ໂດຍ:ສະຖາບັນການຕ່າງປະເທດ

ບົດຮຽນຄວາມສຳເລັດທີ່ໜ້າສັນລະເສີນໃນການຕໍ່ສູ້ກັບຄວາມທຸກຍາກຂອງ ສປ ຈີນ

ໂດຍ:ສະຖາບັນການຕ່າງປະເທດ ຄໍາເວົ້າໜຶ່ງທີ່ສຳຄັນຂອງທ່ານປະທານ ສີ ຈິ້ນຜິງ ທີ່ໄດ້ຈັດພິມໃນປຶ້ມ “ສີ ຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ບໍລິຫານການເມືອງ”, ສະບັບພາສາລາວທີ່ມີເນື້ອໃນວ່າ:“ຄວາມປາຖະໜາຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມຈະເລີນຮຸ່ງເຮືອງ

 

ໄປຮ່ວມກັນ” ນັ້ນແມ່ນຄວາມຕ້ອງການທີ່ຈໍາເປັນພື້ນຖານຂອງການກ້າວຂຶ້ນສູ່ລະບອບສັງຄົມນິຍົມ. ຄວາມປາຖະໜາດັ່ງກ່າວ ເປັນເປົ້າໝາຍ ແລະ ຄວາມພະຍາຍາມຫຼັກຂອງລັດຖະບານ ແລະ ພັກກອມມູນິດຈີນ ຖືເປັນນະໂຍບາຍພື້ນຖານໃນການເອົາໃຈໃສ່ ແລະ ເບິ່ງແຍງຕໍ່ຊີວິດການເປັນຢູ່ຂອງປະຊາຊົນໂດຍມຸ່ງໝັ້ນເພື່ອສ້າງຄວາມຢູ່ດີກິນດີຂອງປະຊາຊົນ ອັນເປັນພາລະກິດສູງສຸດຂອງຜູ້ນໍາ ແລະ ພັກກອມມູນິດຈີນ ຍ້ອນວ່າປະຊາຊົນຄືໝາກຫົວໃຈຂອງປະເທດຊາດ.

ໃນໄລຍະຜ່ານມາ, ສປ ຈີນ ໄດ້ມີແນວທາງໃນການລຶບລ້າງຄວາມທຸກຍາກຢ່າງຈະແຈ້ງ ແລະ ໄດ້ຈັດຕັ້ງປະຕິບັດຢ່າງເປັນລະບົບ ເຮັດໃຫ້ການຕໍ່ສູ້ກັບຄວາມທຸກຍາກປະສົບຜົນສໍາເລັດຢ່າງສູງ ແລະ ເຮັດໃຫ້ປະຊາຊົນຫຼາຍຮ້ອຍລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງແທ້ຈິງ. ຜົນງານດັ່ງກ່າວ, ໄດ້ສະແດງອອກຢ່າງຊັດເຈນຕະຫຼອດໄລຍະສີ່ທົດສະວັດທີ່ຜ່ານມາ, ລັດຖະບານ ສປ ຈີນ ໄດ້ຈັດຕັ້ງປະຕິບັດ ແລະ ລິເລີ່ມໂຄງການຕ່າງໆ ເພື່ອຫຼຸດຜ່ອນຄວາມທຸກຍາກອັນໄດ້ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ. ຕໍ່ກັບແຜນງານດັ່ງກ່າວ, ລັດຖະບານຈີນ ໄດ້ມີແນວທາງ ແລະ ຂັ້ນຕອນຢ່າງເປັນລະບົບ ເພື່ອເຮັດໃຫ້ວຽກງານແກ້ໄຂຄວາມທຸກຍາກມີປະສິດທິພາບ ແລະ ໄດ້ຮັບຜົນດີ ໂດຍໄດ້ກໍານົດແຜນງານດັ່ງນີ້:

