ເນື່ອງໃນໂອກາດ ວັນດີຈີຕອນແຫ່ງຊາດ ວັນທີ10 ມັງກອນ 2025

ບົດຄຳເຫັນ ຂອງ ທ່ານ ບໍ່ວຽງຄຳ ວົງດາລາລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນໂອກາດ ວັນດີຈີຕອນແຫ່ງຊາດ ວັນທີ10 ມັງກອນ 2025

ບົດຄຳເຫັນ  ຂອງ ທ່ານ ບໍ່ວຽງຄຳ ວົງດາລາລັດຖະມົນຕີກະຊວງ  ເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນໂອກາດ ວັນດີຈີຕອນແຫ່ງຊາດ  ວັນທີ10 ມັງກອນ 2025
ມື້ນີ້ ວັນທີ 10 ມັງກອນ ເປັນໂຕເລກ 10.01ຊຶ່ງແມ່ນສັນຍາລັກ ເລກລະຫັດຂໍ້ມູນດີຈີຕອນ, ສະນັ້ນ ລັດຖະບານຈຶ່ງໄດ້ຮັບຮອງເປັນ ວັນດີຈີຕອນແຫ່ງຊາດ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 301/ລບ, ລົງວັນທີ 31 ຕຸລາ 2023

 

 ແລະ ໄດ້ປະກາດຢ່າງເປັນທາງການ ໃນງານສັບປະດາດີຈີຕອນ ປີ 2024 ເພື່ອຊຸກຍູ້ສົ່ງເສີມ ການຫັນເປັນດີຈີຕອນ ຕາມແນວທາງ ຂອງພັກ-ລັດ. ໃນປີ 2025 ນີ້ ພວກເຮົາສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດພາຍໃຕ້ຄຳຂວັນວ່າ: “ພັດທະນາພື້ນຖານໂຄງລ່າງ ດີຈີຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຢືນຍົງ”ເພື່ອສ້າງຂະບວນການ ຂ່ໍານັບຮັບຕ້ອນ 3 ວັນບຸນປະຫວັດສາດ ຂອງ ປະເທດເຮົາຄື: ວັນສ້າງຕັ້ງພັກຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນຟົດຟື້ນ.

ປັດຈຸບັນນີ້ມວນມະນຸດເຮົາ ກໍາລັງກ້າວເຂົ້າສູ່ຍຸກສະໄໝແຫ່ງການປະຕິວັດ ອຸດສາຫະກຳຄັ້ງທີ 4 (ຫຼື ເອີ້ນຫຍໍ້ວ່າຍຸກອຸດສາຫະກໍາ 4.0) ເອີ້ນແນວນີ້ກໍຍ້ອນວ່າ ໃນສາມສະຕະວັດທີ່ຜ່ານມານີ້ ໄດ້ເກີດມີການປະຕິວັດອຸດສາຫະກຳ 3 ຄັ້ງແລ້ວ ທີ່ສົ່ງຜົນສະທ້ອນອັນໃຫຍ່ຫຼວງ ຕໍ່ການຂະຫຍາຍຕົວຂອງສັງຄົມມະນຸດ ຄື:

ການປະຕິວັດອຸດສາຫະກຳຄັ້ງທີ 1: ເກີດຂຶ້ນໃນທ້າຍສະຕະວັດທີ 18 (ປີ 1784) ຍ້ອນບັນດາ ນັກວິທະຍາສາດ ໄດ້ຄົ້ນພົບວິທີການນໍາໃຊ້ອາຍນໍ້າ ເພື່ອເປັນພະລັງງານໃຫ້ແກ່ເຄື່ອງຈັກອຸດສາຫະກຳ. ເຮັດໃຫ້ການຜະລິດອຸດສາຫະກຳ ຂະຫຍາຍຕົວແບບກ້າວກະໂດດ ແລະ ພາໃຫ້ເກີດມີຊົນຊັ້ນນາຍທຶນ ແລະ ກຳມະກອນ.

