![]() |
ໃນພິທີມອບເງິນມີທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວເປັນຜູ້ຮັບ ແລະ ມີຜູ້ແທນຈາກທະນາຄານ ແລະ ບໍລິສັດທີ່ມອບເງິນສະໜັບສະໜູນເຂົ້າຮ່ວມ; ພາກສ່ວນທີ່ໄດ້ຮ່ວມມອບເງິນສະໜັບສະໜູນປະກອບມີ: ທະນາຄານສົ່ງເສີມກະສິກຳມູນຄ່າ 100 ລ້ານກີບ, ທະນາຄານຮ່ວມພັດທະນາ (JDB) ມູນຄ່າ 100 ລ້ານກີບ, ບໍລິສັດພອນສະຫວັນພັດທະນາ ມູນຄ່າ 100 ລ້ານກີບ, ບໍລິສັດ ບຸນນໍາພາ ມູນຄ່າ 50 ລ້ານກີບ, ບໍລິສັດທະວີໂຊກພັດທະນາຈໍາກັດຜູ້ດຽວມູນຄ່າ 10 ລ້ານກີບ, ລວມມູນຄ່າທັງໝົດ 360 ລ້ານກີບ.
![]() |
ໃນໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ກັບທະນາຄານ ແລະ ບໍລິສັດທີ່ມີຈິດໃຈປະກອບສ່ວນສະໜັບສະໜູນເຂົ້າໃນກອງປະຊຸມໃຫຍ່ຂອງສະມາຊິກພັກອົງຄະນະພັກອົງການກາແດງແຫ່ງຊາດລາວຄັ້ງທີ I ທີ່ຈະຈັດຂຶ້ນໃນໄວໆນີ້ ຊຶ່ງມັນສະແດງໃຫ້ເຫັນເຖິງນ້ຳໃຈອັນງົດງາມເປັນການສະແດງເຖິງຄວາມຮ່ວມມື ແລະ ເປັນພາກສ່ວນສໍາຄັນຂອງພາກເອກະຊົນໃນການສະໜັບສະໜູນ ແລະ ໄດ້ຢືນຢັນວ່າເງິນທີ່ໄດ້ຮັບໃນຄັ້ງນີ້ຈະນໍາໃຊ້ຢ່າງມີປະສິດທິຜົນ ແລະ ຕາມວັດຖຸປະສົງທີ່ກຳນົດໄວ້.
(ຂ່າວ: ອົງການກາແດງແຫ່ງຊາດ)
ຄໍາເຫັນ