1. ການຫຼຸດຜ່ອນຄວາມທຸກຍາກແບບກຳນົດເປົ້າໝາຍ(the Targeted poverty alleviation campaign)ໂດຍໄດ້ເນັ້ນໃສ່ການກໍານົດເປົ້າໝາຍການຊ່ວຍເຫຼືອບຸກຄົນ ແລະ ຄອບຄົວທີ່ນອນຢູ່ໃນຄວາມທຸກຍາກຂັ້ນຮຸນແຮງ,ຊຶ່ງລັດຖະບານ ຈີນ ໄດ້ດໍາເນີນການໃຫ້ການສະໜັບສະໜູນໂດຍອີງຕາມຄວາມຮຽກຮ້ອງຕ້ອງການ ແລະ ສອດຄ່ອງກັບເງື່ອນໄຂຂອງກຸ່ມຄົນເຫຼົ່ານັ້ນ ເຊັ່ນ: ການເຂົ້າເຖິງການສຶກສາຂັ້ນພື້ນຖານ, ການເຂົ້າເຖິງລະບົບສາທາລະນະສຸກ, ພັດທະນາດ້ານໂຄງລ່າງພື້ນຖານ ແລະ ການສົ່ງເສີມການພັດທະນາອຸດສາຫະກຳໃນທ້ອງຖິ່ນ.

2. ຍຸດທະສາດ ການຟື້ນຟູເຂດຊົນນະບົດ(the Rural revitalization strategy), ເປັນຕົວຢ່າງຄວາມມຸ່ງໝັ້ນຂອງປະເທດຈີນໃນການສົ່ງເສີມຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຍືນຍົງໃນຊົນນະບົດຂອງປະເທດ. ຕັ້ງແຕ່ການພັດທະນາໂຄງລ່າງພື້ນຖານໄປຈົນເຖິງການເບິ່ງແຍງຮັກສາສຸຂະພາບ ແລະ ການຫັນໄປສູ່ດີຈີຕອນ. ນະໂຍບາຍນີ້ ມີຈຸດປະສົງເພື່ອຮັບປະກັນວ່າເຂດຊົນນະບົດມີບົດບາດສຳຄັນໃນຄວາມກ້າວໜ້າທາງສັງຄົມ ແລະ ເສດຖະກິດຂອງປະເທດ. ໂດຍເນັ້ນໃສ່ ການເສີມສ້າງຄວາມເຂັ້ມແຂງທາງວິທະຍາສາດການກະເສດ, ເຕັກໂນໂລຊີ, ໂຄງລ່າງພື້ນຖານ ແລະ ບໍລິການທາງການເງິນ. ການຟື້ນຟູຊົນນະບົດມີບົດບາດສຳຄັນໃນການສົ່ງເສີມຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ການເຕີບໃຫຍ່ທາງສັງຄົມທີ່ສົມດູນ ລວມເຖິງມາດຕະການຕ່າງໆ ເຊັ່ນ: ການປັບປຸງການກະເສດໃຫ້ທັນສະໄໝ, ການພັດທະນາການທ່ອງທ່ຽວໃນຊົນນະບົດ ແລະ ການລົງທຶນເຂົ້າໃນໂຄງລ່າງພື້ນຖານໃນຊົນນະບົດ.

3. ການທົດແທນທາງນິເວດ(theEco-compensation) ເພື່ອສົ່ງເສີມການປົກປ້ອງ ແລະ ຟື້ນຟູຊັບພະຍາກອນນິເວດໃນເຂດທີ່ທຸກຍາກໂດຍສ້າງສິ່ງຈູງໃຈທາງການເງິນແກ່ຊຸມຊົນທ້ອງຖິ່ນໃນການຈັດຕັ້ງປະຕິບັດການຈັດການທີ່ດິນຢ່າງຍືນຍົງ, ການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ການຟື້ນຟູລະບົບນິເວດ.

4. ການຫຼຸດຜ່ອນຄວາມທຸກຍາກຜ່ານການສຶກສາ(the Poverty alleviation through education) ໂດຍເນັ້ນໃສ່ການປັບປຸງ ແລະ ການເຂົ້າເຖິງການສຶກສາທີ່ມີຄຸນນະພາບສໍາລັບເດັກນ້ອຍໃນເຂດທຸກຍາກ ລວມເຖິງມາດຕະການຕ່າງໆ ເຊັ່ນ: ການສ້າງໂຮງຮຽນ, ການໃຫ້ທຶນການສຶກສາ ແລະ ດຳເນີນໂຄງການຝຶກອົບຮົມຄູ.

5. ການປະຕິຮູບລະບົບປະກັນສັງຄົມ(the Social security system reforms) ເພື່ອເສີມສ້າງລະບົບປະກັນສັງຄົມ ແລະ ກວມລວມທຸກໂຄງການປະກັນສັງຄົມ, ການໃຫ້ການບໍລິການດ້ານສຸຂະພາບຂັ້ນພື້ນຖານ ແລະ ການສ້າງເຄືອຂ່າຍຄວາມປອດໄພສຳລັບກຸ່ມຄົນພິການ. ທັງໝົດນີ້ເພື່ອແກ້ໄຂຕົ້ນຕໍຂອງຄວາມທຸກຍາກ ແລະ ໃຫ້ການສົ່ງເສີມກວມລວມແກ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ.

