ບົດຄໍາເຫັນ ຂອງທ່ານ ໄຊສົມພອນ ພົມວິຫານ ກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ບົດຄໍາເຫັນ ຂອງທ່ານ ໄຊສົມພອນ ພົມວິຫານ ກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ບົດຄໍາເຫັນ ຂອງທ່ານ ໄຊສົມພອນ ພົມວິຫານ ກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V
ໃນວັນທີ 30 ມັງກອນຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ປະທານຄະນະກຳມະການເລືອກຕັ້ງລະດັບຊາດໃຫ້ສຳພາດກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຊຶ່ງທ່ານ ໄດ້ມີຄຳເຫັນວ່າ: ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ IV ມາຮອດປັດຈຸບັນ ຈະຄົບອາຍຸການ 5 ປີ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດ ໃນເດືອນ ກຸມພາ 2026 ນີ້. ສະນັ້ນ, ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ພວມສຸມໃສ່ກະກຽມໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢ່າງເປັນຂະບວນຟົດຟື້ນ.
ຂ້າພະເຈົ້າ ຕາງໜ້າໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ຂໍສະແດງຄວາມຂອບໃຈ ຕໍ່ບັນ ດາສື່ມວນຊົນຈາກສໍານັກຂ່າວຕ່າງໆທີ່ໄດ້ຈັດຕັ້ງການສໍາພາດຂ້າພະເຈົ້າໃນໂອກາດການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະມາເຖິງນີ້, ຂ້າພະເຈົ້າ ມີຄໍາເຫັນ ດັ່ງນີ້:
1.ຄວາມໜາຍ, ຄວາມສໍາຄັນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັນແຂວງ ຊຸດທີ V.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V ເນື້ອແທ້ມັນແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ; ເປັນການສ້າງເງື່ອນໄຂໃຫ້ພະນັກງານ, ທະຫານ, ຕໍາຫຼວດ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນ ຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາ 36 ຂອງລັດຖະທໍາມະນູນ ກ່ຽວກັບສິດຂອງພົນລະເມືອງລາວ ໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ; ເປັນການເສີມຂະຫຍາຍສິດປະຊາທິ ປະໄຕຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກຕັ້ງເອົາຕົວແທນຂອງຕົນ ເພື່ອປະຕິບັດໜ້າທີ່ພິຈາ ລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຢູ່ກອງປະຊຸມສະພາແຫ່ງຊາດ ແລະ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ການເລືອກຕັ້ງຄັ້ງນີ້ ຍັງເປັນເຫດການທາງການເມືອງຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈໍາເປັນໃນການປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອຕອບສະໜອງໜ້າທີ່ການເມືອງໃນໄລຍະໃໝ່ຂອງພວກເຮົາ. ການເລືອກຕັ້ງຄັ້ງນີ້ ດໍາເນີນໄປໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຫາກໍ່ສໍາເລັດການສະເຫຼີມສະຫຼອງ 3 ວັນປະຫວັດສາດ(ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105ປີ) ແລະ ໃນບັນຍາ ກາດທີ່ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ກໍຄື ທົ່ວປວງຊົນລາວທັງຊາດ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ວາງເປົ້າໝາຍ, ທິດທາງໜ້າທີ່ໃນ 5 ປີຕໍ່ໜ້າ, ອັນພິເສດໄດ້ຮັບຮອງເອົາໂຄງການ ການເມືອງຂອງພັກ ສະບັບທີ 3 ຊຶ່ງໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການປະຕິບັດວາງແນວທາງນະໂຍບາຍທີ່ສໍາຄັນຫຼາຍດ້ານ ໃນການນໍາພາປະເທດຊາດກ້າວຂຶ້ນ ຢ່າງໜັກແໜ້ນ. 
