ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2

ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2

ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2
ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ນະຄອນຫຼວງວຽງຈັນ, ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ຜູ້ດໍາເນີນການເຂື່ອນໄຟຟ້າພະລັງນ້ໍາໄຊຍະບູລີ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2 ຈາກ ລັດຖະບານ ແຫ່ງ ສປປ ລາວ ທີ່ມີຜົນງານໂດດເດັ່ນດ້ານການພັດທະນາ ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ຕາມມາດຕະຖານສາກົນ, ໃຫ້ກ່ຽດມອບໂດຍ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຮັບໂດຍ ທ່ານ ວໍລະພົດ ອຸຊຸໄພບູນວົງ ກຳມະການຜູ້ຈັດການ ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ
ບລສດ ໄຊຍະບລ ພາວເວ ຈາກດໄດຮບຫຽນໄຊແຮງງານ ຊນ 2 - image 1
 

 

ທ່ານ ວໍລະພົດ ອຸຊຸໄພບູນວົງ ໄດ້ກ່າວລາຍວ່າ: ຕະຫຼອດໄລຍະເວລາການພັດທະນາ ແລະ ກໍ່ສ້າງ ລວມເຖິງການດໍາເນີນງານທາງການຄ້າເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ໄດ້ຍົກລະດັບມາດຕະຖານການຜະລິດໄຟຟ້າພະລັງນ້ຳ ໃຫ້ເປັນຕົ້ນແບບຂອງພາກພື້ນ ທັງດ້ານສິ່ງແວດລ້ອມ, ສັງຄົມ, ເສດຖະກິດ ແລະ ຖືກຕ້ອງຕາມຫຼັກການສາກົນ (ESG). ການທີ່ໄດ້ຮັບລາງວັນໃນຄັ້ງນີ້ຖືເປັນກຽດ ແລະ ກໍາລັງໃຈທີ່ລັດຖະບານ ສປປ ລາວມອບໃຫ້ ແລະ ສະທ້ອນເຖິງການດຳເນີນງານທີ່ມີການມຸ່ງໝັ້ນສູ່ຄວາມຍືນຍົງ. ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ເປັນເຂື່ອນໄຟຟ້າປະເພດນໍ້າໄຫຼຜ່ານ (Run-of-River) ເທິງແມ່ນໍ້າຂອງ ໃຊ້ພະລັງງານຈາກການໄຫຼຂອງນໍ້າຕາມທໍາມະຊາດ ບໍ່ມີການກັກເກັບນໍ້າໃນການຜະລິດໄຟຟ້າ ມີກໍາລັງຜະລິດຕິດຕັ້ງ 1,285 ເມກະວັດ ເລີ່ມດໍາເນີນການທາງການຄ້າ ຕັ້ງແຕ່ວັນທີ 29 ຕຸລາ 2019 ສາມາດຜະລິດກະແສໄຟຟ້າຈາກພະລັງນ້ໍາສະເລ່ຍໄດ້ຫຼາຍກວ່າ 7,400 ກິກະວັດຊົ່ວໂມງຕໍ່ປີ ຊຶ່ງນັບເປັນພະລັງງານສະອາດຈາກແຫຼ່ງພະລັງງານໝຸນວຽນ ສາມາດຫຼີກລ່ຽງການປ່ອຍກາສເຮືອນແກ້ວໄດ້ເຖິງ 3 ລ້ານໂຕນ, ກາສກາກໂບນິກທຽບເທົ່າຕໍ່ປີ ຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ ສປປ ລາວ ແລະ ສົ່ງຕໍ່ພະລັງງານສະອາດສູ່ປະເທດເພື່ອນບ້ານ.

ພ້ອມກັນນີ້ ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອຮັກສາຄວາມສົມດູນຂອງລະບົບນິເວດ ເຊັ່ນ: ລະບົບທາງປາຜ່ານແບບປະສົມປະສານ ທີ່ເອື້ອໃຫ້ປາ 143 ສາຍພັນ ສາມາດລອຍຂຶ້ນລົງແມ່ນໍ້າຂອງຜ່ານໂຮງໄຟຟ້າໄດ້ຢ່າງປອດໄພ ລວມທັງເປັນໂຮງໄຟຟ້າພະລັງນໍ້າແຫ່ງທຳອິດຂອງແມ່ນໍ້າຂອງ ທີ່ຕິດຕັ້ງປະຕູລະບາຍຕະກອນໜັກ 4 ບານ ແລະ ຕະກອນເບົາ 7 ບານ ແລະ ສ້າງຊ່ອງທາງສັນຈອນເຮືອ ທີ່ຮອງຮັບເຮືອຂະໜາດໃຫຍ່ 500 ໂຕນ ໄດ້ພ້ອມກັນ 2 ລຳ ເພື່ອອຳນວຍຄວາມສະດວກໃນການສັນຈອນທາງນ້ຳຕະຫຼອດທັງປີຖືເປັນຕົ້ນແບບເຂື່ອນໄຟຟ້າພະລັງນໍ້າທີ່ສອດຄ່ອງກັແນວທາງການພັັດທະນາຢ່າງຍືນຍົງຂອງພາກພື້ນແມ່ນໍ້າຂອງ.