ການປະຕິວັດອຸດສາຫະກຳຄັ້ງທີ 2: ເກີດຂຶ້ນໃນທ້າຍສະຕະວັດທີ 19 (ປີ 1870) ຍ້ອນວ່າບັນດາ ນັກວິທະຍາສາດໄດ້ຄົ້ນພົບພະລັງງານໄຟຟ້າ ແລະ ໄດ້ນໍາໃຊ້ພະລັງງານໄຟຟ້າ ເຂົ້າໃນອຸດສາຫະກຳຊຶ່ງພາໃຫ້ເກີດມີ ການຜະລິດຂະໜາດໃຫຍ່ ເຊັ່ນ: ການຜະລິດອຸດສາຫະກຳໜັກ, ການຫຼອມໂລຫະ, ການຜະລິດພາຫານະ ແລະ ເຄື່ອງກົນຈັກຫຼາຍຢ່າງ ເຮັດໃຫ້ການພົວພັນການຜະລິດປ່ຽນແປງຢ່າງເລິກເຊິ່ງ, ເກີດມີການປະຕິວັດທຶນນິຍົມຢູ່ຫຼາຍປະເທດ ແລ້ວກ້າວໄປເຖິງມີການປະຕິວັດສັງຄົມ ນິຍົມໃນປະເທດລັດເຊຍ ໃນປີ 1917. ສັງຄົມມະນຸດໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ.

ການປະຕິວັດອຸດສາຫະກຳຄັ້ງທີ 3: ເກີດຂຶ້ນໃນທ້າຍສະຕະວັດທີ 20 (ຊຸມປີ 1960) ຍ້ອນບັນດາ ນັກວິທະຍາສາດໄດ້ຄົ້ນພົບ ແລະ ປະດິດເຄື່ອງຄິດເລກທັນສະໄໝ ທີ່ເອີ້ນວ່າ Computer, ນະວັດຕະກຳ ດັ່ງກ່າວໄດ້ຊ່ວຍໃຫ້ມະນຸດ ສາມາດຄົ້ນຄວ້ານໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ຫຼາຍດ້ານໃນການຜະລິດອຸດສາຫະກຳ, ຄົ້ນຄວ້າທຳມະຊາດຢູ່ໃນໂລກ, ຢູ່ອາວະກາດ ແລະ ພື້ນມະຫາສະໝຸດ. ສະນັ້ນ, ຈຶ່ງເຮັດໃຫ້ການຜະລິດ ແລະ ການດຳລົງຊີວິດຂອງສັງຄົມມະນຸດ ມີການພັດທະນາ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງ.

ການປະຕິວັດອຸດສາຫະກຳຄັ້ງທີ 4: ເກີດຂຶ້ນໃນສະຕະວັດທີ 21 ນີ້ (ເລີ່ມແຕ່ຊຸມປີ 2010),ຍ້ອນບັນດານັກວິທະຍາສາດໄດ້ຄົ້ນຄວ້າ ພັດທະນານໍາໃຊ້ເຕັກໂນໂລຊີທັນສະໄໝ ໃນ 3 ຂົງເຂດແບບປະສົມປະສານກັນ ເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ເຕັກໂນໂລຊີດ້ານຟີຊິກ ແລະ ເຕັກໂນໂລຊີຊີວະພາບ ຊຶ່ງໄດ້ກາຍເປັນ ເຕັກໂນໂລຊີດີຈີຕອນ ຂອງຍຸກອຸດສາຫະກຳ 4.0 ເປັນຕົ້ນແມ່ນ ເຕັກໂນໂລຊີ ອິນເຕີເນັດແຫ່ງສັບພະສິ່ງ (IoT), ຖານຂໍ້ມູນມະຫາສານ (Big Data) ແລະ ກຸ່ມຂໍ້ມູນຜູກພັນ (Block Chain), ປັນຍາປະດິດ, ຫຸ່ນຍົນ ແລະ ພາຫະນະບໍ່ມີຄົນຂັບ, ນາໂນເຕັກໂນໂລຊີ ແລະ ວິສະວະກຳພັນທຸກຳ, ໂຮງງານອັດສະລິຍະ ແລະ ສ້າງຕົວເມືອງອັດສະລິຍະ. ບັນດາເຕັກໂນໂລຊີດີຈີຕອນທີ່ກ່າວມານັ້ນ ໄດ້ກາຍເປັນພາຫະນະຄົ້ນຄວ້າໂລກ, ດັດແປງທຳມະຊາດ ແລະ ກາຍເປັນກຳລັງຂັບເຄື່ອນຂະບວນການຜະລິດ ແລະ ການແຂ່ງຂັນລະຫວ່າງປະເທດ. ສະນັ້ນ, ການປະຕິວັດອຸດສາຫະກຳ ຄັ້ງທີ 4 ນີ້ ຈຶ່ງເຮັດໃຫ້ການຊັ່ງຊາກຳລັງ ຢູ່ໃນໂລກມີການປ່ຽນແປງ, ປະເທດໃດສາມາດເປັນເຈົ້າເຕັກໂນໂລຊີໃໝ່, ນຳໃຊ້ນະວັດຕະກຳໃໝ່ ກໍຈະມີກຳລັງແຮງຂຶ້ນ ແລະ ມີອິດທິພົນສູງເດັ່ນຂຶ້ນໃນເວທີສາກົນ, ກົງກັນຂ້າມ ປະເທດໃດທີ່ຍັງລ້າຫຼັງ, ບໍ່ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ, ຂຸດຄົ້ນແຕ່ຊັບພະຍາກອນທຳມະຊາດ, ບໍ່ພັດທະນາຊັບພະຍາກອນມະນຸດ ຈະກາຍເປັນປະເທດທີ່ຫຼ້າຫຼັງ ອ່ອນແອ ແລະ ບໍ່ມີກຳລັງຕໍ່ລອງໄດ້.

