ບົດສັນລະເສີນ ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວໃນງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ນະຄອນຫຼວງວຽງຈັນ, ວັນທີ 8 ກຸມພາ 2024)

ບົດສັນລະເສີນ ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວໃນງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ນະຄອນຫຼວງວຽງຈັນ, ວັນທີ 8 ກຸມພາ 2024)
ຮຽນ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ທີ່ເຄົາລົບ ແລະ ນັບຖື.
         - ບັນດາສະຫາຍ ກົມການເມືອງສູນກາງພັກ ແລະ ຄະນະເລຂາທິ 
  ການສູນກາງພັກ ທີ່ນັບຖື.
     - ບັນດາສະຫາຍ ຜູ້ນໍາພັກ-ລັດ, ອະດີດຜູ້ນໍາພັກ-ລັດ ທີ່ນັບຖື.
     - ປະຊາຊົນລາວບັນດາເຜົ່າທີ່ຮັກແພງ.
     - ສະຫາຍ, ເພື່ອນມິດ ທີ່ຮັກແພງທັງຫຼາຍ.
ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ລັດ ແລະ ທົ່ວປວງຊົນລາວເຮົາ ຫາກໍສໍາເລັດການສະເຫຼີມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມ ວິຫານ ຄົບຮອບ 103 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ໃນຊ່ວງເວລາທີ່ທົ່ວປະເທດ ພວມສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ໃນໄລຍະທ້າຍສະໄໝ ຢ່າງເປັນຂະບວນຟົດຟື້ນ ແລະ ເບີກບານມ່ວນຊື່ນ ນັ້ນ; ມື້ນີ້ ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ, ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ພ້ອມກັນຈັດຕັ້ງອວຍພອນວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ. ປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາສະຫາຍການນໍາຮຸ່ນກໍ່ຕັ້ງ ຂອງພັກເຮົາ, ອະດີດປະທານພັກ-ປະທານປະເທດ, ອະດີດນາຍົກລັດຖະມົນຕີ, ອະດີີດເສນາທິການ-ຜູ້ບັນຊາການກອງທັບປະຊາຊົນລາວ, ອະດີດລັດຖະມົນຕີກະ ຊວງປ້ອງກັນປະເທດ. 
ໃນພິທີອັນສະຫງ່າລາສີ ແລະ ເບີກບານມ່ວນຊື່ນນີ້, ຕາງໜ້າກົມການເມືອງສູນກາງພັກ, ກໍຄືທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ຂໍອວຍພອນໄຊອັນປະເສີດ ແດ່ປະທານ ຄໍາໄຕ ສີພັນດອນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ເປັນຮົ່ມໂພຮົ່ມໄຊ ໃຫ້ປະເທດຊາດບ້ານເມືອງຕໍ່ໆໄປ.
ບັນດາສະຫາຍທີ່ນັບຖື ແລະ ຮັກແພງ,
ປະທານ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ໃນຄອບຄົວຊາວນາທີ່ດຸໝັ່ນຂະຫຍັນພຽນ ຢູ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈໍາປາສັກໃນປັດຈຸບັນ). ຍ້ອນໄດ້ຮັບຜົນສະທ້ອນຈາກມູນເຊື້ອຮັກຊາດຂອງຄອບຄົວ ກໍຄືມູນເຊື້ອຕໍ່ສູ້ເດັດດ່ຽວ, ເດັດຂາດບໍ່ຍອມຈຳນົນຂອງປະຊາຊົນລາວບັນດາເຜົ່າ ຕ້ານພວກສັກດີນາລ່າເມືອງຂຶ້ນ ໂດຍສະເພາະຢ່າງຍິ່ງ ຜ່ານການສຶກສາຮ່ຳຮຽນ ແລະ ຮັບລາຊະການ, ຜ່ານການສຳຜັດກັບຊີວິດຕົວຈິງຂອງສັງຄົມ, ປະທານ ໄດ້ຮັບຮູ້ແຈ້ງເຖິງຄວາມທຸກລະທົມຂົມຂື່ນຂອງຊາດທີ່ສູນເສຍເອກະລາດ, ເຂົ້າໃຈເລິກເຊິ່ງເຖິງຄວາມເຈັບຊ້ຳຂອງປະຊາຊົນລາວທີ່ຕົກເປັນຂ້ອຍຂ້າ ອັນໄດ້ເຮັດໃຫ້ປະທານ ມີຄວາມຄຽດແຄ້ນສັດຕູຜູ້ຮຸກຮານ ແລະ ພວກສັກດີນາປະຕິການຂາຍຊາດ, ຈາກຈິດໃຈຮັກຊາດທີ່ໄດ້ຮັບການບົ່ມເພາະມາຕັ້ງແຕ່ເຍົາໄວ ໄດ້ກ້າວໄປສູ່ລັດທິຮັກຊາດ ແລະ ໄດ້ຕັດສິນໃຈເຂົ້າຮ່ວມໃນຖັນແຖວກຳລັງຕໍ່ຕ້ານ ເພື່ອກອບກູ້ເອົາເອກະລາດ, ອິດສະຫຼະພາບມາໃຫ້ປະເທດຊາດ ແລະ ປະຊາຊົນເຮົາ. ນັ້ນເປັນບາດລ້ຽວທີ່ສຳຄັນໃນຊີວິດ, ເປັນຈຸດເລີ່ມຕົ້ນແຫ່ງການເຄື່ອນໄຫວປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ.
ປະທານ ຄໍາໄຕ ສີພັນດອນ ແມ່ນນັກຮັກຊາດທີ່ດູດດື່ມ, ນັກປະຕິວັດທີ່ໂດດເດັ່ນ, ມີຄວາມປີຊາສາມາດ-ອົງອາດກ້າແກ່ນ, ສຸຂຸມຮອບຄອບ ແລະ ໜັກແໜ້ນ ໃນທຸກສະຖານະການ. ເພິ່ນເປັນໜຶ່ງໃນບັນດາການນໍາສູງສຸດຮຸ່ນທໍາອິດ ຜູ້ທີ່ໄດ້ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາອື່ນໆ ນໍາພາການກໍ່ຕັ້ງພັກ ແລະ ກອງທັບປະຕິວັດຢູ່ປະເທດເຮົາ, ຈັດຕັ້ງ-ນໍາພາການຕໍ່ສູ້ປະຕິວັດຂອງປະຊາຊົນ ດ້ວຍຄວາມສະຫຼາດສ່ອງໄສ ແລະ ເດັດຂາດມີໄຊ. ປະທານ ໄດ້ເລີ່ມຕົ້ນຈາກການເປັນນາຍທະຫານປະຈໍາເສນາທິການພາກໃຕ້, ເປັນຜູ້ຕາງໜ້າລັດຖະບານແນວລາວອິດສະຫຼະ, ເປັນປະທານຄະນະກໍາມະການຕໍ່ຕ້ານ ກ້າວສູ່ການເປັນຜູ້ບັນຊາການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ, ເປັນລັດ ຖະມົນຕີກະຊວງປ້ອງກັນປະເທດ ຜູ້ທໍາອິດຂອງລະບອບໃໝ່ ຂອງ ສປປ ລາວ, ເປັນນາຍົກລັດຖະມົນຕີ, ເປັນປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດແຫ່ງ ສປປ ລາວ. 
