![]() |
ທ່ານ ສຸກສາຄອນ ສິມມາລາວົງ ໃນໂອກາດຂຶ້ນປະກອບຄຳເຫັນໃນຫົວຂໍ້: “ຄວາມຈຳເປັນໃນການຫັນວາລະສານເປັນວາລະສານເອເລັກໂຕຣນິກ ເພື່ອຕອບສະໜອງກັບຄວາມຕ້ອງການຂອງຜູ້ບໍລິໂພກຂໍ້ມູນຂ່າວສານໃນຍຸກປັດຈຸບັນ” ໃນກອງປະຊຸຸມສະຫຼຸບຖອດຖອນບົດຮຽນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງວາລະສານໂຄສະນາຄົບຮອບ 40 ປີ ຜ່ານມາວ່າ: ໃນນາມຕົວແທນຈາກພາກເອກະຊົນ ແລະ ເປັນບໍລິສັດທີ່ເຄື່ອນໄຫວກ່ຽວກັບວຽກງານເຕັກໂນໂລຊີໄດ້ສະແດງຄວາມຊົມເຊີຍຕໍ່ຄະນະນຳ, ບັນນາທິການ ແລະ ພະນັກງານທຸກຮຸ່ນຂອງວາລະສານໂຄສະນາ ທີ່ໄດ້ປະຕິບັດໜ້າທີ່ອັນສໍາຄັນປະກອບສ່ວນໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໄປສູ່ພະນັກງານ-ສະມາ ຊິກພັກ ແລະ ປະຊາຊົນບັນດາເຜົ່າ, ທັງເປັນກະບອກສຽງເຜີຍແຜ່ຜົນງານຂອງພັກ ແລະ ເປັນເອກະສານບັນທຶກເຫດການ ແລະ ບົດຮຽນຂອງພັກ-ລັດໃນແຕ່ລະໄລຍະ, ພ້ອມທັງປຸກລະດົມຂະບວນການຕ່າງໆໃນສັງຄົມຕະຫຼອດໄລຍະ 40 ປີທີ່ຜ່ານມາ.
ທ່ານ ສຸກສາຄອນ ສິມມາລາວົງ ກ່າວຕື່ມວ່າ: ວາລະສານໂຄສະນາໄດ້ສ້າງຕັ້ງຂຶ້ນໃນປີ 1986 ຊຶ່ງເປັນປີທີ່ພັກຂອງພວກເຮົາເລີ່ມດໍາເນີນແນວທາງປ່ຽນແປງໃໝ່. ຕະຫຼອດໄລຍະ 4 ທົດສະວັດທີ່ຜ່ານມາວາລະສານໂຄສະນາແມ່ນກະບອກສຽງໜຶ່ງທີ່ຢູ່ຄຽງຂ້າງການປະຕິວັດ ແລະ ປ່ຽນແປງໃໝ່ຂອງປະເທດຊາດ. ມາຮອດປັດຈຸບັນພວກເຮົາກໍາລັງຢືນຢູ່ຕໍ່ໜ້າການປ່ຽນແປງອີກຄັ້ງ, ນັ້ນກໍແມ່ນການຫັນເປັນຍຸກດີຈີຕອນ ຊຶ່ງເປັນຍຸກທີ່ຄົນເຮົາກຳລັງປ່ຽນວິທີຮັບຮູ້ຂໍ້ມູນຂ່າວສານ “ຈາກການຮັບຮູ້ຂໍ້ມູນຂ່າວສານຜ່ານໜ້າເຈ້ຍສູ່ການຮັບຮູ້ຂໍ້ມູນຂ່າວສານຜ່ານໜ້າຈໍ”. ສະນັ້ນ, ຕໍ່ກັບການຫັນວາລະສານໂຄສະນາໄປສູ່ຮູບແບບເອເລັກໂຕຣນິກບໍ່ແມ່ນທາງເລືອກເສີມອີກຕໍ່ໄປແຕ່ເປັນຄວາມຈຳເປັນດ້ວຍເຫດຜົນຫຼັກ 4 ຢ່າງຄື: ໜຶ່ງ,ຂະຫຍາຍການເຂົ້າເຖິງຜູ້ອ່ານ: ບົດຂຽນໜຶ່ງສາມາດໄປເຖິງຜູ້ອ່ານຫຼາຍພັນຄົນໄດ້ ພາຍໃນບໍ່ເທົ່າໃດຊົ່ວໂມງລວມທັງພະນັກງານ ແລະ ປະຊາຊົນຢູ່ທ້ອງຖິ່ນ ແລະ ຄົນລາວທີ່ຢູ່ຕ່າງປະເທດ. ສອງ, ມີບົດບາດໃນພື້ນທີ່ຂໍ້ມູນຂ່າວສານອອນລາຍ: ປັດຈຸບັນຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ຂ່າວປອມແຜ່ກະຈາຍໄວຜ່ານສື່ສັງຄົມອອນລາຍ. ຖ້າສື່ຂອງພັກບໍ່ມີບົດບາດຢ່າງຈິງຈັງໃນພື້ນທີ່ນີ້ກໍຈະມີໂອກາດທີ່ຈະຖືກຂໍ້ມູນອື່ນເຂົ້າມາທົດແທນ, ການມີວາລະສານເອເລັກໂຕຣນິກຈະຊ່ວຍໃຫ້ມີແຫຼ່ງຂໍ້ມູນທາງການທີ່ສັງຄົມສາມາດອ້າງອີງໄດ້ງ່າຍຂຶ້ນ. ສາມ, ທັນເວລາ ແລະ ຫຼຸດພາລະຄ່າໃຊ້ຈ່າຍບາງສ່ວນ: ຊ່ວຍຫຼຸດຕົ້ນທຶນດ້ານເຈ້ຍ, ການພິມ ແລະ ການຂົນສົ່ງ, ສາມາດເຜີຍແຜ່ ແລະ ປັບປຸງເນື້ອໃນໄດ້ທັນທີໂດຍບໍ່ຕ້ອງລໍຖ້າຮອບການພິມ. ສີ່, ປົກປັກຮັກສາ ແລະ ນຳໃຊ້ມໍລະດົກ 40 ປີ: ການແປງວາລະສານສະບັບເກົ່າໃຫ້ເປັນຄັງຂໍ້ມູນດີຈີຕອນທີ່ຄົ້ນຫາໄດ້ຈະຊ່ວຍຮັກສາເອກະສານປະຫວັດສາດອັນລ້ຳຄ່າ ແລະ ເປັນແຫຼ່ງຄົ້ນຄວ້າໃຫ້ແກ່ຄົນຮຸ່ນຫຼັງ. ນອກຈາກນັ້ນລະບົບດີຈີຕອນຍັງວັດແທກຈຳນວນຜູ້ອ່ານ ແລະ ເນື້ອໃນທີ່ໄດ້ຮັບຄວາມສົນໃຈເພື່ອນຳມາປັບປຸງໃຫ້ຖືກກັບຄວາມຕ້ອງການຕົວຈິງ.