ການປະຕິວັດອຸດສາຫະກຳ ຄັ້ງທີ 4 ພວມເປັນກະແສຟອງຄື້ນໃໝ່ ພັດຜ່ານໄປທົ່ວໂລກ ຊຶ່ງ ສປປ ລາວ ພວກເຮົາກໍບໍ່ອາດ ຈະຫຼີກລ່ຽງໄດ້. ສະນັ້ນ, ເພື່ອຮອງຮັບຍຸກອຸດສາຫະກຳ 4.0 ຢ່າງເປັນເຈົ້າການ ແລະ ນໍາໃຊ້ຜົນສໍາເລັດໃນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການພັດທະນາປະເທດເຮົາ ໃນໄລຍະໃໝ່ນັ້ນ ມີຄວາມຈໍາເປັນຢ່າງພາວະວິໄສ ຈະຕ້ອງຫັນເປັນດີຈີຕອນຢູ່ປະເທດເຮົາ. ການຫັນເປັນດີຈີຕອນ ແມ່ນການນຳໃຊ້ເຕັກໂນໂລຊີດີຈີຕອນ ຢູ່ໃນທຸກຂົງເຂດການພັດທະນາເສດຖະກິດ-ສັງຄົມ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການຜະລິດ ແລະ ການພົວພັນການຜະລິດ ມີປະສິດຕິພາບ ແລະ ມີຄຸນນະພາບໃໝ່ທີ່ດີຂຶ້ນກວ່າເກົ່າ. ການຫັນເປັນດີຈີຕອນ ແມ່ນຂະບວນວິວັດທີ່ເປັນທ່າອ່ຽງລວມຂອງໂລກ ສະນັ້ນ, ການຫັນເປັນດີຈີຕອນຢູ່ ປະເທດເຮົາ ຈຶ່ງເປັນພາລະກິດປະຕິວັດທີ່ສໍາຄັນ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ.