ປະທານ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດ-ຍຸດໂທບາຍທີ່ເບິ່ງກວ້າງເຫັນໄກ, ຄ່ອງແຄ້ວ, ວ່ອງໄວ ແລະ ມີຄວາມປະດິດສ້າງສູງ. ເພິ່ນ ໄດ້ເປັນເຈົ້າການໄຈ້ແຍກສະພາບການຕ່າງໆ ໂດຍສະເພາະແມ່ນກົນອຸບາຍຂອງສັດຕູທີ່ມີຕໍ່ປະເທດເຮົາໃນສະເພາະໜ້າ ແລະ ຍາວນານ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄົ້ນຄວ້າວາງຍຸດທະສາດ, ກຳນົດຍຸດທະວິທີ, ຍຸດໂທບາຍ, ນໍາໃຊ້ອາວຸດຍຸດໂທປະກອນ ຂອງສົງຄາມປະຊາຊົນປົດປ່ອຍຊາດ ເພື່ອຕີເອົາຊະນະກໍາລັງຂອງພວກຈັກກະພັດຜູ້ຮຸກຮານ ແລະ ປະຕິການຂາຍຊາດ, ເຮັດໃຫ້ການປະຕິວັດລາວເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະນີ້ ຕໍ່ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ, ຈົນເຖິງໄຊຊະນະສົມບູນ ປົດປ່ອຍທົ່ວປະເທດ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975, ເພິ່ນໄດ້ເປັນເຈົ້າການຄົ້ນຄວ້າ ແລະ ນໍາສະເໜີໃຫ້ກົມການເມືອງສູນກາງພັກ ພິຈາລະນາຕົກລົງກ່ຽວກັບການກຳນົດ 2 ໜ້າທີ່ຍຸດທະສາດ ຂອງການປະຕິວັດໃນໄລຍະໃໝ່ ຊຶ່ງໃນນັ້ນຖືເອົາການປົກຮັກສາປະເທດຊາດເປັນໜ້າທີ່ສຳຄັນ ແລະ ຖືເອົາການສ້າງລະບອບໃໝ່ໃຫ້ໝັ້ນຄົງເປັນໜ້າທີ່ຈຳເປັນ, ໂດຍສຸມໃສ່ການຫັນກຳລັງລົງສູ່ຮາກຖານ ເພື່ອກຳແໜ້ນປະຊາຊົນ ເຮັດໃຫ້ເຂົາເຈົ້າເຂົ້າໃຈສະພາບການ, ກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ອະນາຄົດຂອງປະເທດຊາດ, ອຸ່ນອ່ຽນໃນການດຳລົງຊີວິດ ແລະ ທຳມາຫາກິນພາຍໃຕ້ລະບອບໃໝ່. ພ້ອມກັນນັ້ນ ກໍເປັນເຈົ້າການປັບປຸງອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຊຸກຍູ້ການເຄື່ອນໄຫວຂອງອົງການແນວລາວຮັກຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ສົມທົບກັບທະຫານທ້ອງຖິ່ນ, ທະຫານລາດກອງຫຼອນ ໃຫ້ສາມາດເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບສຸກຂອງປະຊາຊົນ ແລະ ຄວາມເປັນລະບຽບຮຽບຮ້ອຍໃນບ້ານຊ່ອງຂອງຕົນ, ຮັດແໜ້ນຄວາມສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ. ດ້ວຍການປະຕິບັດ 2 ໜ້າທີ່ຍຸດທະສາດດັ່ງກ່າວຢ່າງໄດ້ຮັບຜົນດີ ໄດ້ເຮັດໃຫ້ ສປປ ລາວ ພວກເຮົາທີ່ຍັງໜຸ່ມນ້ອຍ ສາມາດຜ່ານຜ່າອຸປະສັກຕ່າງໆນາໆ ແລະ ນັບມື້ກ້າວໄປໜ້າຢ່າງໜັກແໜ້ນ, ພ້ອມນັ້ນ ກອງທັບປະຊາຊົນລາວ ກໍໄດ້ຮັບການປັບປຸງດີຂຶ້ນໃນທຸກດ້ານ ໂດຍສ້າງໃຫ້ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝເທື່ອລະກ້າວ.
ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ນຳທີ່ມີແບບແຜນນຳພາແທດຕົວຈິງ, ແມ່ນນັກຈັດຕັ້ງບັນຊາທີ່ມີຄວາມປີຊາສາມາດ, ຮູ້ເລີ່ມຕົ້ນວຽກງານທີ່ຖືກຕ້ອງ, ຮູ້ຈັດວາງກຳລັງທີ່ເໝາະສົມ, ມີຄວາມກ້າແກ່ນ, ທຸ່ນທ່ຽງ ແລະ ເດັດດ່ຽວໜຽວແໜ້ນໃນການຊີ້ນຳ-ບັນຊາ ທັງເປັນເຈົ້າການໃນທຸກກໍລະນີ. ເພີ່ນ ໄດ້ເປັນເຈົ້າການນໍາພາ, ບັນຊາຊີ້ນໍາກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ປະຕິບັດໜ້າທີ່ຍຸດທະສາດປົກປັກຮັກສາລະບອບໃໝ່ ກໍຄືຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບ ແລະ ລະບອບການເມືອງມີຄວາມໝັ້ນຄົງດັ່ງໃນທຸກວັນນີ້. ປະທານ ໄດ້ສືບຕໍ່ປັບປຸງ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກເຮົາ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມໃຫ້ມີຄວາມສອດຄ່ອງ ແລະ ສົມບູນຍິ່ງຂຶ້ນ, ພ້ອມທັງໄດ້ຈັດຕັ້ງນຳພາປະຊາຊົນປະຕິບັດຢ່າງມີຜົນສຳເລັດ. ອັນພົ້ນເດັ່ນແມ່ນ ເພິ່ນໄດ້ນໍາພາ-ຊີ້ນໍາ ການສະຫຼຸບຖອດຖອນບົດຮຽນ ຈາກການດໍາເນີນພາລະກິດປ່ຽນແປງໃໝ່ໃນ 10 ປີທໍາອິດ ຊຶ່ງຕໍ່ມາກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກເຮົາ ກໍໄດ້ຮັບຮອງເອົາ 5 ບົດຮຽນໃນການດໍາເນີນພາລະກິດປ່ຽນແປງໃໝ່.
ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ທີ່ມີແບບແຜນເຮັດວຽກທີ່ຕິດແທດມະຫາຊົນ, ເພິ່ນໝັ່ນລົງຮາກຖານຢ້ຽມຢາມຂັ້ນລຸ່ມ ແລະ ພົບປະປະຊາຊົນເປັນປົກກະຕິ ເພື່ອຊອກຮູ້ຄວາມມຸ່ງມາດປາຖະໜາ ແລະ ຄວາມຂັດຂ້ອງສົນໃຈຂອງເຂົາເຈົ້າ, ທັງຊອກຮູ້ຜົນກະທົບດ້ານດີ ແລະ ດ້ານອ່ອນຂອງການປະຕິບັດນະໂຍບາຍດ້ານຕ່າງໆ ແນໃສ່ຜັນຂະຫຍາຍດ້ານດີ, ຈໍາກັດດ້ານຂາດຕົກບົກຜ່ອງໃຫ້ທັນເວລາ. ຍາມໃດເພິ່ນກໍໃຫ້ຄວາມສໍາຄັນຕໍ່ຄວາມຄິດເຫັນຂອງມະຫາຊົນ ເພື່ອເປັນບ່ອນອີງໃຫ້ແກ່ການສະຫຼຸບຕີລາ ຄາ ແລະ ວາງທິດທາງແກ້ໄຂບັນຫາຕ່າງໆ ຊຶ່ງເພິ່ນເຄີຍເຕືອນວ່າ: ທະຫານ, ພະນັກງານເຮົາ ຫາກສາມາດຫຼຸດຜ່ອນພະຍາດອວດເກັ່ງ, ໃນຕົວ ແລະ ອາຍາສິດໄດ້ຫຼາຍເທົ່າໃດ ກໍຈະຊ່ວຍຫຼຸດຜ່ອນຂໍ້ບົກຜ່ອງ ແລະ ຜິດພາດໄດ້ຫຼາຍເທົ່ານັ້ນ. ເພິ່ນຖືວ່າ: ການປະຕິວັດແມ່ນພາລະກິດຂອງມະຫາຊົນ, ມະຫາ ຊົນແມ່ນກໍາລັງແຮງທີ່ມະຫາສານ ແລະ ເປັນກໍາລັງແຮງທີ່ຊະນະເລີດ, ຖ້າຂະບວນການຂອງມະຫາຊົນຫາກໄດ້ຮັບການສຶກສາອົບຮົມ, ມີການຈັດຕັ້ງ ແລະ ນໍາພາເປັນຢ່າງດີແລ້ວ ມະຫາຊົນກໍຈະສາມາດສ້າງປະຫວັດສາດອັນມະຫັດສະຈັນ ຂອງຊາດໄດ້ດີ.
ປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳຂອງພັກເຮົາ ທີ່ກຳຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວກຳລັງປະຕິວັດ ທັງເປັນສັນຍາລັກແຫ່ງຄວາມສາມັກຄີ ເປັນປຶກແຜ່ນຂອງປວງຊົນລາວທັງຊາດ; ມີຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການແຫ່ງການຈັດຕັ້ງເຄື່ອນໄຫວຂອງພັກ; ມີຈິດໃຈເອື້ອເຟື້ອເພື່ອແຜ່ຕໍ່ໝູ່ສະຫາຍ ແລະ ຕໍ່ມະຫາຊົນ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດປະຕິບັດທີ່ເປັນແບບຢ່າງ.
ສິ່ງລວມຍອດທີ່ສຸດຂອງ ປະທານ ຄຳໄຕ ສີພັນດອນ ແມ່ນຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງຕໍ່ພັກ ຕໍ່ປະເທດຊາດ, ເວລາໃດກໍຖືຜົນປະໂຫຍດຂອງພັກ ແລະ ຂອງຊາດເໜືອກວ່າສິ່ງອື່ນໃດ; ແມ່ນນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ້ຜູ້ຮຸກຮານ, ມີມະໂນທຳ, ມີຄວາມມານະອົດທົນ ແລະ ສູ້ຊົນ ເພື່ອອຸທິດຕົນໃຫ້ພາລະກິດປະຕິວັດ, ທຸ່ນທ່ຽງເຊື່ອໝັ້ນ, ເອົາການເອົາງານ ແລະ ມີໄຫວພິບໃນການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ; ດຳລົງຊີວິດທີ່ປອດໃສຂາວສະອາດ, ກະທັດຮັດ, ປະຢັດມັດທະຍັດ, ໃກ້ຊິດຕິດແທດກັບມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອກັບທຸກຄົນຢູ່ອ້ອມຂ້າງຕົນ; ເຂັ້ມງວດໃນດ້ານຫຼັກການ, ເຄັ່ງຄັດຕໍ່ລະບຽບວິໄນ ແຕ່ມີປະຊາທິປະໄຕໃນໝູ່ຄະນະ.
ປະທານ ຄຳໄຕ ສີພັນດອນ ແມ່ນນັກເຄື່ອນໄຫວຕ່າງປະເທດທີ່ສ້າງສັນ, ເປັນຜູ້ສືບຕໍ່ຊີ້ນຳການປະຕິບັດແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຢ່າງມີປະສິດທິຜົນ ຊຶ່ງເວລາໃດປະທານກໍໄດ້ຊີ້ນໍາວ່າ: ເຮັດວຽກງານພົວພັນຕ່າງປະເທດຕ້ອງກໍາແໜ້ນແນວທາງການຕ່າງປະເທດຂອງພັກ ແມ່ນເພື່ອສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ; ໜັກແໜ້ນທາງດ້ານຍຸດທະສາດ, ມີໄຫວພິບຄ່ອງແຄ້ວທາງດ້ານຍຸດໂທບາຍ; ປະຕິບັດຕາມທິດເພີ່ມມິດ-ຜ່ອນສັດຕູ,  ໃນນັ້ນ ຕ້ອງເພີ່ມທະວີຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ. ຫວຽດນາມ, ການເປັນຄູ່ຮ່ວມສະຕາກໍາກັບ ສປ ຈີນ. ພ້ອມກັນນັ້ນ ຕ້ອງເປີດກວ້າງການພົວພັນຮ່ວມມື ກັບພາຍນອກອື່ນໆ ບົນຈິດໃຈຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງທາງດ້ານການເມືອງ ແລະ ເສີມຂະຫຍາຍທ່າແຮງຂອງຕົນທາງດ້ານເສດຖະກິດ ເພື່ອບໍ່ໃຫ້ຕ່າງປະເທດດູໝິ່ນປະໝາດພວກເຮົາ; ຕ້ອງກໍາແໜ້ນ ແລະ ຍຶດໝັ້ນໃນຈຸດໝາຍທີ່ວ່າ ວຽກງານການຕ່າງປະເທດຂອງພວກເຮົາ ແມ່ນເພື່ອສ້າງສະພາບແວດລ້ອມອໍານວຍໃຫ້ແກ່ການປົກປັກຮັກສາ-ສ້າງສາພັດທະນາລະບອບໃໝ່ ແລະ ເພີ່ມກໍາລັງແຮງໃຫ້ປະເທດຊາດ,ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນເປັນ ກ້າວໆ, ຕ້ານການຫັນປ່ຽນມ້າງເພຂອງບັນດາອິດທິກໍາລັງປໍລະປັກ ເພື່ອປະກອບສ່ວນກັບບັນດາປະຊາຊາດໃນພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
ບັນດາສະຫາຍ, ເພື່ອນມິດທີ່ຮັກແພງ!
