຮ່ຳຮຽນຢູ່ຕ່າງຖິ່ນ, ທ່ານຮອງເຈົ້າຄອງນະຄອນສີໄດ້ນຳເອົາເຂົ້າໜົມໄຫວ້ພະຈັນມາຮ່ວມສະຫຼອງບຸນດັ່ງກ່າວນໍາພວກເຮົາ, ທຸກຄົນດີໃຈຫຼາຍເພາະເພິ່ນເປັນກັນເອງປານກັບອ້າຍໃຫຍ່.”

ບຸນໄຫວ້ພະເຈົ້າແມ່ນໜຶ່ງໃນບັນດາບຸນປະເພທີ່ສຳຄັນຂອງປະຊາຊາດຈີນ. ນັບແຕ່ບູຮານນະການມາເຖິງປັດຈຸບັນ, ຄົນຈີນເມື່ອຢູ່ໃນຄໍ່າຄືນເດືອນເພັງທີ່ພະຈັນເຕັມດວງອັນໃສແຈ້ງກໍມັກຈະປາດຖະໜາຫາຄວາມສົມບູນພູນສຸກໃນຊີວິດ. ບໍ່ວ່າຈະຢູ່ແຫ່ງຫົນໃດກໍຕາມ, ການໄດ້ຊີມລົດຊາດເຂົ້າໜົມໄຫວ້ພະຈັນແລະ ຊົມດວງຈັນເຕັມດວງຮ່ວມກັນເປັນຄວາມສຸກແຫ່ງພິທີກໍາຂອງລູກຫຼານປະຊາຊາດຈີນ, ເປັນການເຊື່ອມສານຈິດໃຈທີ່ເກີດຈາກວັດທະນະທຳຈີນທີ່ມີປະຫວັດຄວາມເປັນມາຍາວນານຫຼາຍພັນປີ.

ສຳລັບຄົນຈີນແລ້ວ, ການກິນເຂົ້າໜົມໄຫວ້ພະຈັນເປັນເລື່ອງປົກກະຕິເພື່ອສຳຜັດກັບຄວາມຮັກແພງອັນຈິງໃຈລະຫວ່າງຄົນກັບຄົນ. ຢ່າງໃດກໍຕາມ, ເຄີຍມີໄລຍະໜຶ່ງ, ການຫຸ້ມຫໍ່ທີ່ຫຼູຫຼາເກີນໄປ ແລະ ລາຄາແພງເກີນໄປເຮັດໃຫ້ເຂົ້າໜົມໄຫວ້ພະຈັນປ່ຽນລົດຊາດກໍຄືປ່ຽນຄວາມໝາຍໄປ.

ກ່ອນບຸນໄຫວ້ພະຈັນ ປີ 2013 ຈະໝູນວຽນມາເຖິງ, ທ່ານ ສີຈິ້ນຜິງ ໄດ້ເຄື່ອນໄຫວຢ້ຽມຢາມແຂວງຫຼຽວໜິງ, ເພິ່ນເນັ້ນໜັກເປັນພິເສດໃຫ້ກຳຈັດປັດເປົ່າປາກົດການຫຍໍ້ທໍ້ຕ່າງໆເຊັ່ນ: ການສວຍໂອກາດໃນຍາມບຸນເພື່ອສົ່ງຂອງຂວັນລາຄາແພງດ້ວຍເງິນຂອງລັດ ແລະ ອື່ນໆ, ຫັນໄປສະຫຼອງບຸນທ່າມກາງບັນຍາກາດໂປ່ງໃສ ແລະ ສຸດຈະຫຼິດ. ຫຼັງຈາກນັ້ນບໍ່ເທົ່າໃດມື້, ຄະນະກຳມະການກວດກາວິໄນສູນກາງພັກ ແລະ ໜ່ວຍງານນຳພາການເຄື່ອນໄຫວສຶກສາອົບຮົມແນວທາງມະຫາຊົນຂອງສູນກາງພັກກອມມູນິດຈີນ ໄດ້ອອກແຈ້ງການໂດຍກຳນົດຢ່າງຈະແຈ້ງວ່າຫ້າມບໍ່ໃຫ້ສົ່ງເຂົ້າໜົມໄຫວ້ພະຈັນ ແລະ ຂອງຂວັນໃນຍາມບຸນດ້ວຍເງິນຂອງລັດຢ່າງເດັດຂາດ.

ຊມລດຊາດທແທຈງຂອງເຂາໜມໄຫວພະຈນ ແລະ ສາຜດເຖງຄວາມຮສກທແທຈງຕຄອບຄວ ແລະ ປະເທດຊາດ - image 3
 

ພາຍຫຼັງບຸນໄຫວ້ພະຈັນ, ໃນໂອກາດເຂົ້າຮ່ວມກອງປະຊຸມຮ່ວມຊີວິດພັກແບບປະຊາທິປະໄຕຂອງຄະນະປະຈຳພັກແຂວງເຫີເປີຍ, ທ່ານ ສີຈິ້ນຜິງ ໄດ້ຍົກໃຫ້ເຫັນວ່າ: “ຄະນະກຳມະການກວດກາວິໄນສູນກາງພັກໄດ້ສຸມໃສ່ແກ້ໄຂບັນຫາເຂົ້າໜົມໄຫວ້ພະຈັນໃນໄລຍະບຸນໄຫວ້ພະຈັນເທື່ອນີ້, ເບິ່ງຄືວ່າເປັນເລື່ອງເລັກນ້ອຍ, ແຕ່ຄວາມຈິງແລ້ວແມ່ນເພື່ອແກ້ໄຂບັນຫາການສໍ້ລາດບັງຫຼວງທີ່ແຝງຊ້ອນຢູ່ເບື້ອງຫຼັງ”. ທ່ານ ສີຈິ້ນຜິງ ຍັງເນັ້ນໜັກວ່າ: “ຫຼັງຈາກແກ້ໄຂປະກົດການຫຍໍ້ທໍ້ໃນໄລຍະບຸນໄຫວ້ພະຈັນແລ້ວໃຫ້ແກ້ໄຂບັນຫາໃນໄລຍະວັນຊາດ, ປີໃໝ່ສາກົນ, ບຸນກຸດຈີນ, ບຸນເຊັງເມັ້ງ ຫຼື ບຸນອະນາໄມສຸສານ, ບຸນຕ່ວນອູ ຫຼື ບຸນຊ່ວງເຮືອ ແລະ ປະຕິບັດແບບນີ້ຕໍ່ໄປເພື່ອໃຫ້ກາຍເປັນປະເພນີ ແລະ ແບບແຜນອັນດີງາມຢ່າງໜຶ່ງ.”

