ບົດຕອບຄໍາຖາມສຳພາດ ຕໍ່ສຳນັກຂ່າວສານຫວຽດນາມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ

ບົດຕອບຄໍາຖາມສຳພາດ ຕໍ່ສຳນັກຂ່າວສານຫວຽດນາມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ

ໃນໂອກາດ ວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 100 ປີ(21/6/1925-21/6/2025) ຕອບຄໍາຖາມທີ 1: ຕີລາຄາຕໍ່ບົດບາດຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກຂອງການປະຕິວັດ 4.0 ແລະ ເຕັກໂນໂລຊີ ປັນຍາປະດິດ (AI), ໂອກາດ ແລະ ສິ່ງທ້າທາຍ ສໍາລັບນັກຂ່າວໃນການເຄື່ອນໄຫວວຽກງານດ້ານການຂ່າວ:

 

 

ກ່ອນອື່ນ, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ປິຕິຊົມເຊີນເປັນຢ່າງຍິ່ງ, ພ້ອມທັງຂໍສະແດງຄວາມດີໃຈ ທີ່ສຳນັກຂ່າວສານຫວຽກນາມ (VNA)ໄດ້ໃຫ້ຄວາມສຳຄັນຕໍ່ພັກ-ລັດຂອງ ສປປ ລາວ ໃນການສ້າງເງື່ອນໄຂໃຫ້ໄດ້ມີໂອກາດສະແດງຄວາມຄິດເຫັນຕໍ່ກັບວັນສຳຄັນຕ່າງໆຂອງພັກແລະຂອງຊາດ ຫວຽດນາມ; ການສຳພາດໃນມື້ນີ້, ກໍເປັນໜຶ່ງໃນການສ້າງເງື່ອນໄຂນັ້ນ.

ບັນດາສະຫາຍນັກຂ່າວ-ນັກຮົບສື່ມວນຊົນທີ່ຮັກແພງ, “100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມພາລະກິດອັນມີກຽດສະຫງ່າຂອງພັກ ແລະ ຂອງຊົນຊາດ” ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມກັບປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມຣິກາ, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະໃນການປະຕິວັດຊາດປະຊາທິປະໄຕປະຊາຊົນ, ທ້ອນໂຮມປະເທດຊາດ; ຮ່ວມກັບປະຊາຊົນບັນດາເຜົ່າ ກໍ່ສ້າງສັງຄົມນິຍົມໃນຂອບເຂດທົ່ວປະເທດ ແລະ ທັງໃນໄລຍະປ່ຽນແປງໃໝ່, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ໃນສະພາບການໃໝ່ນີ້, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາໃໝ່ ໄດ້ຖືກຍົກຂຶ້ນ ຕໍ່ສື່ມວນຊົນປະຕິວັດຫວຽດນາມ ທີ່ຕ້ອງປະເຊີນ ຊຶ່ງຕ້ອງມີວິທີການແກ້ໄຂ ກໍ່ສ້າງ ແລະ ພັດທະນາສື່ມວນຊົນປະຕິວັດຫວຽດນາມ ໃນຍຸກໃໝ່.

ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ຍຸກຂອງການປະຕິວັດອຸດສາຫະກຳ 4.0 ມີການຂະຫຍາຍໂຕຢ່າງໄວວາຂອງເຕັກໂນໂລຊີດີຈີຕອນ ແລະເຕັກໂນໂລຊີປັນຍາປະດິດ(AI), ຂໍ້ມູນຂະໜາດໃຫຍ່(Big Data), ອິນເຕີເນັດເຊື່ອມຕໍ່ທຸກສິ່ງ (IoT), ເຄື່ອຂ່າຍສັງຄົມອອນລາຍ... ບໍ່ພຽງແຕ່ນໍາມາເຊິ່ງບັນດາໂອກາດ ແຕ່ຍັງມີຫຼາຍສິ່ງທ້າຍທາ ຕໍ່ສື່ມວນຊົນປະຕິວັດຫວຽດນາມ.ການປະຕິວັດອຸດສາຫະກຳ 4.0 ໄດ້ປ່ຽນກິດຈະກຳທາງດ້ານເສດຖະກິດ ແລະ ສັງຄົມທັງໝົດຂອງມະນຸດ, ນັບທັງຂົງເຂດສື່ມວນຊົນ ກໍບໍ່ສາມາດຫຼີກລ່ຽງໄດ້; ສື່ມວນຊົນ ກໍຄືສື່ມວນຊົນປະຕິວັດຫວຽດນາມ ໃນຖານະຜູ້ຜະລິດຜະລິດຕະພັນດ້ານສື່ໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ຕ້ອງໄດ້ຫັນປ່ຽນຍຸດທະສາດການຜະລິດທີ່ເໝາະສົມກັບຄວາມຕ້ອງການ ແລະ ແບບວິທີການເຂົ້າເຖິງ, ລົດນິຍົມຂອງປະຊາຊົນ; ຖ້າບໍ່ດັ່ງນັ້ນ, ບົດບາດຂອງສື່ມວນຊົນ ແລະ ນັກຂ່າວ ໂດຍສະເພາະ ສື່ມວນຊົນປະຕິວັດ ແລະ ນັກຂ່າວ ທີ່ເປັນທາງການຂອງພັກ-ລັດ ກໍຈະຄ່ອຍໆສູນເສຍບົດບາດໄປ.