ໃນດ້ານການຊ່ວຍເຫຼືອສັງຄົມ ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ຍັງໃຫ້ຄວາມສໍາຄັນກັບການພັດທະນາຄຸນນະພາບຊີວິດຊຸມຊົນອ້ອມຂ້າງເຂື່ອນໄຟຟ້າ ທັງການຈັດສັນທີ່ດິນພ້ອມພື້ນຖານໂຄງລ່າງ ພັດທະນາທັກສະອາຊີບໃຫ້ແກ່ປະຊາຊົນ 3,063 ຄົນ ຫຼື 612 ຄົວເຮືອນ ໃນ 15 ໝູ່ບ້ານ ລວມເຖິງການສົ່ງເສີມການຈ້າງງານບຸກຄະລາກອນທ້ອງຖິ່ນ ໂດຍມີພະນັກງານຄົນລາວທັງໝົດ 123 ຄົນ ຫຼື 62% ຂອງຈໍານວນພະນັກງານທັງໝົດ. ການໄດ້ຮັບຫຼຽນໄຊແຮງງານຊັ້ນ II ໃນຄັ້ງນີ້ ບໍ່ພຽງແຕ່ເນັ້ນເຖິງສັກກະຍະພາບຂອງເຂື່ອນໄຟຟ້າພະລັງນ້ຳ ໄຊຍະບູລີ ໃນຖານະຕົ້ນແບບເຂື່ອນໄຟຟ້າພະລັງນ້ຳປະເພດນໍ້າໄຫຼຜ່ານມາດຕະຖານສາກົນ ແຕ່ຍັງເນັ້ນເຖິງບົດບາດຂອງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ໃນການເບິ່ງແຍງສິ່ງແວດລ້ອມ ແລະ ການພັດທະນາສັງຄົມຊຸມຊົນໃນ ສປປ ລາວ ຢ່າງແທ້ຈິງ.

ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ (XPCL) ເປັນຜູ້ດຳເນີນການເຂື່ອນໄຟຟ້າພະລັງນໍ້າ ໄຊຍະບູລີ ຊຶ່ງເປັນເຂື່ອນໄຟຟ້າພະລັງນໍ້າປະເພດໄຫຼຜ່ານຂະໜາດໃຫຍ່ (Run-of-River) ຊຶ່ງໃຊ້ພະລັງງານຈາກການໄຫຼຂອງນໍ້າຕາມທໍາມະຊາດ ບໍ່ມີການກັກເກັບນໍ້າ ຕັ້ງຢູ່ເທິງແມ່ນໍ້າຂອງໃນ ສປປ ລາວ ມີກຳລັງການຜະລິດຕິດຕັ້ງລວມ 1,285 ເມກາວັດ ໂດຍມີລາຍຮັບໄດ້ຫຼາຍກວ່າ 98% ຈາກການຂາຍໄຟຟ້າໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ພາຍໃຕ້ສັນຍາຊື້-ຂາຍໄຟຟ້າໄລຍະເວລາ 29 ປີ ຕັ້ງແຕ່ປີ 2019-2048, XPCL ມີຜູ້ຖືຫຸ້ນຫຼັກ ໄດ້ແກ່ ບໍລິສັດ ຊີເຄ ພາວເວີ ຈໍາກັດ (ມະຫາຊົນ) (42.5%), ບໍລິສັດ ນະທີ ຊິນເນີຍີ່ ຈໍາກັດ (25%), ບໍລິສັດ ຜະລິດ-ໄຟຟ້າລາວ (ມະຫາຊົນ) (20%), ແລະ ບໍລິສັດ ຜະລິດໄຟຟ້າ ຈໍາກັດ (ມະຫາຊົນ) (12.5%).

(ຂໍ້ມູນເຂື່ອນໄຟຟ້າພະລັງນໍ້າ ໄຊຍະບູລີ, ຂ່າວ:ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