ບຸນຄຸນຂອງຄູຈະບໍ່ມີວັນລືມຕະຫຼອດການ

ບຸນຄຸນຂອງຄູຈະບໍ່ມີວັນລືມຕະຫຼອດການ

ບຸນຄຸນຂອງຄູຈະບໍ່ມີວັນລືມຕະຫຼອດການ
ໃນວັນທີ 9 ກັນຍາ 2026, ກ່ອນວັນຄູແຫ່ງຊາດຈີນ ວັນທີ 10 ກັນຍາ ຄົບຮອບ 42 ປີໝູນວຽນມາເຖິງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ຕາງໜ້າໃຫ້ສູນກາງພັກຝາກຄຳອວຍພອນໄຊອັນປະເສີດ ແລະ ຄວາມຢື້ມຢາມຖາມຂ່າວອັນຈິງໃຈເຖິງຄູ-ອາຈານ ແລະ ພະນັກງານຂະແໜງການສຶກສາທົ່ວປະເທດຈີນ. ຕະຫຼອດໄລຍະຜ່ານມາ, ບໍ່ວ່າຈະເຮັດວຽກຢູ່ບ່ອນໃດ, ທ່ານ ສີຈິ້ນຜິງ ລ້ວນແຕ່ຄິດຮອດຄິດເຖິງບັນດາຄູ-ອາຈານທີ່ເຄີຍສິດສອນຕົນເອງ.
ບນຄນຂອງຄຈະບມວນລມຕະຫອດການ - image 1
 

 

ຊຸມປີ 1960, ທ່ານ ສີຈິ້ນຜິງ ໄດ້ໃຊ້ຊີວິດໃນໄວຮຽນປະຖົມ ແລະ ມັດທະຍົມຕົ້ນຢູ່ໂຮງຮຽນປ່າຢີ່ ນະຄອນຫຼວງປັກກິ່ງ.

ພາຍຫຼັງຮຽນຈົບຈາກໂຮງຮຽນປ່າຢີ່ແລ້ວ, ທ່ານ ສີຈິ້ນຜິງ ໄດ້ລົງພື້ນຖານດຳລົງຊີວິດ ແລະ ເຮັດວຽກກະສິກຳຢູ່ບ້ານຫຼຽງເຈ່ຍເຫີ ບ້ານຊົນນະບົດທາງພາກ ເໜືອແຂວງສ້ານຊີ່, ຈາກນັ້ນຫຼາຍປີເພິ່ນໄດ້ຖືກສັບຊ້ອນໄປເຮັດວຽກຢູ່ຫຼາຍທ້ອງຖິ່ນ. ຕະຫຼອດໄລຍະທີ່ເຮັດວຽກ ແລະ ດຳລົງຊີວິດຢູ່ຕ່າງແຂວງ, ພໍມີໂອກາດໄປປະຊຸມ ຫຼື ແກ້ໄຂວຽກງານຂອງລັດຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ລ້ວນແຕ່ໄດ້ບິແບ່ງເວລາໄປຢາມຄູ-ອາຈານທີ່ມີບຸນຄຸນຕໍ່ຕົນເອງໃນເມື່ອກ່ອນ.

ທ່ານນາງ ເສີນຊິວຢິງ ຜູ້ເປັນຄູສອນພາສາຈີນຊັ້ນມັດທະຍົມຕົ້ນຂອງທ່ານ ສີຈິ້ນຜິງ ໄດ້ຫວນຄືນຫຼັງວ່າ: ທ່ານ ສີຈິ້ນຜິງ ມັກຈະເອົາປຶ້ມມາຕ້ອນນາງເລື້ອຍໆ,ໃນນີ້ມີບົດວິທະຍານິພົນປະລິນຍາເອກ ຫຼື ບົດນິພົນຂອງເພິ່ນ, ຍັງມີປຶ້ມຄູ່ມືແຂວງຫຼື ນະຄອນທີ່ເພິ່ນຫາກໍໄປດຳລົງຕຳແໜ່ງເປັນການນຳໃໝ່ໆ. ບໍ່ພຽງແຕ່ເທົ່ານັ້ນ, ໃນລະດູໜາວເພິ່ນຍັງຝາກດອກຫວ້ານຊົນຂອງແຂວງຟູຈ້ຽນຫຼາຍໂຖມາໃຫ້ຕົນເອງ.

