ຈາກ​ເຂົ້າ​ຂອງ​ເຄື່ອງ​ໃຊ້​ສຳ​ລັບ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ​ເຫັນ​ໄດ້​ເຖິງຄວາມ​ໂອບ​ເອື້ອ​ອາ​ລີ​ ແລະ ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ສຸດ ຂອງ​ທ່ານ​ ສີ​ຈິ້ນ​ຜິງ

ຈາກ​ເຂົ້າ​ຂອງ​ເຄື່ອງ​ໃຊ້​ສຳ​ລັບ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ​ເຫັນ​ໄດ້​ເຖິງຄວາມ​ໂອບ​ເອື້ອ​ອາ​ລີ​ ແລະ ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ສຸດ ຂອງ​ທ່ານ​ ສີ​ຈິ້ນ​ຜິງ

ຈາກ​ເຂົ້າ​ຂອງ​ເຄື່ອງ​ໃຊ້​ສຳ​ລັບ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ​ເຫັນ​ໄດ້​ເຖິງຄວາມ​ໂອບ​ເອື້ອ​ອາ​ລີ​ ແລະ ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ສຸດ ຂອງ​ທ່ານ​ ສີ​ຈິ້ນ​ຜິງ
ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ມີ​ບັນ​ຍາ​ກາດ​ສະຫຼອງ​ບຸນ​ປີ​ໃໝ່​ຄ່ອຍໆ​ເຂັ້ມ​ຂຸ້ນ​ຂຶ້ນ. ໃນວັນ​ທີ 10 ກຸມ​ພາ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນກງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ​ທີ່ກຳ​ລັງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ເດີນ​ທາງ​ໄປ​ເຖິງ​ເຂດ​ຖະ​ໜົນ​ວັດ​ໂຫຼງ​ຟູ​ເມືອງ​ຕົ່ງ​ເສີງ, ເພິ່ນ​ເວົ້າ​ກັບ​ນັກ​ທ່ອງ​ທ່ຽວ​ ແລະ​ ຊາວ​ເມືອງ​ທັງ​ຫຼາຍ​ວ່າ:
ຈາກ​ເຂາ​ຂອງ​ເຄອງ​ໃຊ​ສຳ​ລບ​ບນ​ກດ​ຈນ​ຂອງ​ປະ​ຊາ​ຊນ​ເຫນ​ໄດ​ເຖງຄວາມ​ໂອບ​ເອອ​ອາ​ລ​ ແລະ ຄວາມ​ປາ​ຖະ​ໜາ​ອນ​ແຮງ​ກາ​ທ​ສດ ຂອງ​ທານ​ ສ​ຈນ​ຜງ - image 1
 

 

“ມື້ນີ້ແມ່ນບຸນສ້ຽວນຽນຂອງພາກເໜືອ, ຂ້າພະເຈົ້າມາສະຫຼອງບຸນສ້ຽວນຽນເພື່ອຕ້ອນຮັບປີໃໝ່ຮ່ວມກັບບັນດາສະຫາຍເປັນການສະເພາະ. ເມື່ອໄດ້ເຫັນວ່າມີຄົນມາທ່ຽວທີ່ແຫ່ງນີ້ຢ່າງຄັບຄາໜາແໜ້ນທ່າມກາງບັນຍາດສະຫຼອງບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ສິນຄ້າສຳລັບບຸນກຸດຈີນມີການສະໜອງຢ່າງພຽງພໍ, ຮູ້ສຶກດີໃຈຫຼາຍ.”

ສ້ຽວນຽນ ເປັນວັນບຸນປະເພນີພື້ນເມືອງທີ່ຊາວຈີນເລີ່ມກຽມສະຫຼອງປີໃໝ່.

ວັນທີ 10 ກຸມພາ 2026 ພໍດີກົງກັບມື້ແຮມ 8 ຄ່ຳເດືອນ 12 ເປັນບຸນສ້ຽວນຽນຕາມຈັນທະຄະຕິຈີນ, ຕະຫຼາດນັດບຸນກຸດຈີນຢູ່ຕໍ່ໜ້າຕຶກໂຫຼງຟູເຂດຖະໜົນວັດໂຫຼງຟູນະຄອນຫຼວງປັກກິ່ງ ໄດ້ດຶງດູດຊາວເມືອງ ແລະ ນັກທ່ອງທ່ຽວມາທ່ຽວເປັນຈຳນວນຫຼວງຫຼາຍ. ທ່ານ ສີຈິ້ນຜິງ ໄດ້ກວດເບິ່ງຫ້າງຮ້ານຂາຍສິນຄ້າສຳລັບບຸນກຸດຈີນປະເພດຕ່າງໆດ້ວຍຄວາມສົນໃຈ ພ້ອມທັງໂອ້ລົມສົນທະນາກັບປະຊາຊົນຢ່າງສະໜິດສະໜົມ. ເພິ່ນໄດ້ເລົ່າສູ່ຟັງເລື່ອງຕົນມາທ່ຽວວັດໂຫຼງຟູຫຼາຍເທື່ອໃນເຍົາໄວ ແລະ ຍັງໄດ້ຊື້ອາຫານທີ່ມີເອກະລັກພິເສດ ແລະ ຜະລິດຕະພັນນະວັດຕະກຳວັດທະນະທຳຈຳນວນໜຶ່ງໃນຕະຫຼາດນັດດັ່ງກ່າວ.