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄັ້ງນີ້ເປັນການເພີີ່ມທະວີການນໍາພາຂອງພັກ ຕໍ່ການເຄື່ອນໄຫວວຽກງານຂອງອົງການຕົວແທນ ແຫ່ງ ສິດ, ອໍານາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ດ້ວຍການເພີ່ມພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຂອງພັກ ແລະ ລັດ ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ມີຈໍານວນເພີ່ມຂຶ້ນ ຊຶ່ງມີຈໍານວນເຖິງ 30 ກວ່າສະຫາຍໃນຈໍານວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 243 ທ່ານເພື່ອເລືອກເອົາ 175 ທ່ານ ແລະ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຈໍານວນ 1,041 ທ່ານ, ເລືອກເອົາ 745 ທ່ານ. ໃນນັ້ນ ອາຍຸກະສຽນຜູ້ສະໝັກຮັບເລືອກຕັ້ງ ອາຍຸ 45 ປີລົງມາ ກວມອັດຕາສ່ວນ 15-20%, ອາຍຸ 46-55 ປີ ກວມອັດຕາສ່ວນ 35-45%, ອາຍຸ 56-60 ປີ ກວມເອົາ 25-30%, ອາຍຸ 60 ປີຂຶ້ນໄປ ກວມອັດຕາສ່ວນ 10-15%, ອັດຕາສ່ວນເພດຍິງ 35%, ອາຍຸສູງສຸດ ແມ່ນ 69 ປີ, ອາຍຸນ້ອຍສຸດ ແມ່ນ 36 ປີ ຊຶ່ງມີຕົວແທນຈາກອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະຖາບັນການສຶກສາພາກລັດ-ເອກະຊົນ, ວິສາຫະກິດລັດ, ສະຫະກອນ, ວິສາຫະກິດເອກະຊົນ ແລະ ນັກທຸລະກິດ.
2.ການຈັດຕັ້ງປະຕິບັດວຽກງານ ສ້າງ ແລະ ປັບປຸງກົດໝາຍ
ຕະຫຼອດໄລຍະ 5 ປີຂອງສະພາແຫ່ງຊາດ ຊຸດທີ IX, ກອງປະຊຸມສະໄໝສາມັນ ແລະ ວິສາມັນຂອງສະພາແຫ່ງຊາດ ຊຸດທີ IX ໄດ້ມີການພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍໄດ້ທັງໝົດ87 ສະບັບ ໃນຈໍານວນ 96 ສະບັບທີ່ວາງໄວ້ໃນແຜນການເທົ່າກັບ 90,6% ຂອງແຜນການ 5 ປີ, ເຮັດໃຫ້ກົດໝາຍມີຄວາມເປັນລະບົບຄົບຊຸດເທື່ອລະກ້າວ. ມາຮອດປັດຈຸບັນ, ປະເທດເຮົາມີກົດໝາຍທັງໝົດ 176ສະບັບໄດ້ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ. ອັນພົ້ນເດັ່ນ ແມ່ນ ສະພາແຫ່ງຊາດ ຊຸດທີ IX ພິຈາລະນາ ຮັບຮອງເອົາລັດຖະທໍາມະນູນສະບັບປັບປຸງປີ 2025 ເພື່ອເປັນບ່ອນອີງໃຫ້ແກ່ການປັບປຸງລະບົບອໍານາດລັດ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມສອດຄ່ອງກັບສະພາບການໃນໄລຍະໃໝ່ ຊຶ່ງໃນນັ້ນ ກໍໄດ້ປັບປຸງການເຄື່ອນໄຫວຂອງລະບົບການປົກຄອງທ້ອງຖິ່ນໃຫ້ສອດ ຄ່ອງກັບຄວາມຕ້ອງການແຫ່ງການພັດທະນາ; ຄະນະປະຈໍາສະພາແຫ່ງຊາດໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານການສ້າງ ແລະ ປັບປຸງກົດໝາຍ ໃຫ້ຮັບປະກັນ ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ວາງອອກໃນແຕ່ລະໄລຍະ ເພື່ອກໍານົດເປັນເນື້ອໃນຂອງກົດໝາຍ ແລະ ວາງມາດຕະການທາງກົດໝາຍ ແນໃສ່ເຮັດໃຫ້ແນວທາງໄດ້ຮັບການຈັດຕັ້ງປະຕິບັດ; ຕິດຕາມຊຸກຍູ້ການສ້າງ ແລະ ປັບປຸງກົດໝາຍ ໃຫ້ໄປຕາມແຜນການທີ່ວາງໄວ້, ໃຫ້ໄປຕາມຂັ້ນຕອນ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກໍາ; ສ້າງເງື່ອນໄຂໃຫ້ສະມາຊິກສະພາແຫ່ງຊາດໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໄດ້ເຂົ້າຮ່ວມຂະບວນການສ້າງ ແລະ ປັບປຸງກົດໝາຍເພື່ອນໍາເອົາຄວາມຄິດຄວາມເຫັນ, ຂໍ້ສະເໜີ, ບັນຫາຕ່າງໆທີ່ເປັນຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າມາກໍານົດເຂົ້າເນື້ອໃນຂອງກົດໝາຍ, ເຮັດໃຫ້ກາຍເປັນກົດໝາຍຂອງປະຊາຊົນໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ; ເອົາໃຈໃສ່ນໍາຮ່າງກົດໝາຍໄປທາບທາມ, ຮັບຟັງຄວາມຄິດຄວາມເຫັນຂອງພະນັກງານ, ທະຫານ, ຕໍາຫຼວດກໍຄືປະຊາຊົນລາວບັນດາເຜົ່າເພື່ອເຮັດໃຫ້ກົດໝາຍມີຄວາມສອດຄ່ອງກັບສະພາບຕົວຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາຫຼາຍຂຶ້ນ. ພ້ອມກັນນັ້ນ, ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ ລັດຖະບານ, ກະຊວງ, ອົງການ ໃນການຜັນຂະຫຍາຍບັນດາມາດຕາຂອງກົດໝາຍ ທີ່ກໍານົດໃຫ້ອອກນິຕິກໍາໃຕ້ກົດໝາຍ ໄດ້ອອກເປັນນິຕິກໍາໃຕ້ກົດໝາຍຢ່າງຄົບຖ້ວນ ເພື່ອເຮັດໃຫ້ການປະຕິບັດກົດໝາຍ ເຂົ້າໃຈເນື້ອໃນຂອງກົດໝາຍ ເປັນຮູບປະທໍາຫຼາຍຂຶ້ນ ທັງສຶກສາອົບຮົມສະຕິສັງຄົມ ໃນການເຄົາລົບປະຕິບັດກົດໝາຍ ເຮັດໃຫ້ກົດໝາຍນັບມື້ມີຄວາມສັກສິດ.
3.ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ປະກອບສ່ວນສຳຄັນແນວໃດແດ່ໃຫ້ການພັດທະນາເສດຖະກິດ-ສັງຄົມໃນແຜນພັດທະນາແຫ່ງຊາດ ຄັ້ງທີ IX
ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຮັບການເລືອກຕັ້ງໃນວັນທີ 21 ກຸມພາ 2021 ຊຶ່ງເປັນໄລຍະທີ່ສະພາບການຂອງພາກພື້ນ ແລະ ໂລກ ມີການຜັນແປໄປຢ່າງສັບສົນ ເປັນຕົ້ນ ການປະທະທາງທະຫານຢູ່ບາງຈຸດຂອງໂລກ, ການລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບຕໍ່ປະເທດຕ່າງໆໃນໂລກ ລວມທັງປະເທດເຮົາ. ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາຂອງສູນກາງພັກ, ຄວາມເປັນເຈົ້າການ ແລະ ບຸກບືນສູ້ຊົນຂອງຄະນະປະຈໍາສະພາແຫ່ງຊາດ, ການປະສານສົມທົບຢ່າງກົມກຽວຂອງລັດຖະບານ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຮັດໃຫ້ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການປະຕິບັດພາລະບົດບາດຂອງສະພາແຫ່ງຊາດໂດຍຜ່ານການດໍາເນີນກອງປະຊຸມສະໄໝສາມັນ ແລະ ສະໄໝວິສາມັນຂອງສະພາແຫ່ງຊາດໄດ້ຈໍານວນ 12 ຄັ້ງ, ມີຈໍານວນ 196 ເນື້ອໃນ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາແຫ່ງຊາດໄດ້ຈໍານວນ 106 ສະບັບ ຊຶ່ງສ່ອງແສງໃຫ້ເຫັນເຖິງ ຄວາມມຸ່ງມາດປາຖະໜາຂອງ ປະຊາຊົນລາວບັນດາເຜົ່າ ແລະ ເປັນບ່ອນອີງທາງດ້ານນິຕິກໍາໃຫ້ແກ່ລັດຖະບານ, ອົງການຈັດຕັ້ງກ່ຽວຂ້ອງນໍາໄປຈັດຕັ້ງປະຕິບັດ.
ສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ. ພິເສດ ສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ເພື່ອພິຈາລະນາຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມແນວທາງນະໂຍບາຍຂອງພັກ ລວມທັງການພິຈາລະນາ ຮັບ ຮອງເອົາການປັບປຸງກົດໝາຍຈໍານວນໜຶ່ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ;ພິຈາລະນາຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຕາມແນວທາງນະໂຍບາຍຂອງພັກແລະ ສອດຄ່ອງກັບສະພາບການໄລຍະໃໝ່;
ສະພາປະຊາຊົນຂັ້ນແຂວງທົ່ວປະເທດ ກໍໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ ໃນການດໍາເນີນກອງປະຊຸມສະໄໝສາມັນຕາມກົດໝາຍກໍານົດ ເພື່ອພິຈາລະນຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນຕົນ; ດໍາເນີນກອງປະຊຸມສະໄໝວິສາມັນ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນຮີບດ່ວນຂອງທ້ອງຖິ່ນ ໃນແຕ່ລະໄລຍະ.
ສະພາປະຊາຊົນຂັ້ນແຂວງ ກໍໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນ ໃນການພິຈາລະນາຮັບຮອງເອົານິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ ເພື່ອເປັນບ່ອນອີງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການບໍລິຫານວຽກງານຂອງທ້ອງຖິ່ນຕົນ ທັງເປັນການຍົກບົດບາດຂອງ ສະພາປະຊາຊົນຂັ້ນແຂວງ ໃຫ້ນັບມື້ສູງຂຶ້ນ.
ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ໄດ້ມີຄວາມຫ້າວຫັນໃນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາຕິດພັນກັບການປະຕິບັດສອງວາລະແຫ່ງຊາດ; ການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ, ການພັດທະນາໂຄງລ່າງພື້ນຖານເສັ້ນທາງຄົມມະນາຄົມຂົນສົ່ງ, ການຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ, ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ອື່ນໆ ດ້ວຍຫຼາຍຮູບແບບ ທັງການຕິດຕາມກວດກາ ດ້ວຍການຈັດກອງປະຊຸມຮ່ວມລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະລັດຖະບານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ; ຍັງມີການຕິດຕາມກວດກາຢູ່ໃນກອງປະຊຸມສະພາແຫ່ງຊາດ ດ້ວຍການຊັກຖາມ, ການປະກອບຄໍາເຫັນ ແລະ ທັງໄດ້ມີການແຕ່ງຕັ້ງຄະນະສະເພາະກິດລົງຕິດຕາມກວດກາ ແລະ ມີການຮັບຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ທີ່ສົ່ງເຖິງກອງປະຊຸມສະພາແຫ່ງຊາດ, ກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລ້ວສັງລວມໃຫ້ບັນດາພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂ.
ສະພາປະຊາຊົນຂັ້ນແຂວງໄດ້ມີຄວາມເອົາໃຈໃສ່ຍົກສູງບົດບາດການເຄື່ອນໄຫວຕິດຕາມກວດກາ ຕາມກົດໝາຍກໍານົດດ້ວຍການເຂົ້າຮ່ວມປະກອບໃນຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ທີ່ເຄື່ອນໄຫວຢູ່ແຕ່ລະທ້ອງຖິ່ນ, ມີການຕິດຕາມກວດກາຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງແຕ່ລະຄັ້ງ, ມີການຮັບຄໍາຮ້ອງທຸກຂໍຄວາມເປັນທໍາ, ຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນຫາກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງໃນເຂດເລືອກຕັ້ງຕ່າງໆໄດ້ມີການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ຈຸດຕ່າງໆເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ຜົນສໍາເລັດຂອງການດໍາເນີນກອງປະຊຸມສະພາແຫ່ງຊາດ, ກອງປະຊຸມສະພາປະຊາຊົນຂັ້ນແຂວງ ແຕ່ລະຄັ້ງ, ປຸກລະດົມປະຊາຊົນລາວບັນດາເຜົ່າໃນການເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ບັນດານິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບ ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ. 
