ລາຍງານລະບຸວ່າ: ການປະຕິບັດການຄົ້ນຫາ ແລະ ກູ້ໄພຍັງສືບຕໍ່ໃນພື້ນທີ່ທີ່ໄດ້ຮັບຜົນກະທົບ, ໂດຍສະເພາະການລະບຸຕຳແໜ່ງຂອງຜູ້ຫາຍສາບສູນ ແລະ ການເກັບກູ້ສົບ, ມີພະນັກງານ 7,451 ຄົນຖືກສົ່ງໄປພື້ນທີ່ດັ່ງກ່າວ ແລະ ທີມງານກູ້ໄພໄດ້ຂົນສົ່ງຜູ້ປະສົບໄພດ້ວຍຍົນ 305 ຄົນແລ້ວ.
ທ່ານນາງ ເພນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດອົສຕຣາລີ ກ່າວວ່າ: ອົສຕຣາລີ ຈະສົ່ງທີມງານຜູ້ຊ່ຽວຊານດ້ານການຄຸ້ມຄອງວິກິດການໄປເນປານເພື່ອຊ່ວຍໃນການຮັບມືກັບສະຖານະການໄພນໍ້າຖ້ວມກະທັນຫັນທີ່ຮ້າຍແຮງ.
ທ່ານ ອະນຸຣາ ກຸມາຣາ ດິສນາຢາເກ ປະທານາທິບໍດີສີລັງກາ ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ການສູນເສຍຊີວິດຈາກໄພນໍ້າຖ້ວມຮ້າຍແຮງໃນເນປານ ແລະ ກ່າວຕື່ມວ່າ, ສີລັງກາເຕັມໃຈທີ່ຈະຊ່ວຍເຫຼືອໃນການປະຕິບັດງານກູ້ໄພ ແລະ ການຈັດການຊາກຫັກພັງໃນພື້ນທີ່ທີ່ໄດ້ຮັບຜົນເສຍຫາຍ.
ຄໍາເຫັນ