ຂ່າວຕ່າງປະເທດລາຍງານວ່າ: ທະນາຄານແຫ່ງຊາດອົດສະຕຣາລີ (NAB) ໄດ້ເປີດເຜີຍຜົນການສຳຫຼວດໃນວັນທີ 11 ສິງຫານີ້ວ່າ, ດັດສະນີຄວາມເຊື່ອໝັ້ນທາງທຸລະກິດຫຼຸດລົງ 1 ຈຸດ ມາຢູ່ທີ່ -6 ຈຸດ ໃນເດືອນກໍລະກົດ ຜ່ານມາ. ໂດຍດັດຊະນີດັ່ງກ່າວອ່ອນແຮງລົງຫຼັງຈາກເພີ່ມຂຶ້ນຕິດຕໍ່ກັນເປັນເວລາ 3 ເດືອນ ຍ້ອນວ່າພາກທຸລະກິດມີຄວາມກັງວົນກ່ຽວກັບຄວາມບໍ່ແນ່ນອນຂອງຂໍ້ຂັດແຍ່ງໃນຕາເວັນອອກກາງ ແລະ ລາຄາພະລັງງານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງກຳລັງສ້າງຄວາມກົດດັນຕໍ່ທ່າອ່ຽງເສດຖະກິດ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 10 ສິງຫາ ຜ່ານມາ, ລາຄານ້ຳມັນສາກົນໄດ້ເພີ່ມຂຶ້ນຢ່າງຈະແຈ້ງ. ນັບມາຮອດເວລາປິດຕະຫຼາດໃນມື້ດຽວກັນ, ລາຄານ້ຳມັນດິບທາດເບົາທີ່ສັ່ງຊື້ລ່ວງໜ້າ ຊຶ່ງຈະສົ່ງມອບໃນເດືອນກັນຍາ ໃນຕະຫຼາດຊື້-ຂາຍສິນຄ້ານິວຢອກ ໄດ້ເພີ່ມຂຶ້ນ 3.95 ໂດລາ ມາຢູ່ທີ່ 82.13 ໂດລາ, ເພີ່ມຂຶ້ນ 5.05%; ລາຄານ້ຳມັນດິບແບຣນລອນດອນທີ່ສັ່ງຊື້ລ່ວງໜ້າ ຊຶ່ງຈະສົ່ງມອບໃນເດືອນຕຸລາປີນີ້ໄດ້ເພີ່ມຂຶ້ນ 4.17 ໂດລາ ມາຢູ່ທີ່ 87.72 ໂດລາ, ເພີ່ມຂຶ້ນ 4.99%.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫານີ້ວ່າ: ໃນວັນທີ 10 ສິງຫາ ຜ່ານມາ, ລັດຖະບານໂກລົມບີໄດ້ປະກາດເຂົ້າສູ່ “ພາວະໄພພິບັດແຫ່ງຊາດ” ເພື່ອຮັບມືກັບແຜ່ນດິນໄຫວລະດັບ 7.4 ຣິກເຕີ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກຂອງປະເທດໃນມື້ດຽວກັນ. ອີງຕາມຖະແຫຼງການຫຼ້າສຸດທີ່ລັດຖະບານໂກລົມບີເປີດເຜີຍໃນມື້ດຽວກັນໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 132 ຄົນ, ບາດເຈັບ 570 ຄົນ ພ້ອມທັງເຮັດໃຫ້ 32 ຕົວເມືອງໃນທົ່ວປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ໃນຫຼາຍມື້ຜ່ານມາ, ບັນດາປະກົດການອາກາດຮຸນແຮງ ພວມເກີດຂຶ້ນຢູ່ຫຼາຍພາກພື້ນໃນທົ່ວໂລກ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ອົງການພາສີແຫ່ງຊາດຈີນເປີດເຜີຍໂຕເລກຂໍ້ມູນສະແດງໃຫ້ເຫັນວ່າ, 7 ເດືອນຕົ້ນປີນີ້, ການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັກສາຈັງຫວະການເຕີບໂຕທີ່ແຂງແຮງ ໂດຍບັນລຸເຖິງ 5,140 ຕື້ຢວນ, ເພີ່ມຂຶ້ນ 20% ຊຶ່ງສູງກວ່າລະດັບການຄ້າໂດຍລວມຂອງຈີນໃນໄລຍະດຽວກັນ, ອາຊຽນສືບຕໍ່ຄອງຖານະເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງຈີນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ເຖິງວ່າຕ້ອງປະເຊີນໜ້າກັບການຜັນຜວນດ້ານເສດຖະກິດໂລກ ກໍຄືຮົ້ວກີດຂວາງດ້ານເຕັກນິກທີ່ເຄັ່ງຄັດຈາກບັນດາຕະຫຼາດບໍລິໂພກໃຫຍ່ກໍຕາມ, ໃນ 7 ເດືອນຕົ້ນປີ 2026 ການສົ່ງອອກ, ນຳເຂົ້າຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສືບຕໍ່ຮັບຮູ້ການເຕີບໂຕຢ່າງຕັ້ງໜ້າ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດຈຸບັນ, ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຈຸດສຸມຂອງການປະຕິຮູບອຸດສາຫະກໍາທົ່ວໂລກ. ວົງການພາຍນອກມີຄວາມເຫັນໂດຍທົ່ວໄປວ່າ: ໂດຍອີງໃສ່ຕະຫຼາດຂະໜາດໃຫຍ່ພິເສດ, ລະບົບອຸດສາຫະກໍາທີ່ສົມບູນຄົບຖ້ວນ ແລະ ລະບົບນິເວດດ້ານການຮ່ວມມືແບບເປີດກວ້າງ, ຈີນໄດ້ສະໜອງບົດຮຽນອັນລໍ້າຄ່າໃຫ້ແກ່ທົ່ວໂລກກ່ຽວກັບຫົວຂໍ້ຈຸດສຸມດັ່ງກ່າວ. ອີງຕາມການຈັດອັນດັບຫຼ້າສຸດທີ່ເປີດເຜີຍໂດຍ Nature Index ສະແດງໃຫ້ເຫັນວ່າ: ຈີນຄອງອັນດັບໜຶ່ງຂອງໂລກດ້ານການປະກອບສ່ວນຄົ້ນຄວ້າວິທະຍາສາດໃນປີ 2025.
ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ສະພາລະຫວ່າງລັດຖະບານສະຫະພັນເສດຖະກິດອາຊີ - ເອີຣົບ (EAEU) ດຳເນີນກອງປະຊຸມເປີດກວ້າງ ທີ່ປະເທດກີກິດສະຖານ (Kyrgyzstan), ເພື່ອສຸມໃສ່ການເພີ່ມທະວີການຮ່ວມມືດ້ານອຸດສາຫະກຳ, ການຄ້ຳປະກັນດ້ານສະບຽງອາຫານ, ພັດທະນາການຄ້າເອເລັກໂຕຣນິກ, ຫັນການຂົນສົ່ງເປັນດີຈີຕອນ ແລະ ສ້າງຕະຫຼາດການເງິນລວມ. ບັນດາປະເທດໄດ້ກວດກາຄືນການປະຕິບັດຂໍ້ຕົກລົງການຄ້າລວມກັບຄູ່ຮ່ວມມື.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ສິງຫາ ຜ່ານມາວ່າ: ສຳນັກຂ່າວ Kyodo ຂອງຍີ່ປຸ່ນລາຍງານວ່າ, ດິນເຈື່ອນທີ່ເກີດຂຶ້ນໃນຄືນວັນທີ 8 ສິງຫາຜ່ານມາ ໃນແຂວງນາກາໂນ ພາກກາງຂອງປະເທດຍີ່ປຸ່ນ, ເຮັດໃຫ້ມີປະຊາຊົນປະມານ 390 ຄົນຕິດຄ້າງ.
ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Queensland ໃນອົສຕຣາລີ ພົບວ່າ: ຜູ້ທີ່ມີສວນຢູ່ເຮືອນມີຄວາມສ່ຽງເປັນພະຍາດເບົາຫວານປະເພດ 2 ໜ້ອຍກວ່າຄົນທີ່ບໍ່ມີເຖິງ 6.8%. ໃນຂະນະດຽວກັນ, ຜູ້ທີ່ອາໄສຢູ່ໃກ້ສວນສາທາລະນະຫຼາຍແຫ່ງມີຄວາມສ່ຽງເປັນພະຍາດເບົາຫວານປະເພດດຽວກັນໜ້ອຍກວ່າຄົນທີ່ບໍ່ໄດ້ຢູ່ໃກ້ເຖິງ 5.7% ຊຶ່ງເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງໃຫ້ຄວາມສໍາຄັນກັບພື້ນທີ່ສີຂຽວໃນການວາງແຜນຜັງຕົວເມືອງ.
ຄໍາເຫັນ