ຈາກ​ເຂາ​ຂອງ​ເຄອງ​ໃຊ​ສຳ​ລບ​ບນ​ກດ​ຈນ​ຂອງ​ປະ​ຊາ​ຊນ​ເຫນ​ໄດ​ເຖງຄວາມ​ໂອບ​ເອອ​ອາ​ລ​ ແລະ ຄວາມ​ປາ​ຖະ​ໜາ​ອນ​ແຮງ​ກາ​ທ​ສດ ຂອງ​ທານ​ ສ​ຈນ​ຜງ - image 2
 

ການກະກຽມເຂົ້າຂອງເຄື່ອງໃຊ້ສຳລັບບຸນກຸດຈີນ ເປັນສິ່ງສຳຄັນຫຼາຍສຳລັບຄົນຈີນສະຫຼອງບຸນປີໃໝ່. ໃນການລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນກ່ອນບຸນກຸດຈີນໃກ້ຈະວຽນມາເຖິງໃນແຕ່ລະປີ, ສະພາບການສະໜອງສິນຄ້າບໍລິໂພກສະຫຼອງບຸນກຸດຈີນເປັນສິ່ງທີ່ທ່ານ ສີຈິ້ນຜິງ ໄດ້ເອົາໃຈໃສ່ຕິດຕາມເລື້ອຍໆ.

ໃນຫຼາຍປີຜ່ານມານີ້, ທ່ານ ສີຈິ້ນຜິງ ເຄີຍໄປເຄື່ອນໄຫວຢ້ຽມຢາມງານວາງສະແດງສິນຄ້າບຸນກຸດຈີນຕາມເຂດຖະໜົນນະຄອນຄຸນມິງ ແຂວງຢູນນານ, ຮ້ານຊັບພະສິນຄ້າອາຫານສົດເຫີລີ້ ເມືອງກ່ວນຊ່ານຫູ ນະຄອນກຸ້ຍຢາງ ແຂວງກຸ້ຍໂຈ່ວ, ຮ້ານຂາຍສິນຄ້າເອກະລັກພິເສດຂອງເມືອງບູຮານຜິງຢາວແຂວງຊ່ານຊີ່ ແລະແຫ່ງອື່ນໆ, ການສະໜອງ ແລະ ການຈຳໜ່າຍສິນຄ້າສຳລັບບຸນກຸດຈີນ, ລາຄາສິນຄ້າ, ຄວາມປອດໄພຂອງອາຫານ ແລະ ອື່ນໆ ລ້ວນແຕ່ເປັນສິ່ງທີ່ທ່ານ ສີຈິ້ນຜິງ ໄດ້ເອົາໃຈໃສ່ເປັນພິເສດໃນການຢ້ຽມຢາມທ້ອງຖິ່ນ. ເພີ່ນມີຄຳຊີ້ນຳວ່າ: “ກະຕ່າຜັກຊີ້ນ’, ຖົງເຂົ້າ, ຈານໝາກໄມ້ ລ້ວນແຕ່ເປັນສິ່ງສຳຄັນທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ.” “ຕ້ອງເອົາໃຈໃສ່ຄວາມສະອາດຂອງອາຫານ, ຕິດເວລາການຜະລິດຢ່າງຈະແຈ້ງ, ບໍ່ໃຫ້ຂາຍຜະລິດຕະພັນອາຫານທີ່ໝົດອາຍຸ.” “ປັດຈຸບັນ, ສິນຄ້າຕ່າງໆມີຢ່າງອຸດົມສົມບູນ, ການກິນເຂົ້າສາມັກຄີສະຫຼອງບຸນກຸດຈີນຍິ່ງຄວນເຮັດໃຫ້ທຸກຄົນກິນດີ ແລະ ກິນຢ່າງມີສຸຂະພາບແຂງແຮງ”…