ນັບຕັ້ງແຕ່ການປະຕິຮູບ ແລະ ເປີດປະເທດ ໃນປີ 1978 ເປັນຕົ້ນມາ, ປະຊາຊົນຫຼາຍກວ່າ 850 ລ້ານຄົນໃນ ສປ ຈີນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຫຼື ຫຼາຍກວ່າ 70% ຂອງການຫຼຸດຜ່ອນຄວາມທຸກຍາກທົ່ວໂລກໃນໄລຍະເວລາດຽວກັນ. ອັດຕາຄວາມທຸກຍາກໃນ ຈີນ ໄດ້ຫຼຸດລົງຢ່າງຫຼວງຫຼາຍ (drastically reduced). ຈໍານວນປະຊາຊົນທີ່ຢູ່ໃນຄວາມທຸກຍາກໄດ້ຫຼຸດລົງຈາກ 98,99 ລ້ານຄົນສຸດທ້າຍ ໃນທ້າຍປີ 2012 ເຫຼືອ 5,51 ລ້ານຄົນໃນທ້າຍປີ 2019, ໂດຍອັດຕາຄວາມທຸກຍາກໄດ້ຫຼຸດລົງ ຈາກ 10,2% ເຫຼືອ 0,6% ຫຼື ອັດຕາຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າ 10 ລ້ານຄົນຕໍ່ປີຕິດຕໍ່ກັນເປັນເວລາ 7 ປີ. ໃນການຈັດຕັ້ງປະຕິບັດເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກນີ້ແທນການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກທີ່ໄດ້ລົງທະບຽນ 770.000 ຄົນ ໄດ້ມີວຽກເຮັດງານທໍາໃນບໍລິເວນໃກ້ເຮືອນຂອງຕົນ. ຍຸດທະສາດການຟື້ນຟູຊົນນະບົດ ໄດ້ນໍາໄປສູ່ການປັບປຸງໂຄງລ່າງພື້ນຖານໃນຊົນນະບົດຢ່າງຊັດເຈນ, ລວມເຖິງການກໍ່ສ້າງຖະໜົນຫົນທາງທີ່ມີຄວາມຍາວກວ່າ 1,21 ລ້ານກິໂລແມດ ແລະ ການຈັດຫານໍ້າດື່ມທີ່ສະອາດໃຫ້ກັບປະຊາຊົນຢູ່ຊົນນະບົດໄດ້ຫຼາຍກວ່າ 80 ລ້ານຄົນ.

ໃນເດືອນ ກຸມພາ ປີ 2021ປະທານ ສີ ຈິ້ນຜິງ ໄດ້ປະກາດວ່າ:ສປ ຈີນ ໄດ້ຮັບໄຊຊະນະຢ່າງສົມບູນແບບໃນການຕໍ່ສູ້ກັບຄວາມທຸກຍາກທົ່ວປະເທດ. ຜ່ານໂຄງການຫຼຸດຜ່ອນຄວາມທຸກຍາກຜ່ານການສຶກສາ ເດັກນ້ອຍຫຼາຍລ້ານຄົນຢູ່ຂົງເຂດທີ່ທຸກຍາກສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ເຮັດໃຫ້ອັດຕາການຮູ້ໜັງສືດີຂຶ້ນ ແລະ ຂະຫຍາຍໂອກາດສຳລັບອະນາຄົດຂອງເດັກນ້ອຍ. ສະຖິຕິເຫຼົ່ານີ້ ສະແດງໃຫ້ເຫັນເຖິງປະສິດທິຜົນຂອງໂຄງການຫຼຸດຜ່ອນຄວາມທຸກຍາກຂອງ ສປ ຈີນ ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຫຼາຍລ້ານຄົນ ແລະ ສ້າງສັງຄົມທີ່ມີຄວາມຍຸຕິທຳ ແລະ ຈະເລີນຮຸ່ງເຮືອງຂຶ້ນ, ພ້ອມທັງໄດ້ສ້າງຄວາມກ້າວໜ້າໃນການພັດທະນາຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ສຳລັບ ສປປ ລາວ, ກໍມີໂຄງການຫຼຸດຜ່ອນຄວາມທຸກຍາກທີ່ປະສົບຄວາມສຳເລັດຫຼາຍໂຄງການຊຶ່ງໄດ້ສົ່ງຜົນດີໃຫ້ກັບຊຸມຊົນ ເຊັ່ນ: ກອງທຶນເພື່ອການພັດທະນາໝູ່ບ້ານ (village development fund), ການປັບປຸງຊີວິດການເປັນຢູ່ຜ່ານໂຄງການສົ່ງເສີມການປ່ຽນແປງ (livelihood improvement through fostered transformation) ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ມີເປົ້າໝາຍປັບປຸງຊີວິດການເປັນຢູ່ຂອງຊຸມຊົນທີ່ທຸກຍາກ ແລະ ຄົນພິການໃນລາວ ໂດຍເນັ້ນໃສ່ຂົງເຂດການກະສິກຳ, ປັບປຸງ ແລະ ສ້າງໂຄງລ່າງພື້ນຖານໃນຊົນນະບົດ ແລະ ການເຂົ້າເຖິງການບໍລິການຂັ້ນພື້ນຖານທີ່ສົ່ງເສີມການພັດທະນາທີ່ຍືນຍົງ, ໂຄງການຄຸນນະພາບການສຶກສາຂັ້ນພື້ນຖານ ແລະ ການເຂົ້າເຖິງໃນ ສປປ ລາວ (basic education quality and access in Laos),ໂຄງການກະສິກຳທີ່ຍືນຍົງ ແລະ ການພັດທະນາຊົນນະບົດ (sustainable agriculture and rural development), ການທ່ອງທ່ຽວຊຸມຊົນ (community-based tourism).