ປັດຈຸບັນ, ສື່ມວນຊົນ ໄດ້ຫັນມານໍາໃຊ້ສື່ສັງຄົມອອນລາຍ ເຊັ່ນ:facebook, youtube, Zalo, tiktok,…ໃນການເຜີຍແຜ່ຂໍ້ມູນ-ຂ່າວສານ; ຂະນະທີ່ບັນດາເຕັກໂນໂລຊີຕ່າງໆ ເປັນຕົ້ນ AIກໍກໍາລັງພັດທະນາຢ່າງກ້າວກະໂດດ ໂດຍສະເພາະມີເຕັກໂນໂລຊີທີ່ສາມາດປະມວນພາບ ແລະ ຂໍ້ຄວາມຕາມທີ່ຜູ້ໃຊ້ປ້ອນຂໍ້ມູນໃຫ້ ຊຶ່ງເປັນປະໂຫຍດໃນການຊ່ວຍເຫຼືອໃຫ້ຜູ້ໃຊ້ ລວມທັງຜູ້ທີ່ຢູ່ໃນຂົງເຂດສື່ມວນຊົນ ເຮັດວຽກໄດ້ສະດວກ ແລະ ໄວຂຶ້ນ ເຮັດໃຫ້ AIກໍາລັງແຜ່ຫຼາຍໄປຍັງອຸດສາຫະກຳຕ່າງໆ ລວມທັງສື່ມວນຊົນ ແລະ ເປັນກາລະໂອກາດໃນການພັດທະນາບຸກຄະລາກອນສື່ມວນຊົນ ທັງເປັນໂອກາດສ້າງສັນຜົນງານໃໝ່ ຕາມຄວາມນິຍົມຂອງສັງຄົມ, ອາດຈະສາມາດຫັນປ່ຽນການໂຄສະນາແນວທາງນະໂຍບາຍຂອງພັກ ໄປສູ່ຮູບການໂຄສະນາແບບໃໝ່ ເປັນຊ່ອງທາງທີ່ໄວໜຸ່ມກຳລັງຕິດຕາມ ແລະ ໃຫ້ຄວາມສົນໃຈ. ແຕ່ເຖິງຢ່າງໃດກໍຕາມ, ໃນຫຼາຍປະເທດກໍຍັງນໍາໃຊ້ຢ່າງມີຄວາມລະມັດລະວັງ ເພາະການນໍາເຕັກໂນໂລຊີ AIມາມີສ່ວນໃນການເຮັດວຽກດ້ານສື່ມວນຊົນ ອາດນໍາມາຫຼາຍບັນຫາ ທີ່ກະທົບຕໍ່ຈັນຍາບັນນັກຂ່າວ ຊຶ່ງບາງປະເທດທີ່ລະບົບເຕັກໂນໂລຊີນີ້ ບໍ່ທັນຮອງຮັບພາສາໄດ້ດີ ເວລາປ້ອນຂໍ້ມູນໃຫ້ລະບົບເຕັກໂນໂລຊີ AIເຮັດວຽກມັກຈະມີຂໍ້ມູນທີ່ຜິດພາດ, ການຄໍານວນໂຕເລກຜິດ ແລະການໃຊ້ພາສາທີ່ບໍ່ເໝາະສົມ, ມີການກ່າຍເນື້ອໃນຈາກສຳນັກຂ່າວອື່ນ ຂໍ້ມູນທີ່ໄດ້ມາບໍ່ຈະແຈ້ງ.

ສະນັ້ນ, ເມື່ອເຫັນໄດ້ເຖິງບົດບາດຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກຂອງການປະຕິວັດ4.0ແລະເຕັກໂນໂລຊີປັນຍາປະດິດ(AI)ໂອກາດແລະສິ່ງທ້າທາຍສໍາລັບນັກຂ່າວໃນການເຄື່ອນໄຫວວຽກງານດ້ານການຂ່າວ ຄືດັ່ງຍົກຂຶ້ນມານັ້ນ; ອົງການສື່ມວນຊົນ ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ສ້າງເງື່ອນໄຂໃນການພັດທະນານັກຂ່າວ ໃຫ້ມີຄວາມສຳນານໃນການນໍາໃຊ້ເຕັກໂນໂລຊີ ແລະ ຕິດພັນກັບການກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍ ແລະ ຈັນຍາບັນນັກຂ່າວ, ບໍ່ຄວນອີງໃສ່ແຕ່ເຕັກໂນໂລຊີຈົນຫຼາຍເກີນໄປ; ຕິດຕາມຢ່າງໃກ້ສິດບັນດາສື່ສັງຄົມອອນລາຍ ເພື່ອຄົ້ນເຫັນ ແລະ ຕີຖອຍຂໍ້ມູນ-ຂ່າວສານ ທີ່ບິດເບື່ອນໃສ່ຮ້າຍປ້າຍສີ ເພື່ອສ້າງໃຫ້ສັງຄົມເຂົ້າໃຈ ແລະ ທັງເປັນການຍົກສູງບົດບາດຂອງສື່ມວນຊົນ.