ສະພາແຫ່ງຊາດ ຊຸດທີ IX ໄດ້ຖືສໍາຄັນການເຄື່ອນໄຫວວຽກງານການຕ່າງປະເທດອັນພົ້ນເດັ່ນ ແມ່ນ ການເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນກັບລັດຖະສະພາຕ່າງປະເທດ; ເຂົ້າຮ່ວມກອງປະຊຸມລະດັບຕ່າງໆໃນພາກພື້ນ ແລະ ສາກົນ; ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ; ເຂົ້າຮ່ວມງານສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ-ສາກົນ. ພິເສດ, ສະພາແຫ່ງຊາດລາວໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໃນທ້າຍປີ 2024 ແລະ ກອງປະຊຸມສຸດຍອດລັດຖະສະພາກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ຢູ່ ສປປ ລາວ ໃນທ້າຍປີ 2023.
4. ທ່ານມີຄໍາຮຽກຮ້ອງຫຍັງແດ່ໃນໂອກາດກະກຽມໃຫ້ແກ່ການເລືອກຕັ້ງຄັ້ງນີ້?
 ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແມ່ນການນໍາໃຊ້ສິດປະຊາທິປະໄຕຂອງປະຊາຊົນບັນດາເຜົ່າ ຕາມແນວທາງນະໂຍບາຍາຂອງພັກ ເຂົ້າໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ; ເປັນການນໍາໃຊ້ສິດຂອງພົນລະເມືອງ ຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ. ສະນັ້ນ, ການເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ຈຶ່ງຂໍໃຫ້ປະຊາຊົນລາວບັນດາເຜົ່າ ຖືເປັນໜ້າທີ່ການເມືອງທີ່ສໍາຄັນ ທີ່ຈະຕ້ອງໄດ້ເອົາໃຈ ໃສ່ ດັ່ງນີ້:
(1) ຂໍໃຫ້ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ມີອາຍຸຄົບ 18 ປີຂຶ້ນໄປ ພ້ອມກັນໄປໃຊ້ສິດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຢ່າງພ້ອມພຽງຮຽງໜ້າ ເຮັດໃຫ້ການເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ກາຍເປັນປາງບຸນໃຫຍ່ຂອງຊາດແລະ ສາມາດດໍາເນີນໄປຢ່າງເປັນຂະບວນຟົດຟື້ນເພື່ອເລືອກຕັ້ງເອົາຜູ້ແທນທີ່ດີເດັ່ນ ຄົບມາດຖານເງື່ອນ ໄຂ, ເຮັດໃຫ້ການເລືອກຕັ້ງ ຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
(2) ທຸກໆຄະແນນສຽງຂອງ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຜູ້ມີສິດເລືອກຕັ້ງ ແມ່ນ ມີຄວາມໝາຍຄວາມສໍາຄັນ ຕໍ່ການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຈຶ່ງຂໍໃຫ້ຜູ້ມີສິດເລືອກຕັ້ງ ຂີດໝາຍບັດລົງຄະແນນສຽງເລືອກຕັ້ງ ໃຫ້ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ບໍ່ໃຫ້ມີບັດຕາຍ ຈຶ່ງຈະເຮັດໃຫ້ທຸກຄະແນນສຽງ ໄດ້ເປັນສ່ວນປະກອບສໍາຄັນ ໃຫ້ແກ່ການບູລະນະລັດປະຊາທິປະໄຕປະຊາຊົນ ຢ່າງແທ້ຈິງ.
(3) ສະເໜີໃຫ້ ຄະນະກໍາມະການເລືອກຕັ້ງທຸກຂັ້ນ, ອໍານາດການປົກຄອງທຸກຂັ້ນ ນໍາພາການປ່ອນບັດເລືອກຕັ້ງໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນກໍານົດເວລາ 100%. ພ້ອມກັນນັ້ນ ຂໍໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິລະວັງຕົວ, ພ້ອມກັນເປັນເຈົ້າການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນວັນເລືອກຕັ້ງ ໃຫ້ຮັບປະກັນຄວາມສະຫງົບປອດໄພ 100%.
ໃນໂອກາດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ທຸກທົ່ວໜ້າ ຈົ່ງພ້ອມໃຈນັດໝາຍພົບກັນ ຢູ່ໜ່ວຍປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ເພື່ອນໍາໃຊ້ສິດປະຊາທິປະໄຕອັນມີຄ່າຂອງຕົນ ເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ໄດ້ປະຕິບັດໜ້າທີ່ແທນຕົນຢູ່ກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມສະພາປະຊາ ຊົນຂັ້ນແຂວງ ເພື່ອນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນລາວບັນດາເຜົ່າ. 
(ຂໍຂອບໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