ທ່ານ ເຮລາດ ກ່າວວ່າ: ສີລັງກາ ມີນັກທ່ອງທ່ຽວຕ່າງປະເທດເດີນທາງມາຢ້ຽມຢາມຫຼາຍກວ່າ 2.36 ລ້ານຄົນໃນປີກາຍນີ້ ຊຶ່ງຖືເປັນໂຕເລກທີ່ສູງທີ່ສຸດທີ່ເຄີຍບັນທຶກໄດ້ໃນໜຶ່ງປີປະຕິທິນ.
ນອກຈາກນັ້ນ, ລາຍຮັບຈາກການທ່ອງທ່ຽວໃນປີ 2025 ຢູ່ທີ່ 3.2 ຕື້ໂດລາ ຊຶ່ງເຮັດໃຫ້ອຸດສາຫະກໍາການທ່ອງທ່ຽວເປັນແຫຼ່ງເງິນຕາຕ່າງປະເທດອັນດັບສອງຂອງສີລັງກາ.
ຂ່າວລະບຸວ່າ: ເຖິງວ່າພາຍຸໄຊໂຄລນ Ditwah ຈະພັດເຂົ້າສີລັງກາໃນທ້າຍເດືອນພະຈິກ, ແຕ່ກະແສການຫຼັ່ງໄຫຼມາຂອງນັກທ່ອງທ່ຽວຍັງຄົງແຂງແຮງ. ທ່ານ ເຮຣາດ ກ່າວຕື່ມວ່າ: ຈຳນວນນັກທ່ອງທ່ຽວຍັງສືບຕໍ່ເພີ່ມຂຶ້ນຫຼັງຈາກເກີດໄພພິບັດ ຍ້ອນມາດຕະການສະໜັບສະໜູນນະໂຍບາຍ ແລະ ກິດຈະກຳສົ່ງເສີມຕະຫຼາດທີ່ມີປະສິດທິພາບ.
ທັງນີ້, ສີລັງກາຕັ້ງເປົ້າໝາຍທີ່ຈະດຶງດູດນັກທ່ອງທ່ຽວຕ່າງປະເທດຢ່າງໜ້ອຍ 3 ລ້ານຄົນໃນປີ 2026 ຫຼື ເພີ່ມຂຶ້ນປະມານ 27% ຈາກລະດັບປີ 2025. ໂດຍເຈົ້າໜ້າທີ່ຄາດວ່າການເຕີບໂຕຂອງການທ່ອງທ່ຽວຈະຊ່ວຍຟື້ນຟູເສດຖະກິດ, ຫຼັງຈາກກອງທຶນການເງິນສາກົນ (IMF) ໄດ້ຫຼຸດການຄາດຄະເນການເຕີບໂຕໂດຍລວມສຳລັບປີ 2026 ລົງເປັນ 2.9% ເນື່ອງຈາກຜົນກະທົບຂອງພາຍຸໄຊໂຄລນ ດັ່ງກ່າວ.
ຄໍາເຫັນ