ເຖິງຢ່າງໃດກໍຕາມ, ສປປລາວ ສາມາດຮຽນຮູ້ຈາກປະສົບການຂອງ ລັດຖະບານຈີນ ກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ ໂດຍຮຽນຮູ້ ແລະ ສຶກສາຍຸດທະສາດທີ່ປະສົບຜົນສຳເລັດ ແລະການນຳໃຊ້ປັບເຂົ້າໃນສະພາບສະເພາະຂອງ ລາວ ເຊັ່ນ: ແນວທາງແບບກຳນົດເປົ້າໝາຍ ແລະ ຈັດລຳດັບຄວາມສຳຄັນຂອງຂົງເຂດ ແລະ ຊຸມຊົນທີ່ຕ້ອງການທີ່ສຸດ.ພ້ອມນີ້ ກໍຈັດລໍາດັບຄວາມສຳຄັນຂອງໂຄງການ ໂຄງລ່າງພື້ນຖານຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ເພື່ອປັບປຸງການເຊື່ອມຈອດ, ການເຂົ້າເຖິງຕະຫຼາດ ແລະ ການບໍລິການຂັ້ນພື້ນຖານ; ລົງທຶນເຂົ້າໃສ່ໃນການວິໄຈດ້ານກະສິກຳ ເຕັກໂນໂລຊີ ແລະ ການຝຶກອົບຮົມ ເພື່ອປັບປຸງແນວທາງປະຕິບັດດ້ານການກະສິກຳ ແລະ ເພີ່ມປະສິດທິພາບໃນການສ້າງລາຍໄດ້ຂອງຊຸມຊົນໃນຊົນນະບົດ; ລົງທຶນເຂົ້າໃນໂຄງການຝຶກອົບຮົມວິຊາຊີບ, ການພັດທະນາຜູ້ປະກອບການ ແລະ ບໍລິການຈັດຫາງານ ເພື່ອເພີ່ມໂອກາດການຈ້າງງານໃຫ້ກັບພົນລະເມືອງຂອງຕົນ; ສ້າງ ແລະ ຮັດແໜ້ນຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອດຶງດູດເອົາການລົງທຶນຈາກພາກເອກະຊົນ ແລະ ສົ່ງເສີມການພັດທະນາທຸລະກິດ ແລະ ສ້າງໂອກາດໃນການຈ້າງງານ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ວັນທີ 12 ຕຸລາ ນີ້, ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫະກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃນໄວໜຸ່ມ” ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມີທ່ານ ບິລາລ ອຸແຮັງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາສະຖານທູດ, ອົງການສາກົນ, ບັນດາກະຊວງ, ອົງການ, ຄູ່ຮ່ວມພັດທະນາ ແລະ ບັນດາຊາວໜຸ່ມ-ໄວ ໜຸ່ມເຂົ້າຮ່ວມ.
81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ເພີ່ມເຕີມ