ບົດລາຍງານລະບຸວ່າ: ມາຮອດວັນທີ 4 ກໍລະກົດ ຜ່ານມາ, ມີກໍລະນີຕິດພະຍາດອີໂບລາທີ່ໄດ້ຮັບການຢືນຢັນແລ້ວ 1,561 ກໍລະນີໃນ DR Congo, ລວມທັງຜູ້ເສຍຊີວິດ 506 ຄົນ ແລະ ຫາຍດີ 254 ຄົນ. ໃນຂະນະດຽວກັນ, ຍັງຕິດຕາມອາການຂອງຜູ້ມີປະຫວັດສຳຜັດພະຍາດອີກຫຼາຍກວ່າ 10,000. ໂດຍ DR Congo ໄດ້ປະກາດການລະບາດຂອງພະຍາດອີໂບລາໃນວັນທີ 15 ພຶດສະພາ ຜ່ານມາ.
DR Congo ກຳລັງຮ່ວມມືກັບ WHO ເພື່ອຕິດຕາມປະຫວັດຜູ້ຕິດພະຍາດທັງໝົດເພື່ອລະບຸລະບົບຕ່ອງໂສ້ການແຜ່ລະບາດ ແລະ ແຍກຜູ້ທີ່ສຳຜັດພະຍາດ. ໃນຂະນະທີ່ສູນປິ່ນປົວພະຍາດອີໂບລາຫຼາຍແຫ່ງໃນ DR Congo ກຳລັງດຳເນີນການຢ່າງເຕັມທີ່ ແລະ ພະນັກງານແພດຍັງສືບຕໍ່ເຮັດວຽກຢູ່ໃນຊຸມຊົນທີ່ໄດ້ຮັບຜົນກະທົບເຖິງວ່າຈະມີສິ່ງທ້າທາຍຈາກຂໍ້ຂັດແຍ່ງໃນພື້ນທີ່, ການຍົກຍ້າຍຖິ່ນຖານ ແລະ ລະບົບ. ເຖິງວ່າຈະມີຄວາມສາມາດໃນການກວດຫາພະຍາດອີໂບລາປະຈຳວັນເພີ່ມຂຶ້ນ, ຄຽງຄູ່ກັບການສ້າງຕັ້ງຫ້ອງທົດລອງໃນແຂວງທີ່ໄດ້ຮັບຜົນກະທົບ, ແຕ່ DR Congo ຍັງຂາດແຄນອຸປະກອນທີ່ຈຳເປັນ, ໂດຍສະເພາະແມ່ນລົດສຸກເສີນ, ເຮັດໃຫ້ບໍ່ສາມາດຕອບສະໜອງຄວາມຕ້ອງການທັງໝົດໃນແຂວງອີຕູຣີ ຊຶ່ງເປັນຈຸດໃຈກາງຂອງການລະບາດນີ້.
WHO ລະບຸຕື່ມວ່າ: ການທົດລອງທາງຄລີນິກໄດ້ເລີ່ມຕົ້ນໃນວັນທີ 2 ກໍລະກົດ ຜ່ານມາ ເພື່ອປະເມີນວິທີການປິ່ນປົວສອງຢ່າງ ສຳລັບການຕິດພະຍາດອີໂບລາສາຍພັນ Bundibuyo. ໂດຍ WHO ຈະໃຫ້ຢາຫຼາຍກວ່າ 1,200 ໂດສ, ບໍ່ວ່າຈະເປັນແບບດຽວ ຫຼື ແບບປະສົມກັບຢາຊະນິດອື່ນ, ເພື່ອປະເມີນການເພີ່ມຂຶ້ນຂອງໂອກາດໃນການຢູ່ລອດສຳລັບຜູ້ທີ່ຕິດເຊື້ອ.
ຄໍາເຫັນ