ສາຍການບິນ Jeju Air ລາຍງານວ່າ: ໂຕເລກທີ່ເພີ່ມຂຶ້ນນີ້ແມ່ນຍ້ອນຄ່າເງິນເຢນທີ່ອ່ອນຄ່າລົງ. ນອກຈາກນັ້ນ, ຖ້ຽວບິນທີ່ເພີ່ມຂຶ້ນ ແລະ ຄວາມນິຍົມຂອງການເດີນທາງທ່ອງທ່ຽວໄລຍະສັ້ນທີ່ເພີ່ມຂຶ້ນ ກໍເປັນປັດໄຈໜຶ່ງທີ່ປະກອບສ່ວນເຊັ່ນກັນ.
ເມື່ອພິຈາລະນາເສັ້ນທາງແຕ່ລະເສັ້ນແລ້ວພົບວ່າ: ເສັ້ນທາງອິນຊອນ - ນາຣິຕະ ມີຈຳນວນຜູ້ໂດຍສານສູງທີ່ສຸດ 601,000 ຄົນ, ຕິດຕາມມາດ້ວຍອິນຊອນ-ໂອຊາກາ 574,000 ຄົນ ແລະ ອິນຊອນ-ຟູກຸໂອກະ 522,000 ຄົນ.
ສາຍການບິນດັ່ງກ່າວລະບຸວ່າ: ນັກທ່ອງທ່ຽວຕ່າງປະເທດ, ລວມທັງພົນລະເມືອງຍີ່ປຸ່ນ ກວມເອົາ 32.6% ຂອງຈຳນວນທັງໝົດໃນປີກາຍນີ້.
ປັດຈຸບັນ, ສາຍການບິນເຈຈູແອ ໃຫ້ບໍລິການເສັ້ນທາງບິນພາຍໃນປະເທດທັງໝົດ 6 ເສັ້ນ ແລະ ເສັ້ນທາງບິນສາກົນ 62 ເສັ້ນ ດ້ວຍເຮືອບິນ 43 ລຳ, ໃນນັ້ນ 17 ລຳໃຫ້ບໍລິການໃນຕົວເມືອງໃຫຍ່ໆທົ່ວປະເທດຍີ່ປຸ່ນ.
ຄໍາເຫັນ