ທ່ານ ສີຈິ້ນຜິງ ເຄີຍຂຽນຈົດໝາຍເຖິງທ່ານນາງ ເສິນຊິວຢິງ ໂດຍເນື້ອໃນຈົດໝາຍໄດ້ຍົກເອົາຄຳເວົ້າຂອງທ່ານປະທານ ເໝົາເຈີຕຸ່ງ ເຄີຍເວົ້າກັບທ່ານ ສວີເທີ້ລີ້ ນັກປະຕິວັດອາວຸໂສ ແລະ ນັກການສຶກສາວ່າ: “ແຕ່ກ່ອນທ່ານເປັນຄູ-ອາຈານຂອງຂ້າພະເຈົ້າ, ດຽວນີ້ຍັງຄົງເປັນຄູ-ອາຈານຂອງຂ້າພະເຈົ້າຄືເກົ່າ, ໃນອະນາຄົດກໍຍັງຈະເປັນຄູ-ອາຈານຂອງຂ້າພະເຈົ້າເຊັ່ນດຽວກັນ”. ຈົດໝາຍຂອງທ່ານ ສີຈິ້ນຜິງ ຍັງລະບຸຕື່ມວ່າ: “ບຸນຄຸນຂອງຄູຂ້າພະເຈົ້າຈະບໍ່ມີວັນລືມຕະຫຼອດການ.”

ທ່ານ ສີຈິ້ນຜິງ ໄດ້ປະຕິບັດຕົວຈິງຢ່າງສະເໝີຕົ້ນສະເໝີປາຍຕໍ່ຄວາມຮູ້ບຸນຄຸນຄູ, ສິ່ງນີ້ກໍເປັນສາຍໃຍຜູກພັນຄວາມເຄົາລົບນັບຖືຄູ-ອາຈານທີ່ຢູ່ໃນໃຈຂອງເພິ່ນຕະຫຼອດການ. ເພິ່ນກ່າວວ່າ: “ຄູ-ອາຈານທີ່ເຄີຍສອນຂ້າພະເຈົ້າມີຫຼາຍທ່ານ, ຂ້າພະເຈົ້າຈື່ໜ້າຕາຂອງພວກເພິ່ນຈົນມາເຖິງປັດຈຸບັນ, ພວກເພິ່ນໃຫ້ຄວາມຮູ້ ແລະ ສອນໃຈຂ້າພະເຈົ້າໃຫ້ເປັນຄົນຜູ້ດີ ຊຶ່ງເປັນປະໂຫຍດຢ່າງຫຼວງຫຼາຍສຳລັບຂ້າພະເຈົ້າ”

ອາຈານ ເສີນຈົ້ງຫານ ຜູ້ທີ່ເຄີຍເປັນຮອງຄູປະຈຳຫ້ອງຂອງທ່ານ ສີຈິ້ນຜິງ ຕອນຮຽນຢູ່ໂຮງຮຽນປ່າຢີ່. ຢູ່ໃນສາຍຕາຂອງລາວ, ທ່ານ ສີຈິ້ນຜິງ ເປັນຜູ້ທີ່ຮູ້ບຸນຄຸນເປັນຜູ້ທີ່ມີນ້ຳໃຈຫຼາຍ.”

ທ່ານ ເສີນຈົ້ງຫານ ຫວນຄືນຫຼັງວ່າ: “ເພິ່ນມາຢາມເຮືອນຂ້າພະເຈົ້າເທື່ອທຳອິດແມ່ນຕອນທີ່ເພິ່ນລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ, ຕອນນັ້ນຂ້າພະເຈົ້າພັກຢູ່ເຮືອນພື້ນດຽວ. ພວກເຮົາໄດ້ລົມກັນເຖິງເລື່ອງລາວໃນອະດີດ, ລົມເລື່ອງໃນບ້ານຫຼຽງເຈ່ຍເຫີ ແລະ ເລື່ອງການອ່ານປຶ້ມເປັນຈຳນວນຫຼວງຫຼາຍ.” ທ່ານ ເສີນຈົ້ງຫານ ໃຫ້ຮູ້ຕື່ມວ່າ: “ພາຍຫຼັງມາ, ຂ້າພະເຈົ້າໄປຢາມເພິ່ນຢູ່ນະຄອນຟູໂຈ່ວ. ເພິ່ນບໍ່ໄດ້ຖືໂຕແມ່ນແຕ່ໜ້ອຍດຽວ, ຍັງເອີ້ນຂ້າພະເຈົ້າວ່າອາຈານເສີນຢ່າງບໍ່ຂາດປາກ. ຄູປະຈຳຫ້ອງໃນໄວຮຽນຂອງເພິ່ນອີກຄົນໜຶ່ງຊື່ວ່າຊີຣົງຊ່ຽນ, ເວລາລາວເຈັບເປັນຫຼັງບຳນານ, ທ່ານ ສີຈິ້ນຜິງ ຍັງໄດ້ຍາດເວລາໄປຢາມລາວອີກ.”