ຄຳຖາມທີ 2:ຮຽນສະຫາຍ, ສະຫາຍຕີລາຄາແນວໃດຕໍ່ທ່າອ່ຽງການຫັນເປັນດີຈີຕ໋ອນໃນປັດຈຸບັນໃນການເຄື່ອນໄຫວວຽກງານດ້ານການຂ່າວ? ນັກຂ່າວຕ້ອງປັບຕົວແນວໃດຕໍ່ກັບທ່າອ່ຽງນີ້?.

ຕອບ: ດັ່ງທີ່ບັນດາສະຫາຍຮູ້ດີແລ້ວວ່າ, ໃນຍຸກປັດຈຸບັນເຕັກໂນໂລຊີດີຈີຕ໋ອນໄດ້ເຂົ້າມາມີບົດບາດຕໍ່ການດຳລົງຊີວິດຂອງຜູ້ຄົນໃນສັງຄົມເຊິ່ງໄດ້ເຮັດໃຫ້ວິຖີການດຳລົງຊີວິດຂອງປະຊາຊົນປ່ຽນແປງໄປຢ່າງບໍ່ຮູ້ຕົວກໍວ່າໄດ້ເຊິ່ງພວກເຮົາຈະເຫັນໄດ້ວ່າໃນປັດຈຸບັນ ເກືອບທຸກຂະແໜງການໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການບໍລິຫານຈັດການເປັນຕົ້ນພາກທຸລະກິດໄດ້ນຳໃຊ້ສື່ອອນລາຍ ເຊັ່ນ: Facebook, Youtube, Tiktokແພລັດຟອມຕ່າງໆເພື່ອໂຄສະນາສິນຄ້າ, ລວມທັງການຄ້າ-ຂາຍທາງອອນລາຍແລະອື່ນໆເຊິ່ງສື່ເຫຼົ່ານີ້ສາມາດເຂົ້າເຖິງກຸ່ມເປົ້າໝາຍໄດ້ງ່າຍ ແລະວ່ອງໄວຂຶ້ນ.

ສ່ວນພຶດຕິກຳການບໍລິໂພກຂໍ້ມູນຂ່າວສານຂອງປະຊາຊົນກໍໄດ້ປ່ຽນໄປໂດຍຫັນມາເປີດຮັບຂໍ້ມູນຂ່າວສານທາງອອນລາຍຫຼາຍຂຶ້ນເຊິ່ງປັດຈຸບັນ ພວກເຮົາຈະເຫັນໄດ້ວ່າການບໍລິໂພກຂ່າວຂອງປະຊາຊົນສ່ວນຫຼາຍຈະມັກອ່ານຂ່າວທາງສື່ສັງຄົມອອນລາຍເປັນຕົ້ນແມ່ນFacebook, Youtube, Tiktokແລະແພລັດຟອມອື່ນໆນັບມື້ເພີ່ມຂຶ້ນ. ໃນເມື່ອກ່ອນຢູ່ຕາມຮ້ານນ້ຳຊາກາເຟພວກເຮົາມັກເຫັນຜູ້ທີ່ມາດື່ມນ້ຳຊາກາເຟຈຸ້ມຫົວກັນອ່ານໜັງສືພິມ, ໃນຂະນະທີ່ຢູ່ຕາມເຮືອນຊານບ້ານຊ່ອງກໍມັກເຫັນຜູ້ຄົນເປີດໂທລະພາບເບິ່ງຂ່າວ, ລະຄອນແລະລາຍການຕ່າງໆ, ແຕ່ປັດຈຸບັນພຶດຕິກຳດັ່ງກ່າວບໍ່ມີໃຫ້ເຫັນອີກແລ້ວ. ພຶດຕິກຳຂອງຜູ້ຄົນໃນສັງຄົມສູ່ມື້ນີ້ແມ່ນມືຈັບໂທລະສັບແລ້ວກໍກົ້ມຫົວໃສ່ໜ້າຈໍພຽງຢ່າງດຽວຈົນກາຍເປັນສັງຄົມກົ້ມໜ້າໄປແລ້ວ.

ແນວໃດກໍຕາມໃນຍຸກນີ້ເປັນຍຸກດີຈີຕ໋ອນຫຼືຍຸກ 4.0 ເປັນຍຸກຂໍ້ມູນຂ່າວສານໄຮ້ພົມແດນເຊິ່ງຄົນເຮົາສາມາດຮັບຂໍ້ມູນຂ່າວສານໄດ້ຫຼາຍຊ່ອງທາງ ແລະ ສາມາດນໍາເອົາຂໍ້ມູນ, ເອົາຮູບພາບລົງໃນສື່ສັງຄົມອອນລາຍໄດ້, ແຕ່ຂໍ້ມູນຂ່າວສານທີ່ລົງໃນສື່ອອນລາຍນັ້ນ, ບາງຂ່າວກໍເປັນຂ່າວປອມ, ບາງຂ່າວກໍເປັນການປຸກປັ່ນບິດເບືອນຄວາມເປັນຈິງ, ໃສ່ຮ້າຍປ້າຍສີສ້າງຄວາມປັ່ນປ່ວນ ສັບສົນໃຫ້ສັງຄົມ.