ເມື່ອທົບທວນຄືນການເຄື່ອນໄຫວຢ້ຽມຢາມທ້ອງຖິ່ນຂອງທ່ານ ສີຈິ້ນຜິງ ໃນໄລຍະບຸນກຸດຈີນຫຼາຍປີຜ່ານມາ ຈະເຫັນໄດ້ວ່າບໍ່ວ່າຈະໄປຮອດບ່ອນໃດ, ເພິ່ນໄດ້ມີຄວາມຫ່ວງໃຍຕະຫຼອດວ່າ: ຊີວິດການເປັນຢູ່ຂອງປະຊາຊົນເປັນຄືແນວໃດ? ເຂົ້າຂອງເຄື່ອງໃຊ້ສຳລັບສະຫຼອງບຸນປີໃໝ່ໄດ້ຈັດຊື້ໃຫ້ຄົບແລ້ວບໍ່? ເຂົາເຈົ້າຈະສາມາດສະຫຼອງບຸນປີໃໝ່ເປັນຢ່າງດີໄດ້ ຫຼື ບໍ່?

ຈາກ​ເຂາ​ຂອງ​ເຄອງ​ໃຊ​ສຳ​ລບ​ບນ​ກດ​ຈນ​ຂອງ​ປະ​ຊາ​ຊນ​ເຫນ​ໄດ​ເຖງຄວາມ​ໂອບ​ເອອ​ອາ​ລ​ ແລະ ຄວາມ​ປາ​ຖະ​ໜາ​ອນ​ແຮງ​ກາ​ທ​ສດ ຂອງ​ທານ​ ສ​ຈນ​ຜງ - image 3
 

ຍົກຕົວຢ່າງ: ຕອນເພິ່ນເມືອຢາມບ້ານຫຼຽງເຈ່ຍເຫີ ທາງພາກເໜືອແຂວງສ້ານຊີ່ ຊຶ່ງເປັນບ່ອນທີ່ຕົນເຄີຍລົງພື້ນຖານດຳລົງຊີວິດ ແລະ ອອກແຮງງານເປັນເວລາ 7 ປີຕອນເປັນໄວໜຸ່ມ, ທ່ານ ສີຈິ້ນຜິງ ໄດ້ມອບເຂົ້າຂອງເຄື່ອງໃຊ້ສຳລັບບຸນກຸດຈີນທີ່ຈັດຊື້ດ້ວຍເງິນຂອງຕົນເອງນັ້ນໃຫ້ຊາວບ້ານທັງຫຼາຍ; ຢູ່ບ້ານເສີນຊ່ານເມືອງຈິງກ່າງຊ່ານ ແຂວງຈ່ຽງຊີ, ເພິ່ນໄດ້ສົ່ງເຄື່ອງບໍລິໂພກສຳລັບບຸນກຸດຈີນໄປໃຫ້ຜູ້ທຸກຍາກ, ມອບກະເປົາໜັງສືໃຫ້ລູກຫຼານຊາວບ້ານທັງຫຼາຍ, ພ້ອມທັງອອຍພອນໃຫ້ຊາວບ້ານທຸກໆຄອບຄົວຈົ່ງສະຫຼອງບຸນປີໃໝ່ດ້ວຍດີ; ໃນເວລາຢ້ຽມຢາມເຮືອນຊາວບ້ານຜູ້ທຸກຍາກຂອງບ້ານເຕີເຊີ້ງ ເມືອງຈ່າງເປີຍ ນະຄອນຈ່າງເຈ່ຍໂຂ້ວແຂວງເຫີເປີຍ, ເພິ່ນໄດ້ຊິມ “ເຂົ້າໜົມອ້າປາກ” ທີ່ຈືນດ້ວຍນ້ຳມັນພ້ອມທັງຍ້ອງວ່າແຊບຫຼາຍ…

ວັນທີ 26 ມັງກອນ 2022, ທ່າມກາງຫິມະ ແລະ ລົມໜາວເຢັນ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປເຖິງບ້ານເຝີງນານຢວນ ຕາແສງຊືຈ່ວງ ເມືອງໂຮ້ໂຈ່ວ ນະຄອນຫຼິນເຝິນ ແຂວງຊ່ານຊີທາງພາກເໜືອຂອງຈີນ, ເພື່ອສຳຫຼວດກວດເບິ່ງສະພາບການສ້າງສາຄືນໃໝ່ຫຼັງໄພນ້ຳຖ້ວມທີ່ເກີດຂຶ້ນໃນລະດູໃບໄມ້ຫຼົ່ນປີຜ່ານມາ.