ຕາມທ່ານ ສີຈິ້ນຜິງ ເຫັນວ່າ: “ຄົນໆໜຶ່ງຫາກພົບພໍ້ຄູ-ອາຈານທີ່ດີຈະເປັນໂຊກດີໃນຊີວິດ, ໂຮງຮຽນແຫ່ງໜຶ່ງຫາກມີຄູ-ອາຈານທີ່ດີຈະເປັນກຽດສະຫງ່າຂອງໂຮງຮຽນນັ້ນ, ຊົນຊາດໜຶ່ງຫາກມີຄູ-ອາຈານທີ່ດີປະກົດອອກຢ່າງບໍ່ຢຸດຢັ້ງຈະເປັນຄວາມຫວັງຂອງຊາດ.”

ເວລາຂຽນຈົດໝາຍເຖິງຄູ-ອາຈານ, ທ່ານ ສີຈິ້ນຜິງ ລ້ວນແຕ່ໄດ້ສະແດງເຖິງຄວາມມຸ່ງຫວັງອັນດີງາມ ແລະ ຄວາມຮັກແພງທີ່ຝາກເຖິງຄູ-ອາຈານຢ່າງຈິງໃຈ. ເນື້ອໃນຈົດໝາຍເຖິງສາສະດາຈານອາວຸໂສຂອງສະຖາບັນວິຈິດສິນສູນກາງຈີນ, ເພິ່ນໄດ້ສະແດງຄວາມຮູ້ສຶກຊາບຊຶ້ງໃຈຕໍ່ສາສະດາຈານທັງຫຼາຍເຖິງຈະມີອາຍຸສຸງ 80-90 ປີແຕ່ບໍ່ເຄີຍປ່ຽນແປງອຸດົມການແຕ່ຫົວທີ, “ຍັງຄົງຫ່ວງໃຍເຖິງການບຳລຸງສ້າງຜູ້ສືບທອດພາລະກິດຂອງປະເທດຊາດ”. ເພິ່ນສົ່ງຈົດໝາຍເຖິງນັກສຶກສາ “ໂຄງການສ້າງຄູດີເດັ່ນ”ຂອງມະຫາວິທະຍາໄລສ້າງຄູປັກກິ່ງເພື່ອສົ່ງເສີມໃຫ້ເຂົາເຈົ້າຈົ່ງພະຍາຍາມຮ່ຳຮຽນເພື່ອກາຍເປັນຄູທີ່ດີ “4 ມີ” (ຄື: ມີອຸດົມການ, ມີຄຸນສົມບັດ, ມີຄວາມຮູ້ທີ່ໜັກແໜ້ນ ແລະ ມີຄວາມເມດຕາ) ທີ່ພັກ ແລະ ປະຊາຊົນພໍໃຈ… ທັງນີ້ກໍສະແດງໃຫ້ເຫັນວ່າທ່ານ ສີຈິ້ນຜິງ ໄດ້ຢຶດໝັ້ນຫຼັກການເຄົາລົບຄູ-ອາຈານ ແລະ ໃຫ້ຄວາມສຳຄັນຕໍ່ການສຶກສາກໍຄືປາຖະໜາຢາກໃຫ້ປະເທດຊາດມີຄູ-ອາຈານທີ່ດີ.

ວັນທີ 9 ກັນຍາ 2016, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຢ້ຽມຢາມຖາມຂ່າວຄູ-ອາຈານ ແລະ ນັກຮຽນຂອງໂຮງຮຽນປ່າຢີ່ທີ່ເປັນໂຮງຮຽນເກົ່າຂອງຕົນ. ໃນເວລາຈັບມື ແລະ ໂອ້ລົມກັບບັນດາຄູ-ອາຈານ, ເພິ່ນເວົ້າດ້ວຍຄວາມຊາບຊຶ້ງໃຈວ່າ: “ຕອນໄວຮຽນ, ຄູ-ອາຈານມີຄຳຮຽກຮ້ອງຢ່າງເຂັ້ມງວດຕໍ່ພວກເຮົາ, ຕອນນີ້ຄິດຄືນຫຼັງແລ້ວມັນເປັນປະໂຫຍດຕະຫຼອດຊີວິດ.”

ຄູ-ອາຈານອາວຸໂສຄົນໜຶ່ງເວົ້າກັບທ່ານ ສີຈິ້ນຜິງ ວ່າ: “ທ່ານໄດ້ນຳເອົາຄວາມຜາສຸກມາສູ່ປະຊາຊົນ”.

ທ່ານ ສີຈິ້ນຜິງ ຕອບວ່າ: “ເປັນຍ້ອນອາຈານໄດ້ບຳລຸງກໍ່ສ້າງພວກເຮົາ.”

ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ເພີ່ມເຕີມ