ສະນັ້ນ, ສື່ມວນຊົນຕ້ອງໄດ້ພ້ອມກັນເອົາໃຈໃສ່ໃນການພັດທະນາຕົນເອງໂດຍເລັ່ງໃສ່ສື່ອອນລາຍເຊັ່ນ: ເຟສບຸກ, ຢູທູບ, ຕິກຕ໊ອກແລະແພລັດຟອມອື່ນໆ ເພື່ອເຮັດໃຫ້ຂໍ້ມູນຂ່າວສານເຂົ້າເຖິງປະຊາຊົນໄດ້ງ່າຍແລະໄວຂຶ້ນ, ນອກຈາກນີ້ ຕ້ອງເອົາໃຈໃສ່ໂຕ້ຕອບບັນດາຂ່າວບິດເບືອນຄວາມເປັນຈິງໂດຍນຳເອົາຂໍ້ມູນຂ່າວສານທີ່ຖືກຕ້ອງຕາມຄວາມເປັນຈິງແທ້ມາອອກ ແລະ ພະຍາຍາມຄົ້ນຫາຂໍ້ມູນຈາກຕົ້ນເຫດ, ຈາກບຸກຄົນ, ຈາກຜູ້ໃຫ້ຂ່າວໃຫ້ຫຼາຍທີ່ສຸດ ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ສັງຄົມທີ່ມັກເບິ່ງຂ່າວປອມ, ຂ່າວຫຼອກລວງ, ສຸມໃສ່ທຸກຊ່ອງທາງເພື່ອໃຫ້ລະບົບການເຮັດວຽກຂອງສື່ມວນຊົນຫັນໄປສູ່ທັນສະໄໝໃຫ້ສົມກັບວ່າເປັນຍຸກ 4.0ແທ້.

ຄໍາຖາມທີ 3: ຮຽນສະຫາຍ, ສະຫາຍຕີລາຄາຄືແນວໃດຕໍ່ບົດບາດຂອງສື່ມວນຊົນປະຕິວັດຫວຽດນາມ, ໃນພາລະກິດແຫ່ງການຕໍ່ສູ້, ປ້ອງກັນປະເທດຊາດ ແລະ ສ້າງສາພັດທະນາປະເທດຂອງຫວຽດນາມ. ອັນໃດແມ່ນຂີດໝາຍສໍາຄັນຂອງຂ່າວສານຫວຽດນາມ (VNA) ໃນພາລະກິດແຫ່ງການຕໍ່ສູ້, ປ້ອງກັນປະເທດຊາດ ແລະ ສ້າງສາພັດທະນາປະເທດຊາດຂອງຫວຽດນາມ?

ເມື່ອເວົ້າເຖິງ ບົດບາດຂອງສື່ມວນຊົນປະຕິວັດຫວຽນາມ, ໃນພາລະກິດແຫ່ງການຕໍ່ສູ້, ປ້ອງກັນປະເທດຊາດ ແລະ ສ້າງສາພັດທະນາປະເທດຂອງຫວຽດນາມ. ສາມາດຕີລາຄາໄດ້ວ່າ: ສື່ມວນຊົນມີບົດບາດສໍາຄັນພິເສດ ຊຶ່ງເກີດຂຶ້ນພ້ອມກັບການຕໍ່ສູ້ປົດປ່ອຍປະເທດຊາດຫວຽດນາມ, ບັນດາຜູ້ເຮັດວຽກສື່ມວນຊົນໄດ້ເຮັດໜ້າທີ່ອັນໜັກໜ່ວງ ກາຍເປັນມູນເຊື້ອອັນສະຫງ່າອົງອາດ ແລະ ໜ້າພາກພູມໃຈຕໍ່ສື່ມວນຊົນປະຕິວັດຫວຽດນາມ. ບັນຫາທີ່ສໍາຄັນໃນການເຮັດວຽກສື່ມວນຊົນ ກໍແມ່ນເຮັດການປະຕິວັດ,ເຮັດວຽກສື່ແມ່ນຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນ. ຄືປະທານ ໂຮ່ຈີມິນ ເວົ້າວ່າ: “ພະນັກງານສື່ມວນຊົນ ກໍແມ່ນນັກຮົບປະຕິວັດ, ບິກ ແລະ ເຈ້ຍ ແມ່ນອາວຸດອັນແຫຼມຄົມຂອງເຂົາເຈົ້າ”.

ຕະຫຼອດການນໍາພາເຄື່ອນໄຫວການປະຕິວັດ ໄລຍະຕໍ່ສູ້ກູ້ຊາດ ກໍຄືການສ້າງສາພັດທະນາປະເທດຊາດ ຂອງພັກກອມມູນິດຫວຽດນາມ ໄລຍະຜ່ານມາ ປະສົບຜົນສໍາເລັດນັ້ນ ສື່ມວນຊົນໄດ້ມີບົດບາດສໍາຄັນຍິ່ງ ໃນການເຜີຍແຜ່ແນວທາງ, ປຸກລະດົມຂົນຂວາຍ ປະຊາຊົນເຂົ້າຮ່ວມ.ເຫັນວ່າຍາມໃດພັກ-ລັດຫວຽດນາມ ລ້ວນແຕ່ເອົາໃຈໃສ່ກໍ່ສ້າງ ແລະ ພັດທະນາສື່ມວນຊົນປະຕິວັດຫວຽດນາມ ຖືນັ້ນແມ່ນໜຶ່ງໃນບັນດາພາຫະນະເພື່ອປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ຕ້ານບັນດາທັດສະນະຜິດເຂວ, ປໍລະປັກ. ຍ້ອນແນວນັ້ນ, ພື້ນຖານສື່ມວນຊົນປະຕິວັດຫວຽດນາມ ສາມາດຍາດໄດ້ຫຼາຍຜົນງານ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາປະເທດ ເວົ້າລວມ ແລະ ການປົກປັກຮັກສາແນວຄິດຂອງພັກ ເວົ້າສະເພາະ.

