![]() |
ການສະໜັບສະໜູນໃນຄັ້ງນີ້, ເປັນການປະກອບສ່ວນສໍາຄັນໃນການຈັດງານປະຫວັດສາດ ເພື່ອຈາລຶກຄວາມກ້າຫານ ແລະ ວິລະກຳຂອງບັນພະບຸລຸດ ໃນການປົກປ້ອງເມືອງທ່າແຂກ ໃນອະດີດ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວຍ້ອງຍໍ ແລະ ຂອບໃຈຕໍ່ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດຜູ້ດຽວ ທີ່ໄດ້ຮ່ວມມືສະໜັບສະໜູນວຽກງານຂອງແຂວງມາໂດຍຕະຫຼອດ. ພ້ອມນັ້ນ, ທ່ານຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບໍລິສັດ ເພື່ອສັນລະເສີນຜົນງານ ແລະ ຈາລຶກຄຸນງາມຄວາມດີທີ່ໄດ້ປະກອບສ່ວນສະໜັບສະໜູນວຽກງານຂອງແຂວງໃນຄັ້ງນີ້.
(ຂ່າວ: ມະນີວັນ)

ຄໍາເຫັນ