ໜຶ່ງໃນຈຸດພິເສດທີ່ໂດດເດັ່ນທີ່ສຸດຂອງພັກກອມມູນິດຈີນແມ່ນໄດ້ຢຶດໝັ້ນການປະຕິວັດຕໍ່ຕົນເອງ. ເມື່ອປະເຊີນໜ້າກັບໜ້າທີ່ໃໝ່ແຫ່ງການພັດທະນາເສດຖະກິດ ແລະ ສັງຄົມ, ພັກ ກອມມູນິດຈີນໄດ້ປັບປຸງລະບົບການບໍລິຫານປະເທດຢ່າງຕໍ່ເນື່ອງ, ເພີ່ມທະວີການກໍ່ສ້າງດ້ານ ລະບຽບວິໄນ, ເພີ່ມທະວີການຕ້ານການສໍ້ລາດບັງຫຼວງ, ປັບປຸງລະບົບ ແລະ ກົນໄກຢ່າງຕໍ່ເນື່ອງ ຊຶ່ງໄດ້ເປັນການຄ້ຳປະກັນທີ່ໜັກແໜ້ນສຳລັບການພັດທະນາເສດຖະກິດ ແລະ ສັງຄົມແບບ ຍືນຍົງ. ປັດຈຸບັນ, ຫຼາຍປະເທດໃນໂລກຍັງປະເຊີນກັບສິ່ງທ້າທາຍດ້ານການປົກຄອງເຊັ່ນ: ການສໍ້ລາດບັງຫຼວງ, ການກໍ່ສ້າງລະບຽບການທີ່ອ່ອນແອ, ການຈັດຕັ້ງປະຕິບັດນະໂຍບາຍທີ່ບໍ່ ມີປະສິດທິພາບ ແລະ ການຂາດຄວາມຕໍ່ເນື່ອງໃນການວາງແຜນການພັດທະນາ. ສິ່ງນີ້ບໍ່ ພຽງແຕ່ສົ່ງຜົນກະທົບຕໍ່ປະສິດທິພາບຂອງການປົກຄອງຂອງລັດຖະບານເທົ່ານັ້ນ, ແຕ່ຍັງຈຳ ກັດການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ. ພຶດຕິກຳຕົວຈິງແຫ່ງການພັດທະນາຂອງຈີນສະແດງໃຫ້ເຫັນວ່າ: ການເພີ່ມທະວີການກໍ່ສ້າງດ້ານລະບຽບການ, ການຮັກສາ ຄວາມຕໍ່ເນື່ອງຂອງນະໂຍບາຍ ແລະ ການເພີ່ມທະວີຄວາມທັນສະໄໝຂອງລະບົບການປົກຄອງບໍລິຫານ ແລະ ຄວາມສາມາດໃນການປົກຄອງຂອງລັດແມ່ນວິທີອັນສຳຄັນໃນການຍົກສູງປະສິດທິພາບຢ່າງຕໍ່ເນື່ອງສຳລັບການປົກຄອງປະເທດ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