ໂດຍ: ວັນເພັງ
ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ປະຈຳປີ 2023 ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 28-30 ຕຸລາ ຜ່ານມາ ຊຶ່ງເປັນງານບຸນປາງໃຫຍ່ທີ່ມີຄວາມໝາຍ-ຄວາມສໍາຄັນທາງ ພຸດທະສາສະໜາ ໃນຮີດ 12 ຄອງ 14 ປະເພນີລາວທີ່ເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ ຮັກສາໄດ້ຮີດຄອງປະເພນີອັນດີງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ 100%.
ທ່ານ ຮທ ທອງເລື່ອນ ຈັນທະນັນ ປກສ ເມືອງຈັນທະບູລີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 30 ຕຸລາຜ່ານມາວ່າ: ຕົນເອງໄດ້ເລີ່ມເຂົ້າມາປ້ອງກັນໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີທ່າວັດຈັນ ເລີ່ມເຂົ້າມາແຕ່ວັນທີ 25 ຕຸລາເປັນຕົ້ນມາ ຜ່ານການເຂົ້າມາປ້ອງກັນເຫັນວ່າງານບຸນແມ່ນຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະການຈັດງານວາງສະແດງສິນຄ້າຂອງແຕ່ບູດມີຄວາມເປັນລະບຽບຮຽບຮ້້ອຍເພາະຜູ້ປະກອບການເຂົ້າໃຈຕໍ່ລະບຽບ ແລະ ບັນດາຂໍ້ຫ້າມຕ່່າງໆ. ພ້ອມນັ້ນ, ປີນີ້ເປັນອີກປີໜຶ່ງທີ່ພິເສດ ມີບັນຍາກາດທີ່ຟົດຟື້ນແຕ່ລະຄືນແມ່ນມີມວນຊົນເດີນທາງເຂົ້າມາທ່ຽວຊົມງານເປັນຈຳນວນຫຼວງຫຼາຍ ຜູ້ທີ່ເຂົ້າຮ່ວມງານກໍໄດ້ມີສ່ວນຮ່ວມໃນການປ້ອງກັນຄວາມສະຫງົບໄດ້ດີສົມຄວນ ເຮັດໃຫ້ງານບຸນ ສາມາດຮັກສາໄດ້ຄວາມສະຫງົບໄດ້ 100%.
ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄຳພູວົງ ໄດ້ໃຫ້ສຳພາດວ່າ: ຂ້າພະເຈົ້າດີໃຈຢ່າງຍິ່ງທີ່ໄດ້ເຂົ້າຮ່ວມຊົມຊ່ວງເຮືອປີນີ້ ຊຶ່ງມີໃບໜ້າອັນໃໝ່ມີຫຼາຍຢ່າງທີ່ດີຂຶ້ນ, ມີບັນຍາກາດຟົດຟື້ນສົມຄວນ, ຮັກສາໄດ້ຮີດຄອງປະເພນີອັນດີງາມ,ຖືວ່າເປັນງານບຸນໜຶ່ງທີ່ສຳຄັນໃນການດຶງດູດເອົານັກທ່ອງທ່ຽວພາຍໃນແລະນັກທ່ອງທ່ຽວຕ່າງປະເທດໃຫ້ເດີນທາງເຂົ້າມາທ່ອງທ່ຽວນະຄອນຫຼວງວຽງຈັນຫຼາຍຂຶ້ນ, ເປັນບຸນໜຶ່ງທີ່ເປັນການສົ່ງເສີມການຜະລິດ, ການຄ້າຂາຍ, ພິເສດສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບງານບຸນທີ່ໄດ້ເອົາໃຈໃສ່ແກ້ໄຂສຽງເນື່ອງນັ່ນໂດຍບໍ່ອະນຸຍາດໃຫ້ບັນດາຫ້າງຮ້ານໃຊ້ເຄື່ອງຂະຫຍາຍສຽງຂະໜາດໃຫຍ່ເຮັດໃຫ້ງານບຸນມີບັນຍາກາດທີ່ດີຂຶ້ນ, ຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໄດ້ດີ ຄວນຖອດຖອນເອົານຳໄປຈັດຕັ້ງປະຕິບັດໃນປີຕໍ່ໄປ. ສຳລັບຜູ້ທີ່ເຂົ້າມາທ່ຽວງານບຸນກໍສັງເກດວ່າໄດ້ພ້ອມກັນຮັກສາຄວາມສະອາດໄດ້ດີສົມຄວນ.
ທ່ານໃຫ້ຮູ້ຕື່ມວ່າ: ເພື່ອເປັນການປະກອບງານບຸນປີນີ້ ທາງ ຮ້ານຄຳພູວົງ ກໍໄດ້ສືບຕໍ່ສະໜັບສະໜູນຂັນໝູນວຽນມູນຄ່າ 60 ລ້ານກີບ ເພື່ອມອບໃຫ້ກັບທີມທີ່ຊະນະເລີດ(ທີ 1)ໃນການຊ່ວງເຮືອໃນປີນີ້.
(ຂໍ້ມູນ: ປຸ້ຍ ວຽງຈັນໃໝ່)

ຄໍາເຫັນ