![]() |
ທ່ານຜູ້ອໍານວຍການ ບໍລິສັດ ສີສັນເຕັກໂນໂລຊີ ຈໍາກັດ ເນັ້ນວ່າ: ເພື່ອໃຫ້ການຫັນປ່ຽນໄດ້ຮັບຜົນສຳເລັດຕ້ອງດຳເນີນສະບັບພິມ ແລະ ສະບັບເອເລັກໂຕຣນິກ ໄປຄຽງຄູ່ກັນໃນໄລຍະຂ້າມຜ່ານເພື່ອບໍ່ໃຫ້ຜູ້ອ່ານທີ່ຍັງບໍ່ເຂົ້າເຖິງອິນເຕີເນັດຖືກປະໄວ້ທາງຫຼັງ, ເຮັດເປັນໄລຍະໂດຍເລີ່ມຈາກບາດກ້າວທີ່ເຮັດໄດ້ທັນທີເຊັ່ນ: ເຜີຍແຜ່ສະບັບດີຈີຕອນທີ່ອ່ານງ່າຍເທິງໂທລະສັບມືຖື ແລະ ແປງສະບັບເກົ່າເປັນຄັງດີຈີຕອນແລ້ວຈຶ່ງຂະຫຍາຍໄປສູ່ເວັບໄຊ ແລະ ແອັບພລິເຄຊັນ, ປັບຮູບແບບເນື້ອໃນໃຫ້ຫຼາກຫຼາຍເຊັ່ນ: ບົດສັ້ນ, ອິນໂຟກຣາບຟິກ, ວີດີໂອ ແລະ ເຜີຍແຜ່ຜ່ານຊ່ອງທາງສື່ສັງຄົມອອນລາຍທີ່ເປັນທາງການ, ນຳໃຊ້ເຕັກໂນໂລຊີໃໝ່ເຊັ່ນ: ປັນຍາປະດິດ (AI) ຢ່າງມີຄວາມຮັບຜິດຊອບເພື່ອຊ່ວຍສັງລວມ, ແປພາສາ, ຈັດລະບຽບຂໍ້ມູນໂດຍມີນັກຂ່າວ, ບັນນາທິການເປັນຜູ້ກວດກາ ແລະ ຮັບຜິດຊອບຂັ້ນສຸດທ້າຍ, ເອົາໃຈໃສ່ຄວາມປອດໄພທາງໄຊເບີ ແລະ ການປົກປ້ອງຂໍ້ມູນຕັ້ງແຕ່ມື້ທຳອິດ, ບຳລຸງຍົກລະດັບທັກສະດີຈີຕອນໃຫ້ແກ່ພະນັກງານ, ເພາະເຕັກໂນໂລຊີເປັນພຽງເຄື່ອງມືແຕ່ຄົນແມ່ນປັດໄຈທີ່ຕັດສິນ.
ການຫັນວາລະສານໂຄສະນາເປັນວາລະສານເອເລັກໂຕຣນິກຍັງສອດຄ່ອງກັບນະໂຍບາຍຂອງພັກ-ລັດໃນການຫັນເປັນດີຈີຕອນ ແລະ ການພັດທະນາເສດຖະກິດດີຈີຕອນແຫ່ງຊາດ. ໃນສ່ວນຂອງບໍລິສັດສີສັນເຕັກໂນໂລຊີຈໍາກັດໃນຖານະວິສາຫະກິດດ້ານເຕັກໂນໂລຊີພວກເຮົາພ້ອມທີ່ຈະປະກອບສ່ວນດ້ານການໃຫ້ຄຳແນະນຳທາງດ້ານເຕັກນິກ, ແລກປ່ຽນບົດຮຽນເພື່ອໃຫ້ວາລະສານໂຄສະນາກ້າວເຂົ້າສູ່ຍຸກດີຈີຕອນຢ່າງໝັ້ນຄົງ.


ຄໍາເຫັນ