ອັນໃດແມ່ນຂີດໝາຍສໍາຄັນຂອງຂ່າວສານຫວຽດນາມ (VNA) ໃນພາລະກິດແຫ່ງການຕໍ່ສູ້, ປ້ອງກັນປະເທດຊາດ ແລະ ສ້າງສາພັດທະນາປະເທດຊາດຂອງຫວຽດນາມ?

ຂ້າພະເຈົ້າເຫັນວ່າ: ສື່ມວນຊົນ ບໍ່ແມ່ນເພື່ອຮັບໃຊ້ຄົນສ່ວນໜ້ອຍ, ແຕ່ແມ່ນເພື່ອຮັບໃຊ້ປະຊາຊົນ ເພື່ອໂຄສະນາອະທິບາຍແນວທາງ, ນະໂຍບາຍຂອງພັກ ແລະ ລັດຖະບານ. ສະນັ້ນ ຕ້ອງມີລັກສະນະມະຫາຊົນ ແລະ ຈິດໃຈຕໍ່ສູ້. ຂີດໝາຍສໍາຄັນຂອງສື່ມວນຊົນ ເວົ້າລວມ, ຂ່າວສານຫວຽດນາມ ເວົ້າສະເພາະ, ສື່ມວນຊົນແມ່ນພາກສ່ວນໜຶ່ງສໍາຄັນໃນພາລະກິດປະຕິວັດ, ແມ່ນອາວຸດອັນແຫຼມຄົມໃນການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ແລະ ສ້າງສາຊີວິດການເປັນຢູ່ໃໝ່ໃຫ້ປະຊາຊົນ. ສະນັ້ນ, ນັກຂ່າວທຸກຄົນຕ້ອງມີອາວຸດແຫຼມຄົມຄືປາກກາ (ບິກ) ແລະ ບົດຂ່າວ ແມ່ນອຸດົມໄປດ້ວຍເນື້ອໃນສໍາຄັນ ໃນການປຸກລະດົມມະຫາຊົນ ມີຄວາມສາມັກຄີຕໍ່ສູ້, ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່.

ຜູ້ເຮັດວຽກສື່ ກໍແມ່ນນັກຮົບປະຕິວັດ ປະກອບສ່ວນສໍາຄັນໃນການປົກປ້ອງແນວຄິດ, ຕໍ່ສູ້ຕ້ານບັນດາທັດສະນະຜິດເຂວ, ປໍລະປັກ. ສະນັ້ນ ນັກສື່ມວນຊົນ ຕ້ອງສຶກສາອົບຮົມຄຸນສົມບັດສິນທໍາປະຕິວັດ, ຍົກສູງແນວຄິດທິດສະດີ, ຮໍ່າຮຽນການເມືອງ ເປັນປົກກະຕິ ເພື່ອກໍາແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ລັດ, ລົງເລິກຕົວຈິງ, ເຂົ້າເຖິງມະຫາຊົນຜູ້ອອກແຮງງານ, ພ້ອມກັນນັ້ນ ຕ້ອງຍົກສູງລະດັບຄວາມຮູ້ດ້ານວັດທະນະທໍາ, ຮີດຄອງປະເພນີ, ຝຶກຝົນຫຼໍ່ຫຼອມດ້ານວິຊາສະເພາະ, ຜະລິດຕະພັນຂອງຕົນໃຫ້ດີຂຶ້ນເລື້ອຍໆ.ເພາະວ່າ ໜ້າທີ່ສື່ມວນຊົນ ແມ່ນເປັນຜູ້ໂຄສະນາ, ປຸກລະດົມຂົນຂວາຍ, ຜູ້ຈັດຕັ້ງລວມ, ຜູ້ນໍາພາລວມ. ສະນັ້ນ ຜູ້ເຮັດວຽກສື່ມວນຊົນ ແມ່ນມີຄວາມສໍາຄັນ ແລະ ມີກຽດສະຫງ່າ. ຖ້າຢາກສໍາເລັດໜ້າທີ່ໄດ້ດີ ຕ້ອງພະຍາຍາມຊອກຮູ້ຮໍ່າຮຽນການເມືອງ, ຍົກສູງແນວຄິດ, ມີຫຼັກໝັ້ນຊົນຊັ້ນ, ຍົກສູງລະດັບຄວາມຮູ້ວັດທະນະທໍາ ແລະ ລົງເລິກພາລະກິດຂອງຕົນ ແນ່ນອນຈະປະສົບຜົນສໍາເລັດ.

