ຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ(ຄຄອຊ) ໄດ້ນຳເອົາອຸປະກອນຄອມພິວເຕີ ຈຳນວນ 4 ຊຸດໃນນັ້ນ, ເຄື່ອງອຸປະກອນ Laptop 2 ຊຸດ ແລະ ເຄື່ອງອຸປະກອນຄອມພິວເຕີ ຈຳນວນ 2 ເຄື່ອງ ຊຶ່ງລວມມີມູນຄ່າທັງໝົດ 84,680,000 ກີບ ມາມອບໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ).
ໃນວັນທີ 8 ຕຸລາຜ່ານມາ ຢູ່ທີ່ເຮືອນພັກ ເລກ 1 ແຂວງຄໍາມ່ວນ ໄດ້ມີກອງປະຊຸມສະຫຼຸບຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ພາຍໃຕ້ການເປັນປະທານ ຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາການນຳແຂວງ, ຂັ້ນເມືອງ ແລະ ບັນດາອະນຸກໍາມະການດຳເນີນກອງປະຊູມເຂົ້າຮ່ວມ.
ສປປ ລາວ ໄດ້ໃຫ້ຄວາມສຳຄັນດ້ານການທູດວັດທະນະທຳ (Cultural Diplomacy) ໂດຍຮັບຮູ້ວ່າແມ່ນການນຳໃຊ້ຊັບພະຍາກອນທາງດ້ານວັດທະນະທຳ ເຊັ່ນ: ພາສາ, ສິລະປະ, ດົນຕີ, ວັນນະຄະດີ, ຮີດຄອງປະເພນີອັນດີງາມ, ຄວາມເຊື່ອ, ແນວຄວາມຄິດ, ຄ່ານິຍົມ, ການແຕ່ງກາຍ ລວມທັງ ອາຫານການກິນຢູ່ດໍາລົງຊີວິດທີ່ເປັນເອກະລັກຂອງລັດໃດໜຶ່ງ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ເສີມສ້າງສາຍພົວພັນທີ່ດີຊຶ່ງກັນ ແລະ ກັນ ລະຫວ່າງ ລັດກັບລັດ, ປະຊາຄົມກັບປະຊາຄົມ ກໍຄື ລະຫວ່າງ ອົງການຈັດຕັ້ງດ້ວຍກັນ ຊຶ່ງເປັນການສ້າງພື້ນຖານອັນສຳຄັນໃຫ້ການຮ່ວມມືໃນຂົງເຂດອື່ນໆ ເຊັ່ນ: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ, ວິທະຍາສາດ, ເຕັກໂນໂລຊີ ແລະ ອື່ນໆ. ນອກຈາກນັ້ນ, ການທູດວັດທະນະທໍາ ຍັງແມ່ນເຄື່ອງມືທີ່ມີພະລັງອໍານາດແບບນິ້ມນວນ (Soft Power) ຂອງຊາດໃດໜຶ່ງທີ່ສາມາດນຳໃຊ້ເຂົ້າໃນການສົ່ງເສີມຜົນປະໂຫຍດແຫ່ງຊາດຂອງຕົນໃນເວທີສາກົນ ກໍຄື ເພື່ອເປັນການຍົກສູງບົດບາດ, ອິດທິພົນ ແລະ ພາບພົດທີ່ດີຂອງປະເທດຕົນໃນເວທີສາກົນ ຜ່ານການສະແດງ ແລະ ນຳສະເໜີວັດທະນະທຳຂອງປະເທດຕົນໃຫ້ສາກົນຮັບຮູ້.
ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈຳປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ຖືເປັນປາງບຸນໃຫຍ່ຂອງປະຊາຊົນບັນດາເຜົ່າຈັດຂຶ້ນທຸກໆປີ ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລາ ປວງຊົນລາວຮັກສາໄດ້ຮີດຄອງປະເພນີອັນດີງາມ ຄວາມສາມັກຄີ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພເປັນຢ່າງດີ.
ງານບຸນປະເພນີແຂ່ງຂັນຊ່ວງເຮືອປະຈຳປີ 2025 ຢູ່ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 7 ຕຸລາຜ່ານມານີ້ ຢູ່ທີອ່າງນ້ຳຮຳ ເຂດບ້ານເມືອງຮຳ ໂດຍການເຂົ້າຮ່ວມຂອງທ່ານ ຄຳສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງ, ມີແຂກຖືກເຊີນທັງພາຍໃນ ແລະ ຕ່າງແຂວງ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນຊາວເມືອງບໍ່ແຕນ ເຂົ້າທ່ຽວຊົມຢ່າງຫຼວງຫຼາຍ.
ໃນວັນທີ 7 ຕຸລາຜ່ານມາ ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີເປີດການນໍາໃຊ້ສວນສາທາລະນະ, ໜໍ່ໄມ້ຈໍາລອງຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ສົມພອນ ມິດຕະພອນ ເຈົ້າແຂວງຜົ້ງສາລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ມີບັນດາທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນທ່ານເລຂາຄະນະພັກເມືອງຈັນທະບູລີພ້ອມດ້ວຍການນໍາ ນວ ເມືອງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ຈັດຂຶ້ນໃນຕອນຄໍ່າ ຂອງວັນທີ 8 ຕຸລານີ້ ມີການຂອງແຂວງຫຼວງພະບາງ, ຄະນະກຳມະການ, ແຂກຮັບເຊີນ ຕະຫຼອດຮອດມວນຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນລະຫວ່າງວັນທີ 7-8 ຕຸລານີ້, ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ບັນດາທ່ານກົງສູນໃຫຍ່ ແລະ ແຂກຜູ້ຕາງໜ້າ ຈາກຫຼາຍປະເທດ ໃນໂອກາດ ທີ່ມາຮ່ວມງານບຸນອອກພັນສາ ປະວໍຣະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ ພສ 2568, ຄສ 2025 ທີ່ແຂວງຈໍາປາສັກ. ຊຶ່ງປະກອບມີບັນດາທ່ານດັ່ງນີ້: ທ່ານ ຊຳນານ ຊື່ນຕາ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ, ທ່ານ ແມນ ກົງ ຮອງເຈົ້າແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ພ້ອມຄະນະ, ທ່ານ ນາງ ຕ້າ ເຟືອງ ຍຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ (ພາກໃຕ້) ນະຄອນປາກເຊ, ທ່ານ ກີ ໂມ ນີ ຣ໋ອກ ກົງສູນໃຫຍ່ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ, ທ່ານ ສຸພັນ ຫານດາວເຮືອງ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດານັງ ສສ ຫວຽດນາມ, ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ສສ ຫວຽດນາມ ແລະ ທ່ານ ແກ້ວ ວົງໄຊ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ.
ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ຄໍາເຫັນ