ຢູ່ເຮືອນຂອງລຸງ ຊືຫົງປິ່ງຊາວບ້ານບ້ານເຝີງນານຢວນ, ທ່ານ ສີຈິ້ນຜິງ ໄດ້ກວດກາເບິ່ງສະພາບການກະກຽມເຂົ້າຂອງເຄື່ອງໃຊ້ສຳລັບບຸນກຸດຈີນຢູ່ຫ້ອງມ້ຽນເຄື່ອງ, ເຮືອນຄົວ ແລະແຫ່ງຕ່າງໆ, ເມື່ອເປີດຕູ້ເຢັນໄດ້ເຫັນຜັກ, ໄກ່, ຊີ້ນຕ່າງໆເຕັມຕູ້, ເປີດຝາອັດໝໍ້ໄດ້ເຫັນເຂົ້າໜົມປີໃໝ່ທີ່ສົດໆຮ້ອນໆຫາກໍ່ໜຶ້ງໃໝ່ໆ ເຊິ່ງເປັນອາຫານພື້ນເມືອງສຳລັບກຽມສະຫຼອງປີໃໝ່ຂອງທ້ອງຖິ່ນ.

ຕອນອອກຈາກເດີ່ນບ້ານຂອງລຸງຊືຫົງປິ່ງ, ທ່ານ ສີຈິ້ນຜິງ ໄດ້ເວົ້າກັບຊາວບ້ານທີ່ຍ່າງອ້ອມເຂົ້າມາວ່າ: “ເມື່ອໄດ້ເຫັນເຮືອນສ້າງໃໝ່ຢູ່ໃນບ້ານພວກສະຫາຍມີຄຸນນະພາບດີຫຼາຍ, ເງິນອຸດໜູນກໍໄດ້ແຈກຢາຍໃຫ້ຊາວບ້ານຢ່າງທົ່ວເຖິງ, ປະຊາຊົນທຸກຄົວເຮືອນກຽມເຄື່ອງບໍລິໂພກສະຫຼອງບຸນກຸດຈີນໄດ້ຢ່າງພຽງພໍການສະຫຼອງບຸນປີໃໝ່ມີບັນຍາກາດອັນເຂັ້ມຂຸ້ນ, ຂ້າພະເຈົ້າຮູ້ສຶກພູມໃຈຫຼາຍ.”

ທ່ານ ສີຈິ້ນຜິງ ເຄີຍກ່າວຢ່າງດູດດື່ມຕໍ່ປະຊາຊົນໃນເວລາລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນວ່າ: “ຄວາມປາຖະໜາອັນແຮງກ້າທີ່ສຸດຂອງຂ້າພະເຈົ້າກໍຄື ໃຫ້ທຸກຄົນສາມາດສະຫຼອງບຸນປີໃໝ່ຢ່າງເບີກບານມ່ວນຊື່ນ.”ເທື່ອນີ້, ຢູ່ເຂດຖະໜົນວັດໂຫຼງຟູນະຄອນຫຼວງປັກກິ່ງ, ເພິ່ນໄດ້ໃຫ້ຄຳຊີ້ນຳວ່າ: “ການສະຫຼອງບຸນປີໃໝ່ເວົ້າສຳລັບປະຊາຊົນແລ້ວແມ່ນເລື່ອງສຳຄັນຫຼາຍ, ຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງເຮັດວຽກການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການຜະລິດຢ່າງປອດໄພໃຫ້ດີຢ່າງແທ້ຈິງ ເພື່ອຮັບປະກັນໃຫ້ປະຊາຊົນທັງຫຼາຍສະຫຼອງບຸນປີໃໝ່ຢ່າງເບີກບານມ່ວນຊື່ນ.”

ກ່ອນບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ທ່ານ ສີຈິ້ນຜິງ ລົງເຄື່ອນໄຫວສຳຫຼວດຕະຫຼາດນັດບຸນກຸດຈີນ, ເອົາໃຈໃສ່ນຳການຂາຍສິນຄ້າສຳລັບບຸນກຸດຈີນຂອງປະຊາຊົນ ຊຶ່ງສະແດງໃຫ້ເຫັນເຖິງຄວາມຫ່ວງໃຍຂອງເພິ່ນທີ່ມີຕໍ່ຄວາມຜາສຸກຂອງປະຊາຊົນ ແລະ ການມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດແລະມີຄວາມສຸກຂອງປະຊາຊົນນັບເປັນລ້ານຄອບຄົວ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