ປັດຈຸບັນ, ຍຸກສະໄໝທີ່ເຂົ້າໜົມໄຫວ້ພະຈັນມີລາຄາແພງຜິດປົກກະຕິໄດ້ຜ່ານພົ້ນໄປດົນແລ້ວ, ສັງຄົມທົ່ວປະເທດຈີນເຕັມໄປດ້ວຍບັນຍາດກາດທີ່ໂປ່ງໃສແລະ ສຸດຈະຫຼິດ. ທ່າມກາງແບບແຜນຂອງພັກ, ແບບແຜນການປົກຄອງຂອງລັດແລະ ແບບແຜນສັງຄົມທີ່ສຸດຈະຫຼິດ, ຄົນທັງຫຼາຍໄດ້ຊີມລົດຊາດອັນແຊບຊ້ອຍແບບດັ້ງເດີມທີ່ແທ້ຈິງຂອງເຂົ້າໜົມໄຫວ້ພະຈັນ ແລະ ມີຄວາມສຸກກັບຄວາມອົບອຸ່ນຈາກການເຕົ້າໂຮມຄວາມສາມັກຄີພາຍໃນຄອບຄົວ.

ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຄະນະກຳມະການໂນເບວຂອງສະຖາບັນຄາໂຣລິນສະກາ ປະເທດຊູແອດ ໄດ້ປະກາດວ່າ, ນັກວິທະຍາສາດ 3 ທ່ານຄື: ຄາລ ໄດເຊີຣອດ, ປີເຕີ ເຮເກມານ ແລະ ຈອດ ເນເກລ ໄດ້ຮັບລາງວັນໂນເບວສາຂາສະລີລະວິທະຍາ ຫຼື ການແພດ ຈາກຜົນງານການຄົ້ນພົບຊ່ອງໄອອອນທີ່ຄວບຄຸມດ້ວຍແສງ ແລະ ເຕັກໂນໂລຊີ optogenetics ຊຶ່ງເປັນເຕັກນິກທີ່ສະແດງໃຫ້ເຫັນວ່າຈຸລັງປະສາດມີບົດບາດໃນການສ້າງຄວາມຊົງຈຳ, ຄວາມຮູ້ສຶກ ແລະ ພຶດຕິກຳໃນສະໝອງຂອງສິ່ງທີ່ມີຊີວິດແນວໃດ.
UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຖະແຫຼງການຮ່ວມຈາກອົງການ UNESCO, ອົງການແຮງງານສາກົນ, ກອງທຶນເດັກແຫ່ງສະຫະປະຊາຊາດ ແລະ ສະຫະພັນການສຶກສາສາກົນ ທີ່ອອກໃນວັນທີ 5 ຕຸລາ ຜ່ານມາ ຊຶ່ງກົງກັບວັນຄູໂລກ ລະບຸວ່າ: ໂລກອາດຈະຕ້ອງການຄູເພີ່ມອີກ 50 ລ້ານຄົນພາຍໃນປີ 2030. ໃນນັ້ນ, 44 ລ້ານຄົນ ແມ່ນຕ້ອງການເພື່ອສະໜັບສະໜູນການສຶກສາຂັ້ນປະຖົມ ແລະ ມັດທະຍົມຕອນປາຍ ແລະ ອີກ 6 ລ້ານຄົນສຳລັບການສຶກສາໃນໄວເດັກ.
6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫວ່າງ​ບໍ່ດົນມານີ້, ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ລາຍ​ຮັບ ​ແລະ​ ລາຍ​ຈ່າຍ​ສາ​ກົນ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ 2026” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:
ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ເສດ​ຖະ​ກິດພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ (EAP) ຂອງ​ທະ​ນາ​ຄານ​ໂລກ (WB) ທີ່​ປະ​ກາດ​ໃນ​ວັນ​ທີ 6 ຕຸ​ລາ ຜ່ານມາ ລະບຸວ່າ, ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຄາດ​ຄະ​ເນວ່າແມ່ນພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ແຮງ​ທີ່ສຸດ​ຢູ່​ພາກ​ພື້ນ EAP, ຍ້ອນ​ການ​ບຸກ​ທະ​ລຸ​ຂອງ​ການ​ເຄື່ອນ​ໄຫວ​ຜະ​ລິດ ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເຕັກ​ໂນ​ໂລ​ຊີ​ສູງ ພ້ອ​ມ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ປັນ​ຍາ​ປະ​ດິດ, ກໍຄື​ນະ​ໂຍ​ບາຍ​ປີ​ການ​ເງິນ​ເປີດກວ້າງ.
ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມ​ມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ຣັດເຊຍ) ໄດ້ຕົກ​ລົງຮັກສາລະດັບປະ​ລິ​ມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມວ່າ 7 ປະເທດ ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31.01 ລ້ານຖັງ/ວັນ.
ເພີ່ມເຕີມ