ບົດລາຍງານລະບຸວ່າ: ເງິນເລຟບຸນກາຣີ (BGN) ຈະສືບຕໍ່ໝູນວຽນຄຽງຄູ່ກັບເງິນເອີໂຣຕະຫຼອດເດືອນມັງກອນ, ແຕ່ຫຼັງຈາກວັນທີ 1 ກຸມພາ ເງິນເອີໂຣຈະກາຍເປັນເງິນທີ່ຖືກຕ້ອງຕາມກົດໝາຍພຽງໜຶ່ງດຽວໃນບຸນກາຣີ. ໂດຍພົນລະເມືອງສາມາດແລກປ່ຽນເງິນເລຟເປັນເງິນເອີໂຣໄດ້ໂດຍບໍ່ເສຍຄ່າທຳນຽມທີ່ທະນາຄານ ແລະ ຫ້ອງການໄປສະນີລະຫວ່າງວັນທີ 1 ມັງກອນ ຫາ ວັນທີ 30 ມິຖຸນາ 2026; ຫຼັງຈາກນັ້ນ, ການແລກປ່ຽນສະກຸນເງິນຈະມີຄ່າທຳນຽມ.
ນອກຈາກນັ້ນ, ໃນວັນທີ 4 ມິຖຸນາ 2025, ຄະນະກຳມະການເອີຣົບໄດ້ປະກາດວ່າ ບຸນກາຣີໄດ້ຕອບສະໜອງເງື່ອນໄຂສຳລັບການຮັບຮອງເອົາເງິນເອີໂຣ, ໂດຍມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2026. ບົດສະຫຼຸບເຫຼົ່ານີ້ແມ່ນໄດ້ກຳນົດໄວ້ໃນບົດລາຍງານການປັບປຸງ ປີ 2025 ຂອງຄະນະກຳມະການດັ່ງກ່າວ ຊຶ່ງກະກຽມຕາມການຮ້ອງຂໍຂອງບຸນກາຣີ ແລະ ໄດ້ຮັບການສະໜັບສະໜູນຈາກບົດລາຍງານຄູ່ຂະໜານຈາກທະນາຄານກາງເອີຣົບ (ECB).
ຄໍາເຫັນ