![]() |
ໃນພິທີ, ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ ໄດ້ຫວນຄືນວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໃນທ້າຍສັດຕະວັດທີ 19 ພວກລ່າເມືອງຂື້ນຝຣັ່ງໄດ້ເຂົ້າມາຮຸກຮານ ເເລະ ຍຶດຄອງເອົາປະເທລາວເຮົາ ເປັນຫົວລ່າເມືອງຂຶ້ນ, ປະເທດລາວໄດ້ສູນເສຍເອກະລາດ, ປະຊາຊົນຂາດອິດສະລະພາບ ກາຍເປັນຂ້ອຍຂ້າຂອງຕ່າງຊາດ. ດ້ວຍມູນເຊື້ອທີ່ບໍ່ຍອມຈໍານົນ ປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຍ່າງເນື່ອງນິດລຽນຕິດ, ຕັ້ງເເຕ່ມື້ທໍາອິດທີ່ພວກເຂົາໄດ້ເຂົ້າມາຮອດປະເທດລາວ, ຍິ່ງພວກລ່າເມືອງຂຶ້ນໄດ້ເພີ່ມທະວີການຍຶດຄອງ ແລະ ປຸກລະດົມຂື້ນຫຼາຍທໍ່ໃດ ການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຍິ່ງເປີດກ້ວາງອອກໄປທົ່ວທຸກເເຫ່ງຫົນໃນຂອບເຂດທົ່ວປະເທດ ວັນທີ 12 ຕຸລາ 1945 ເປັນເຫດການທີ່ມີຄວາມໝາຍທາງດ້ານປະຫັວດສາດຂອງລາວຍ້ອນວ່າເປັນມື້ທີ່ມີການໂຮມຊຸມນຸມ ຊຶ່ງມີມວນຊົນເຂົ້າຮ່ວມ 2 ໝື່ນ ກວ່າຄົນ ໂດຍລັດຖະບານລາວອິດສະຫຼະໄດ້ເປັນຕົວເເທນວົງຄະນະຍາດເເຫ່ງຊາດ ປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກຍ່າງເປັນທາງການ, ປະກາດໂຮມເເຜ່ນດິນລາວເປັນເອກະພາບ, ປ່ຽນເເປງການປົກຄອງ, ລົບລ້າງທຸກສັນຍາທີ່ໄດ້ເຊັນກັບຝຣັ໋ງເສດ, ປະກາດໃຊ້ລັດຖະທໍາມະນູນສະບັບທໍາອິດ, ປະກາດໃຊ້ທຸງຊາດ (ທຸງຊາດລາວປັດຈຸບັນ) ທັງເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວ, ຮັບຮູ້ອະທິປະໄຕ ແລະ ເຂດນໍ້າເເດນດິນຂອງລາວ ໂດຍຄໍາຂວັນທີ່ວ່າ: ຍອມຕາຍດີກວ່າເປັນຂ້ອຍຂ້າ; ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ເເອກປົກຄອງຂອງຕ່າງຊາດ. ໂອກາດດັ່ງກ່າວ ທ່ານ ກອນແກ້ວ ບັນນະວົງ ຮັກສາການ ຮອງປະທານຄະນະກໍາມະການປົກຄອງເມືອງ ປະທານແນວລາວສ້າງຊາດເມືອງສີງ ໄດ້ຜ່ານເອກະສານ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (ວັນທີ 12 ຕຸລາ 1945) ແລະ ວົນສ້າງຕັ້ງສະຫະພັນນັກຮົມເກົ່າຄົບຮອບ 23 ປີ ພ້ອມນີ້ໃນພິທີຍັງໄດ້ເຊືອມຊືມເຜີຍແຜ່ດໍາລັດສະບັບເລກທີ 627/ນຍ,ລົງວັນທີ 10 ຕຸລາ 2025 ວ່າດ້ວຍການປະຕິບັດນະໂຍບາຍອຸດໜຸນຕໍາແໜ່ງຕໍປະທານ ແລະ ຮອງປະທານຄະນະປົກຄອງນະຄອນຫຼວງ, ແຂວງ, ເມືອງ, ນະຄອນ ແລະ ຄະນະກໍາມະການປົກຄອງຕາແສງ, ເຜີຍແຜ່ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ1519/ຫສນຍ ລົງວັນທີ 8 ກັນຍາ 2025, ແຈ້ງການຂອງພະແນກການຕ່າງປະເທດແຂວງຫຼວງນໍ້າທາສະບັບເລກທີ861/ພຕທ ລົງວັນທີ 10 ກັນຍາ ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາມໍລະດົກແຫ່ງຊາດລະດັບຊາດທົ່ວປະເທດຕືມອີກ.
(ຂ່າວ-ພາບ: ກີ່ງແກ້ວ)
ຄໍາເຫັນ