ຖ້າຢາກເຮັດໄດ້ບັນດາບັນຫາທີ່ກ່າວມານັ້ນ, ນັກສື່ມວນຊົນຕ້ອງຮັບປະກັນຫຼັກການ: “ຄະນະບໍລິຫານງານສູນກາງ ຕ້ອງຄວບຄຸມບັນດາສື່ຂອງພັກ ເພື່ອຫຼີກລ່ຽງບັນດາຈຸດອ່ອນດ້ານເຕັກນິກ ແລະ ການເມືອງ. ພ້ອມກັນນັ້ນ ຕ້ອງເພີ່ມທະວີການນໍາພາຂອງພັກຕໍ່ສື່ມວນຊົນ. ຜູ້ເຮັດວຽກສື່ມວນຊົນ ຕ້ອງມີຫຼັກໝັ້ນການເມືອງໜັກແໜ້ນ, ຖ້າແນວທາງການເມືອງຖືກຕ້ອງ ວຽກງານອື່ນໆຈິ່ງຖືກ. ສະນັ້ນບັນດາສື່ມວນຊົນຕ້ອງມີແນວທາງການເມືອງຖືກຕ້ອງ. ໂຄສະນາ, ປຸກລະດົມ, ສຶກສາອົບຮົມ ແລະ ການຈັດຕັ້ງມະຫາຊົນ ເພື່ອໃຫ້ມະຫາຊົນເຂົ້າເຖິງຈຸດໝາຍລວມ ແມ່ນມະຫາສາມັກຄີທົ່ວປວງຊົນທັງຊາດ ໃນການຕໍ່ສູ້ປົດປ່ອຍຊາດ ກໍຄືການສ້າງສາ ແລະ ພັດທະນາປະເທດຊາດ ນັບມື້ຮັ່ງມີເຂັ້ມແຂງ ແລະ ສີວິໄລ.

ຄໍາຖາມທີ 4:ບັນດາຄຸນຄ່າດ້ານແນວຄິດການເຮັດວຽກສື່ມວນຊົນຂອງປະທານ ໂຮ່ຈີມິນ ກ່ຽວກັບອາຊີບສື່ມວນຊົນ?

ວັນສື່ມວນຊົນຫວຽດນາມ ຄົບຮອບ 100 ປີ (21/6/1925-21/6/2025) ໂດຍປະທານ ໂຮ່ຈີມິນ ເປັນຜູ້ສ້າງຕັ້ງ ເປັນຂີດໝາຍປະຫວັດສາດແຫ່ງການກໍາເນີດຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ. ຄວາມໝາຍປະຫວັດສາດນັ້ນ ຖັນແຖວສື່ມວນຊົນປະຕິວັດຫວຽດນາມ ຜ່ານໄລຍະທາງອັນຍາວນານໃນການຕໍ່ສູ້ອັນມີກຽດສະຫງ່າ, ຮ່ວມເດີນທາງກັບປະເທດຊາດ ແລະ ປະຊາຊົນຫວຽດນາມ ສົມກັບເປັນກໍາລັງຫຼັກແຫຼ່ງ, ນໍາໜ້າໃນບັ້ນຮົບແນວຄິດ - ວັດທະນະທໍາ, ໄດ້ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອພາລະກິດການຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໃນສະພາບປະເທດຫວຽດນາມ ກໍາລັງມີການຫັນປ່ຽນຢ່າງແຂງແຮງເພື່ອກ້າວສູ່ຍຸກແຫ່ງການພັດທະນາໃໝ່, ເສີມຂະຫຍາຍມູນເຊື້ອອັນມີກຽດສະຫງ່າ ສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 100 ປີ. ຂ້າພະເຈົ້າເຫັນວ່າ: ຖັນແຖວນັກສື່ມວນຊົນຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຢຸດຢັ້ງ, ໂດຍສະເພາະຄຸນທາດການເມືອງ, ລະດັບວິຊາສະເພາະ, ຄຸນສົມບັດສິນທໍາປະຕິວັດມືອາຊີບ, ມີຄວາມສາມັກຄີເປັນປຶກແຜ່ນ, ຮ່ວມແຮງຮ່ວມໃຈກັນ, ອອກແຮງສູ້ຊົນສ້າງພື້ນຖານສື່ມວນຊົນເປັນມືອາຊີບ, ທັນສະໄໝ, ມີລັກສະນະຕໍ່ສູ້ ແລະ ມະນຸດສະທໍາ.

