ຕາມການລາຍງານຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຮອດວັນທີ 4 ສິງຫາ 2025 ໃນທົ່ວແຂວງຄຳມ່ວນ ມີບ້ານທີ່ໄດ້ຮັບຜົນກະທົບທັງໝົດ 230 ບ້ານ, ມີ 11,027 ຄອບຄົວ, ເດັກນ້ອຍອາຍຸ 3 ປີ ຕົກນໍ້າເສຍຊີວິດ 1 ຄົນ, ມີເນື້ອທີ່ນາປີຂອງປະຊາຊົນຖືກນໍ້າຖ້ວມ 11,393 ເຮັກຕາ (ຄາດຄະເນຜົນເສຍຫາຍເບື້ອງຕົ້ນ 3,945 ເຮັກຕາ ຜົນຜະລິດເສຍຫາຍ 15,081 ໂຕ່ນ), ສຳລັບເສັ້ນທາງຖືກຖ້ວມເປ່ເພ 51 ເສັ້ນ, ຂົວ 11 ຈຸດ, ຊົນລະປະທານ 24 ແຫ່ງ ແລະ ອຸປະກອນດ້ານໄຟຟ້າ ເປ່ເພເສຍຫາຍອີກຈໍານວນໜຶ່ງ ລວມມູນຄ່າຜົນເສຍຫາຍໃນເບື້ອງຕົ້ນຈໍານວນ 189 ຕື້ກວ່າກີບ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