ບົດລາຍງານລະບຸວ່າ: ຈໍານວນຜູ້ຕິດເຊື້ອອີໂບລາທີ່ຫາຍດີໃນກົງໂກ ມີ 1,726 ຄົນ, ໃນຂະນະທີ່ 905 ຄົນຍັງຄົງຢູ່ໃນການກັກກັນ ຫຼື ໄດ້ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວ. ໂດຍການລະບາດຂອງອີໂບລາໄດ້ສົ່ງຜົນກະທົບຕໍ່ 62 ເຂດສຸຂະພາບໃນ 7 ແຂວງຄື: ອີຕູຣີ, ກີວູເໜືອ, ກີວູໃຕ້, ຮາວ-ອູເອເລ, ບາສ-ອູເລ, ທີໂຊໂປ ແລະ ຊູດ-ອູບັງກີ. ການລະບາດຍັງດຳເນີນຢ່າງຕໍ່ເນື່ອງໃນ ອີຕູຣີ, ກີວູເໜືອ ແລະ ຮາວ-ອູເອເລ ແລະ ມີລາຍງານກໍລະນີຕິດເຊື້ອທີ່ເກີດຂຶ້ນບາງຄັ້ງຄາວໃນແຂວງທີໂຊໂກ ແລະ ຊູດ-ອູບັງກີ.
ທ່ານ ດີອູດອນ ມວາມບາ ຄາຊາດີ ຫົວໜ້າສະຖາບັນສາທາລະນະສຸກແຫ່ງຊາດກົງໂກ ກ່າວວ່າ: ທ່າອ່ຽງ ໂດຍລວມຂອງການລະບາດກຳລັງຫຼຸດລົງຫຼັງຈາກຜ່ານຈຸດສູງສຸດໃນກາງເດືອນສິງຫາ. ເຖິງຢ່າງໃດກໍຕາມ, ຈຳນວນຄົນເຈັບຍັງບໍ່ໄດ້ຫຼຸດລົງໃນທຸກແຂວງ, ຍ້ອນວ່າບາງພື້ນທີ່, ໂດຍສະເພາະແມ່ນແຂວງກີວູເໜືອ ຍັງມີລາຍງານການເພີ່ມຂຶ້ນຂອງຄົນເຈັບ.
ຄໍາເຫັນ