ປັດຈຸບັນ, ເຫັນວ່າສື່ມວນຊົນຫວຽດນາມ ພວມຍູ້ແຮງການຫັນປ່ຽນດີຈີຕອນ, ການເຄື່ອນໄຫວຂອງບັນດາອົງການສື່ມວນຊົນ ໄດ້ຫັນປ່ຽນສູ່ຮູບອົງການສື່ມີຫຼາຍຜະລິດຕະພັນ, ຫຼາຍພື້ນຖານ, ປະຕິບັດດ້ວຍປະເພດສື່, ສະໜອງການບໍລິການດ້ານໂທລະຄົມ ຕອບສະໜອງຄວາມຕ້ອງການຂໍ້ມູນຂ່າວສານນັບມື້ສູງຂຶ້ນ ແລະ ຫຼາກຫຼາຍສີສັນຂອງມວນຊົນ. ພ້ອມກັນນັ້ນກໍເຫັນວ່າ ໃນສະພາບການເກີດມີສື່ສັງຄົມອອນລາຍ, ຂ່າວປອມເກີດຂຶ້ນຫຼາຍ, ສື່ມວນຊົນຕ້ອງປະເຊີນໜ້າກັບໄພອັນຕະລາຍຂອງສື່ສັງຄົມອອນລາຍຄອບຄອງ ໂດຍສະເພາະແມ່ນຂ່າວກ່ຽວກັບບັນດາບັນຫາຫຍໍ້ທໍ້ສັງຄົມ, ການພັດທະນາຂອງເຕັກໂນໂລຊີໂທລະຄົມມະນາຄົມ ທັງສ້າງໂອກາດ ທັງສ້າງສິ່ງທ້າທາຍໜັກໜ່ວງຕໍ່ສື່ມວນຊົນ.

ຕາມຂ້າພະເຈົ້າເຫັນວ່າ ຈາກແນວຄິດຂອງປະທານ ໂຮ່ຈີມິນ ຕໍ່ກັບອາຊີບສື່ໃນປັດຈຸບັນ ແມ່ນມີຄວາມສໍາຄັນພິເສດ ເພາະການເຮັດວຽກສື່ແມ່ນເນື້ອໃນສໍາຄັນດ້ານແນວຄິດ ຊຶ່ງມີຄຸນຄ່າທາງທິດສະດີ ແລະ ພຶດຕິກໍາຕົວຈິງທີ່ເລິກເຊິງ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນວຽກກໍານົດທິດ ແລະ ສຶກສາອົບຮົມໃຫ້ນັກຂ່າວຄົນລຸ້ນໃໝ່ ຫວຽດນາມ ມີຄົບທັງຄຸນສົມບັດ, ຄວາມສາມາດ ກາຍເປັຮກໍາລັງນໍາໜ້າໃນແນວຮົບສື່ມວນຊົນ. ສະນັ້ນ ນັກສື່ມວນຊົນ ຕ້ອງມີຫຼັກໝັ້ນການເມືອງໜັກແໜ້ນ, ສັດຊື່ຕໍ່ພັກ, ຕໍ່ປະຊາຊົນ ແລະ ຕິດພັນກັບປະຊາຊົນ, ໝົດຈິດໝົດໃຈຮັບໃຊ້ປະຊາຊົນ, ນັກສື່ມວນຊົນ ຕ້ອງມີຄວມອົດທົນ, ຝຶກຝົນຕົນເອງ ຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.

ຄໍາເຫັນ

ຂ່າວການຮ່ວມມື

ຍີ່ປຸ່ນ ສະໜອງທຶນການສຶກສາໃຫ້ແກ່ ສປປ ລາວ ມູນຄ່າ 420 ລ້ານເຢນ

ຍີ່ປຸ່ນ ສະໜອງທຶນການສຶກສາໃຫ້ແກ່ ສປປ ລາວ ມູນຄ່າ 420 ລ້ານເຢນ

ໃນຕອນເຊົ້າຂອງວັນທີ 25 ມິຖຸນານີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ຈາກ ລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ (The Project for Human Resource Development Scholarship) ມູນຄ່າ 420 ລ້ານເຢນ ຊຶ່ງທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ຕາງໜ້າລັດຖະບານຍີ່ປຸ່ນເປັນຜູ້ລົງນາມ, ໂດຍມີພາກສ່ວນກຽວຂ້ອງສອງຝ່າຍລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ເຈົ້າແຂວງຄໍາມ່ວນ ຕ້ອນຮັບເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປລາວ

ເຈົ້າແຂວງຄໍາມ່ວນ ຕ້ອນຮັບເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປລາວ

ວັນທີ 25 ມີຖຸນານີ້ ທີ່ຫ້ອງຮັບແຂກເຮືອນພັກເລກ 1, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດແຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ.
ລາວ - ອົສຕຣາລີ ຮ່ວມມືສົ່ງເສີມການລົງທຶນສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ

ລາວ - ອົສຕຣາລີ ຮ່ວມມືສົ່ງເສີມການລົງທຶນສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ

ລັດຖະບານ ສປປ ລາວ, ອົສຕຣາລີ ຮ່ວມກັບອົງການສະຫະປະຊາຊາດດ້ານເສດຖະກິດ ແລະ ສັງຄົມ ສໍາລັບພາກພື້ນອາຊຽນ (ESCAP) ໄດ້ເປີດໂຄງການຮ່ວມມືລະຫວ່າງລາວ - ອົສຕຣາລີ ເພື່ອປັບປຸງວຽກງານສົ່ງເສີມການລົງທຶນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ (Laos-Australia Investment Facilitation and Transformation for Economic Resilience) ຫຼື ໂຄງການລິບໂຟລາວ (LIFT 4 Laos) ຂຶ້ນຢ່າງເປັນທາງການ ໃນວັນທີ 24 ມິຖຸນາ ຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍມີການນໍາຜູ້ຕາງໜ້າຈາກ 3 ຝ່າຍ ສປປ ລາວ, ອົສຕຣາລີ ແລະ ຜູ້ຕາງໜ້າອົງການ ESCAP ປະຈໍາໄທ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທາບທາມຄໍາເຫັນອົງການຕ່າງປະເທດຕໍ່ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ

ທາບທາມຄໍາເຫັນອົງການຕ່າງປະເທດຕໍ່ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ

ໃນວັນທີ 25 ມິຖຸນາ ນີ້ ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນ ຕໍ່ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ (Local Staff) ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ປະຈຳຢູ່ ສປປ ລາວ (ສະບັບປັບປຸງ),ໂດຍການເປັນປະທານຂອງ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ມີບັນດາສະຖານທູດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ.
ການສົນທະນາດ້ານສິດທິມະນຸດ ສປປ ລາວ - ສະຫະພາບເອີຣົບ ຄັ້ງທີ 14

ການສົນທະນາດ້ານສິດທິມະນຸດ ສປປ ລາວ - ສະຫະພາບເອີຣົບ ຄັ້ງທີ 14

ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 14 ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເລລາ ເຟີນັນເດັດ - ສະເຕັມບຣິດ ຫົວໜ້າຫ້ອງການຮັບຜິດຊອບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ, ກົມອາຊີ-ປາຊີຟິກ, ສໍານັກງານການຕ່າງປະເທດສະຫະພາບເອີຣົບ.
ສະຫາຍ ຄຳພັນ ພົມມະທັດ ຕ້ອນຮັບ ຄະນະກໍາມະການກວດກາວິໄນພັກແຂວງຢຸນນານ ສປ ຈີນ

ສະຫາຍ ຄຳພັນ ພົມມະທັດ ຕ້ອນຮັບ ຄະນະກໍາມະການກວດກາວິໄນພັກແຂວງຢຸນນານ ສປ ຈີນ

ໃນວັນທີ 24 ມິຖຸນານີ້ ທີ່ຫ້ອງຮັບແຂກຂອງຄະນະກວດກາສູນກາງພັກ, ສະຫາຍ ຄຳພັນ ພົມມະທັດກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະການກວດກາລະບຽບວິໄນພັກ-ລັດ ແຂວງຢູນນານ ນຳໂດຍສະຫາຍ ເຟີງ ຈີ້ລີ ຄະນະປະຈໍາພັກແຂວງ ເລຂາຄະນະກໍາມະການກວດກາວິໄນພັກ ແລະ ຫົວໜ້າຄະນະກຳມະການກວດກາລັດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລກປ່ຽນບົດຮຽນ ຢູ່ ສປປ ລາວ.
ຮອງປະທານປະເທດ ຕ້ອນຮັບທູດຕີມໍແລັດສະເຕ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດຕີມໍແລັດສະເຕ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຟີໂລເມໂນ ອາເລໂຊ ດາ ຄຣີວ (Filomeno Alexo Da Criuz) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ປະຈຳລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນທີ 24 ມິຖຸນານີ້ ທີ່ທຳນຽບປະທານປະເທດ, ເນື່ອງໃນໂອກາດທີ່ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດ ປະຈຳ ລາວ; ໃນໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ Filomeno Alexo Da Criuz ທີ່ສຳເລັດການປະຕິບັດໜ້າທີ່ການທູດ ປະຈຳລາວ ໃນຄັ້ງນີ້, ຕະຫຼອດໄລຍະການປະຕິບັດໜ້າທີ່ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ - ສາທາ ລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່ທີ່ມີກຽດຂອງທ່ານ.
ຮອງເຈົ້າແຂວງ ຄຳມ່ວນຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສປ ຈີນ

ຮອງເຈົ້າແຂວງ ຄຳມ່ວນຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສປ ຈີນ

ວັນທີ 23 ມີຖຸນາຜ່ານມາ ທີ່ໂຮງແຮມຣີເວີເຣຍ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບການມາເຄື່ອນໄຫວຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ແຂວງຄໍາມ່ວນຂອງ ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ແຈ້ງຈຸດປະສົງ ແລະ ແຜນການເຄື່ອນໄຫວຢູ່ແຂວງຄໍາມ່ວນໃຫ້ ທ່ານຮອງເຈົ້າແຂວງໄດ້ຮັບຊາບ.
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນໂຕນ ໂກເບຍກົບ (Anton Kobyakov) ທີ່ປຶກສາຂອງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງທີ 28 (28th St. Petersburg International Economic Forum ຫຼື SPIEF 2025) ພາຍໃຕ້ຄໍາຂວັນ “ຄຸນຄ່າທີ່ມີຮ່ວມກັນ: ພື້ນຖານຂອງການເຕີບໃຫຍ່ຂະຫຍາຍຕົວໃນຍຸກສະໄໝໂລກຫຼາຍຂົ້ວ (Shared Values: The Foundation of Growth in a Multipolar World) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 19-20 ມິຖຸນາຜ່ານມາ ທີ່ ນະຄອນເຊັນ-ປີເຕີສະເບີກ, ສະຫະພັນຣັດເຊຍ.
ທ່ານຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ທີ່ ສປ ຈີນ

ໃນລະຫວ່າງວັນທີ 18-21 ມິຖຸນາ ຜ່ານມາ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development” ຢ່າງມີຜົນສຳເລັດ.
ເພີ່ມເຕີມ