ໃນການສຳຫຼວດ, ຜູ້ຕອບແບບສອບຖາມ 74.9% ທົ່ວໂລກ ມີຄວາມສົນໃຈຕໍ່ຫົວຂໍ້ຫາລືກ່ຽວກັບແມ່ຍິງ, ໃນນັ້ນ, ຜູ້ຕອບແບບສອບຖາມຈາກປະເທດ ພວມພັດທະນາມີ 80.9% ສົນໃຈຫົວຂໍ້ຫາລືກ່ຽວກັບແມ່ຍິງ, ຜູ້ຕອບແບບສອບຖາມອາຍຸຕ່ຳກວ່າ 44 ປີມີ 79.1% ຂຶ້ນໄປສົນໃຈນຳຫົວຂໍ້ຫາລືກ່ຽວກັບແມ່ຍິງ. ນອກນັ້ນ, ຍັງມີຜູ້ຕອບແບບສອບຖາມຈາກປະເທດພວມພັດທະນາ 71.7% ເຫັນວ່າ ສິດ ແລະ ຜົນປະໂຫຍດຂອງແມ່ຍິງໄດ້ຮັບການປົກປ້ອງ ແລະ ການປັບປຸງໃຫ້ດີຂຶ້ນຢ່າງມີປະສິດທິຜົນ. ໃນການຕີລາຄາຕໍ່ໝາກຜົນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ, ຜູ້ຕອບແບບສອບຖາມທົ່ວໂລກ 92% ມີຄວາມພໍໃຈຕໍ່ແມ່ຍິງທີ່ມີສິດໄດ້ຮັບການສຶກສາ, 87% ມີຄວາມພໍໃຈຕໍ່ອັດຕາແມ່ຍິງເຂົ້າຮ່ວມການເມືອງ, 86% ມີຄວາມພໍໃຈຕໍ່ສຸຂະພາບແມ່ຍິງ .
ຄໍາເຫັນ