ຕະຫຼອດໄລຍະຂອງການປະຕິວັດ, ປະທານ ຄຳໄຕ ສີພັນດອນ ໄດ້ຮ່ວມກັບໝູ່ສະຫາຍ ເປັນເຈົ້າການນຳພາ, ບັນຊາກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າດໍາເນີນການຕໍ່ສູ້ ເພື່ອປົດປ່ອຍປະເທດຊາດ, ປະຕິບັດ 2 ໜ້າທີ່ຍຸດທະສາດ ຢ່າງເດັດດ່ຽວໜຽວແໜ້ນ, ນໍາພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ທັບມ້າງສິ່ງກີດຂວາງຕ່າງໆ ແລະ ກ້າວຂຶ້ນຕາມເສັ້ນທາງທີ່ພັກເຮົາໄດ້ກໍານົດໄວ້ຢ່າງມີໄຊ.
ປັດຈຸບັນ ເຖິງວ່າເພິ່ນຈະມີອາຍຸສູງ ແຕ່ເພິ່ນກໍຍັງມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ການນໍາພາ ຂອງພັກ, ການຄຸ້ມຄອງ-ບໍລິຫານ ຂອງລັດ, ຍາມໃດເພິ່ນກໍບໍ່ລົດລະໃນການໃຫ້ຄຳແນະນຳທີ່ເປັນປະໂຫຍດແກ່ປະເທດຊາດ, ແກ່ພັກ, ແກ່ການປະຕິວັດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວບັນດາເຜົ່າ.
ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີນີ້, ພັກ-ລັດ ແລະ ປວງຊົນລາວທັງຊາດ ຂໍສັນລະເສີນ ແລະ ເຊີດຊູກຽດຕິຄຸນ,ຈົດຈໍາຄຸນງາມຄວາມດີອັນໃຫຍ່ຫຼວງ, ການ ອຸທິດຕົນ ແລະ ຄວາມເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ ກໍຄືພາລະກິດປະຕິວັດ ຂອງພັກເຮົາ; ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເຫັນແຈ້ງ ຕໍ່ໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງ ຂອງຕົນ, ຈະເພີ່ມທະວີຄວາມສາມັກຄີກັນ ເປັນປຶກແຜ່ນ ແໜ້ນໜາ ໃນທົ່ວພັກ ແລະ ທົ່ວປວງຊົນທັງຊາດ, ຕັ້ງໜ້າຮ່ຳຮຽນເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນເຮັດວຽກ-ແບບແຜນດໍາລົງຊີວິດ, ແນວຄິດຊີ້ນຳ ຂອງປະທານ ຄໍາໄຕ ສີພັນດອນ ເຂົ້າໃນການສືບທອດ ແລະ ເສີມຂະຫຍາຍ ພາລະກິດປະຕິວັດ ຂອງເພິ່ນ ກໍຄື ຂອງພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໃຫ້ໄດ້ຮັບໝາກຜົນສູງຂຶ້ນເລື້ອຍໆ!
ຂໍອວຍພອນໄຊ ແດ່ປະທານ ຄໍາໄຕ ສີພັນດອນ ຈົ່ງມີສຸຂະພາບແຂງແຮງ, ມີອາຍຸໝັ້ນຂວັນຍືນ, ເປັນຮົ່ມໂພຮົ່ມໄຊ ໃຫ້ປະເທດຊາດບ້ານເມືອງ ຂອງພວກເຮົາຕໍ່ໆໄປ.
ອວຍພອນບັນດາທ່ານ ບັນດາສະຫາຍທັງຫຼາຍ ຈົ່ງມີພະລານາໄມສົມບູນ ແລະ ມີຜົນສຳເຫຼັດໃນໜ້າທີ່ການງານຂອງຕົນ. (ຂໍຂອບໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