ນີ້ແມ່ນໂອກາດດີ 1,000 ປີ ທີ່ຫາຍາກຄືດັ່ງສຸພາສິດລາວກ່າວໄວ້, ເພາະວ່າໃນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 1 ນັ້ນ ປະເທດເຮົາຍັງເປັນປະເທດສັກດີນາ ທຸກຍາກ ບໍ່ທັນມີໂອກາດໄດ້ນໍາໃຊ້ເຕັກໂນໂລຊີທັນສະໄໝ, ໃນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 2 ປະເທດເຮົາກໍຍັງຕົກເປັນເມືອງຂຶ້ນຂອງຕ່າງປະເທດ ຖືກເຂົາກົດຂີ່ຂູດຮີດ ໂດຍບໍ່ມີໂອກາດພັດທະນາປະເທດ, ໃນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 3 ປະເທດເຮົາກໍກຳລັງດຳເນີນການຕໍ່ສູ້ກູ້ຊາດ ເພື່ອຂັບໄລ່ພວກຈັກກະພັດລ່າເມືອງຂຶ້ນ. ແຕ່ມາໃນຍຸກສະໄໝປັດຈຸບັນນີ້ ພາຍໃຕ້ການນໍາພາອັນປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ປະເທດເຮົາໄດ້ມີເງື່ອນໄຂພັດທະນາ, ລູກຫຼານ ປະຊາຊົນເຮົາ ໄດ້ມີເງື່ອນໄຂສຶກສາຮໍ່າຮຽນ ເພື່ອນຳໃຊ້ເຕັກໂນໂລຊີໃໝ່ ທີ່ທັນສະໄໝ, ພັກ-ລັດ ເຮົາໄດ້ເປີດກວ້າງການຮ່ວມມື ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ບັນດາປະເທດທີ່ເປັນມິດໃນ ທົ່ວໂລກ, ດຶງດູດການລົງທຶນ ແລະ ຖ່າຍທອດເຕັກໂນໂລຊີ ຈາກຕ່າງປະເທດ ສະນັ້ນ, ການຫັນເປັນດີຈີຕອນໃນຍຸກນີ້ ຈະຊ່ວຍໃຫ້ປະເທດເຮົາແກ້ໄຂຄວາມ ຫຍຸ້ງຍາກຊໍາເຮື້ອ ຍາວນານ, ພາປະເທດໃຫ້ຫຼຸດພົ້ນຈາກສະພາວະດ້ອຍພັດທະນາ ແລະ ກ້າວເດີນທຽບທັນກັບ ບັນດາປະເທດຢູ່ໃນພາກພື້ນ ແລະ ໃນໂລກ.

ຂະບວນການຫັນເປັນດີຈີຕອນ ຢູ່ປະເທດເຮົາຈະຕ້ອງຕິດພັນຢ່າງສະໜິດແໜ້ນ ກັບການຈັດຕັ້ງຜັນຂະຫຍາຍ ແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ເພື່ອໃຫ້ຮັບປະກັນຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ, ສ້າງການຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນະພາບໃໝ່ຢ່າງແຂງແຮງ ໂດຍໃຫ້ມີຄວາມສົມດຸນລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດການພັດທະນາແບບຍືນຍົງ ແລະ ສີຂຽວ ສະນັ້ນ, ທົ່ວພັກທົ່ວລັດ ແລະ ທົ່ວສັງຄົມ ຕ້ອງໄດ້ຮີບຮ້ອນຫັນປ່ຽນຈິນຕະນາການຢ່າງເລິກເຊິ່ງ ເພື່ອກຳເອົາກາລະໂອກາດພັດທະນາປະເທດຊາດ. ການຫັນເປັນດີຈີຕອນ ຕ້ອງດໍາເນີນຢ່າງເລິກເຊິ່ງໃນ 3 ດ້ານ ທີ່ກ່ຽວພັນຊຶ່ງກັນ ແລະ ກັນ ແບບກາຍອິນຊີ ຄື: ສ້າງເສດຖະກິດດີຈີຕອນ, ສ້າງສັງຄົມດີຈີຕອນ ແລະ ສ້າງການບໍລິຫານລັດແບບດີຈີຕອນ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດທີ່ມີຄຸນະພາບສູງ, ສ້າງພື້ນຖານໂຄງລ່າງ ICT ທີ່ທັນສະໄໝ, ປົກປັກຮັກສາ ສິ່ງແວດລ້ອມ ແລະ ຮັບປະກັນຄວາມປອດໄພດ້ານໄຊເບີຢ່າງໜັກແໜ້ນ.

ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໃນໄລຍະ 4 ປີ ຜ່ານມານີ້ຂະ ແໜງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກຫຼາຍຢ່າງ ແລະ ສາມາດສ້າງຜົນງານທີ່ດີເດັ່ນຂຶ້ນມາໄດ້ຫຼາຍດ້ານ. ປັດຈຸບັນນີ້ສັນຍານໂທລະຄົມລະບົບເຄືອຍຂ່າຍ 2G ກວມໄດ້ 97%, ລະບົບ 3G ໄດ້ 85% ແລະ ລະບົບ 4G ກວມ 78% ຂອງຈໍານວນບ້ານທົ່ວປະເທດ. ອັນພົ້ນເດັ່ນແມ່ນປີ 2024 ທີ່ຜ່ານ ມາບັນດາບໍລິສັດໂທລະຄົມໄດ້ຂະຫຍາຍສັນຍານລະບົບ 5G ຢູ່ 4 ແຂວງ ແລະ ນະຄອນຫຼວງວຽງຈັນ. ການນຳໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືມີທັງໝົດ 6.3 ລ້ານເລກໝາຍ, ການນຳໃຊ້ອິນເຕີເນັດມີ 4.5 ລ້ານບັນຊີ, ຕິດຕັ້ງສາຍກາບໃຍແສງໄດ້ 97,153 ກິໂລແມັດ. ພ້ອມກັນນັ້ນຍັງໄດ້ສ້າງຖານຂໍ້ມູນມະຫາສານ, ສ້າງລະບົບຄລາວ ແລະ ລະບົບກຸ່ມຂໍ້ມູນພູກພັນ ເພື່ອເກັບຮັກສາ ແລະ ວິໄຈນຳໃຊ້ຂໍ້ມູນ. ບັນດາກະຊວງຂະແໜງການ ແລະ ຜູ້ປະກອບການກໍໄດ້ພັດທະນາຖານລະບົບ ເພື່ອບໍລິການ ການບໍລິຫານລັດ ແລະ ຮັບໃຊ້ສັງຄົມເຊັ່ນ: ພັດທະນາຖານລະບົບວຽກງານບໍລິຫານລັດໄດ້ 37 ລະບົບ ໃນນັ້ນມີເຄືອຂ່າຍ G-Net ເຊື່ອມໂຍງໄດ້ 18 ກະຊວງ, 17 ແຂວງ ແລະ 1 ນະຄອນຫຼວງ, ສ້າງລະບົບຫ້ອງການທັນສະໄໝ, ລະບົບສື່ສານພາກລັດ G-Chat, G-Share ແລະ ລະບົບກອງປະຊຸມທາງໄກ. ພັດທະນາຖານລະບົບເສດຖະກິດດີຈີຕອນໄດ້ 16 ລະບົບ, ໃນນັ້ນມີທັງລະບົບການຊຳລະ, ລະບົບການເກັບພາສີອາກອນແບບທັນສະໄໝ ແລະ ລະບົບຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ. ພັດທະນາຖານລະບົບສັງຄົມດີຈີຕອນໄດ້ 13 ລະບົບເຊັ່ນ: ລະບົບຂ່າວສານ Lao Pedia, ລະບົບການສຶກສາທາງໄກ L-Mooc, ລະບົບການຄຸ້ມຄອງການສັກຢາວັກຊິນ ແລະ ລະບົບລາວສູ້ໆຕິດຕາມເຝົ້າລະວັງ ການລະບາດຂອງພະຍາດ

ນອກຈາກນັ້ນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ພັດທະນາລະບົບຮັກສາຄວາມປອດໄພໄຊເບີ ແລະ ສ້າງນິຕິກຳຮັບໃຊ້ໃຫ້ແກ່ການຫັນເປັນດີຈີຕອນ 67 ສະບັບ, ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ດ້ານດີຈີຕອນ ເພື່ອຮອງຮັບການຫັນເປັນດີຈີຕອນຂອງປະເທດເຮົາ. ອັນພົ້ນເດັ່ນກວ່າໝູ່ແມ່ນປະທານປະເທດໄດ້ອອກລັດຖະດຳລັດ ແຕ່ງຕັ້ງຄະນະຫັນເປັນດີຈີຕອນລະດັບຊາດ ໂດຍແມ່ນ ທ່ານ ນາຍົກລັດຖະມົນຕີ ເປັນປະທານ ຊຶ່ງມາເຖິງປະຈຸບັນນີ້ບັນດາກະຊວງ, ຂະແໜງການ ແລະ ບັນດາແຂວງ, ນະຄອນຫຼວງ ກໍໄດ້ສ້າງຕັ້ງຄະນະຫັນເປັນດີຈີຕອນຂອງຕົນຂຶ້ນ ເພື່ອຊີ້ນຳ-ນຳພາການຫັນເປັນດີຈີຕອນ ໃຫ້ປະສົບຜົນສໍາເລັດ.

