ຜູ້ຕອບແບບສອບຖາມຈຳນວນ 95,1% ມີຄວາມສົນໃຈຫຼາຍທີ່ຈະຮັບຮູ້ກ່ຽວກັບບຸນກຸດຈີນ, 95% ເຫັນວ່າບຸນກຸດຈີນກາຍເປັນມໍລະດົກວັດທະນະທຳນາມມະທຳມວນມະນຸດຂອງອົງການຍຸແນັສໂກ ສະແດງໃຫ້ເຫັນວ່າວັດທະນະທຳຈີນນັບມື້ນັບໄດ້ຖືກຍອມຮັບ ແລະ ຊື່ນຊົມຈາກທົ່ວໂລກ, 86.7% ຄອງຄອຍທີ່ຈະໃຊ້ເວລາໃນໂອກາດບຸນກຸດຈີນຢູ່ປະເທດຈີນ, 78.7% ເຫັນວ່າ ບຸນກຸດຈີນເປັນໂອກາດສຳຄັນສຳລັບຄົນທັງຫຼາຍໄດ້ຮັບຮູ້ວັດທະນະທຳ ແລະ ວິຖີການດຳລົງຊີວິດຂອງຊາວຈີນ, 76.3% ເຫັນວ່າ ກະແສນິຍົມ “ກາຍເປັນຄົນຈີນ” ສະທ້ອນໃຫ້ເຫັນການເປີດປະຕູສູ່ພາຍນອກຂອງຈີນ ບໍ່ພຽງແຕ່ແມ່ນການເປີດປະຕູໃນດ້ານຕະຫຼາດ ແລະ ນະໂຍບາຍເທົ່ານັ້ນ, ຍັງມີການເຊື່ອມໂຍງລະຫວ່າງວິຖີການດຳລົງຊີວິດ ກັບ ແນວຄິດວັດທະນະທຳ.
ຂ່າວລະບຸວ່າ: ຍອດການຈອງປີ້ເຮືອບິນຂອງນັກທ່ອງທ່ຽວຕ່າງປະເທດມາປະເທດຈີນໃນຍາມບຸນກຸດຈີນເພີ່ມຂຶ້ນຫຼາຍເທົ່າ, ຜູ້ຕອບແບບສອບຖາມຈຳນວນ 88.2% ເຫັນວ່າອິດທິພົນຂອງວັດທະນະທຳຈີນໃນທົ່ວໂລກຈະກະຕຸ້ນຄວາມມີຊີວິດຊີວາຂອງຕະຫຼາດການບໍລິໂພກຕື່ມອີກ.
ຄໍາເຫັນ