ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໄດ້ມີຂຶ້ນໃນວັນທີ 11 ສິງຫາຜ່ານມາທີ່ ເມືອງຍົມມະລາດມອບໂດຍທ່ານ ພອນປະເສີດ ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ຮັບໂດຍ ທ່ານ ເຫຼັງຄຳ ໄຊຄໍາຜັນ ເລຂາຄະນະບໍລິຫານງານພັກເມືອງຍົມມະລາດ.
ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນໃນສະພາບເກີດໄພພິບັດທາງທຳມະຊາດ (ນໍ້າຖ້ວມ), ນອກນັ້ນຍັງມີເຮືອຈັກຫາງຍາວຈໍານວນ 5 ລໍາ ແລະ ເງິນສົດ 50 ລ້ານກີບ, ລວມມູນຄ່າທັງໝົດ 100 ລ້ານກີບ.
ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ ແມ່ນໜຶ່ງໃນບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວດຳເນີນກິດຢູ່ແຂວງຄຳມ່ວນ. ຕະຫຼອດໄລຍະເວລາທີ່ຜ່ານມາ, ທາງບໍລິສັດໄດ້ເອົາໃຈໃສ່ ແລະ ມີສ່ວນຮ່ວມໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືການພັດທະນາແຂວງຄຳມ່ວນຢ່າງຕໍ່ເນື່ອງເຊິ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ນ້ຳໃຈແບ່ງປັນໃນຍາມທີ່ປະຊາຊົນພົບຄວາມຫຍຸ້ງຍາກ.
ໂອກາດດັ່ງກ່າວ, ທ່ານ ເຫຼັງຄຳ ໄຊຄຳຜັນໄດ້ຕາງໜ້າໃຫ້ການນຳເມືອງ ແລະ ປະຊາຊົນຜູ້ປະສົບໄພ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດ ຜູ້ດຽວ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອໃນຄັ້ງນີ້.
ຂ່າວ: ແຂວງຄຳມ່ວນ
ຄໍາເຫັນ