ໃນປີ 2025 ນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະສືບຕໍ່ພັດທະນາພື້ນຖານໂຄງລ່າງ ດ້ານໂທລະຄົມ ແລະ ອີນເຕີເນັດ ໃຫ້ມີຄຸນນະພາບສູງ ໃນເຂດຕົວເມືອງ ແລະ ຂະຫຍາຍເຂົ້າໄປຫາເຂດຫ່າງໄກສອກຫຼີກ, ປັບປຸງຄຸນນະພາບ ອິນເຕີເນັດໃຫ້ມີຄວາມໄວສູງ ໃນລາຄາທີ່ເໝາະສົມ, ປັບປຸງ ແລະ ພັດທະນາບັນດາຖານລະບົບ (Platform) ບໍລິການ ແລະ ບໍລິຫານລັດດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ໃຫ້ສາມາດເຊື່ອມໂຍງຂໍ້ມູນທີ່ຈໍາເປັນ ໃຫ້ບໍລິການປະຊາຊົນໃຫ້ໄດ້ຢ່າງກວ້າງຂວາງ ຮັບປະກັນ ໃຫ້ມີຄວາມປອດໄພໄຊເບີ ໃນລະດັບສູງ ແລະ ພັດທະນາທັກສະດີຈີຕອນ ໃຫ້ແກ່ທົ່ວສັງຄົມ, ສ້າງແຮງງານດີຈີຕອນ ເພື່ອຮອງຮັບການຫັນເປັນດີຈີຕອນ ຂອງປະເທດເຮົາ.

ບັນດາທ່ານທີ່ນັບຖື ແລະ ຮັກແພງ!

ໃນໂອກາດສະເຫຼີມສະຫຼອງ ວັນດີຈີຕອນແຫ່ງຊາດ ທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ຈົ່ງໄດ້ນຳໃຊ້ເຕັກໂນໂລຊີດີຈີຕອນ, ອິນເຕີເນັດ ແລະ ຂໍ້ມູນຂ່າວສານ ໃຫ້ມີຜົນປະໂຫຍດສູງສຸດໃນທຸກໆຂົງເຂດວຽກງານ ທັງພາກລັດ ແລະ ພາກເອກະຊົນ, ມີສະຕິລະວັງຕົວສູງ ໃນການນຳໃຊ້ສື່ສັງຄົມອອນລາຍ ເພື່ອບໍ່ໃຫ້ຕົກເລ່ກົນຂອງພວກຄົນບໍ່ດີ, ເອົາໃຈໃສ່ຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດີຈີຕອນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດສອງວາລະແຫ່ງຊາດໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ປະສົບຜົນສຳເລັດຢ່າງສະຫງ່າງາມ.

ນະໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານຜູ້ນໍາພັກ-ລັດ, ບັນດາທ່ານພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ຕະຫຼອດເຖິງບັນດາຜູ້ປະກອບການທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຊຸກຍູ້ສົ່ງເສີມການຫັນເປັນດີຈີຕອນ ຂອງປະເທດເຮົາ ໃຫ້ກ້າວໜ້າ ແລະ ເປັນຂະບວນການທີ່ໜັກແໜ້ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ, ຍືນຍົງ, ເຮັດໃຫ້ປະຊາຊົນເຮົາມີຄວາມຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະເທດຊາດມັ່ງຄັ່ງເຂັ້ມແຂງ ຈະເລີນຮຸ່ງເຮືອງຕະຫຼອດໄປ.

ຂໍຂອບໃຈ !.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