ຈຳປາສັກ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນຊາດ 2 ທັນວາ ແລະ ວັນເກີດປະທານ ໄກສອນ ພົມວິຫານ
ຕອນເຊົ້າວັນທີ 2 ທັນວາ 2025ນີ້, ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975 – 2/12/2025) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 105 ປີ (13/12/1920 – 13/12/2025), ຄະນະບໍລິຫານງານພັກແຂວງຈຳປາສັກ ນຳພາໂດຍ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະພັກແຂວງຈຳປາສັກ ໄດ້ເຂົ້າຮ່ວມວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້ ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ສະໜາມແດງ ນະຄອນປາກເຊ.
ມີການນໍາແຂວງ, ການນໍາຂົງເຂດການເມືອງ, ຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ - ສັງຄົມ, ຂົງເຂດນິຕິບັນຍັດ - ຍຸຕິທໍາ - ສານ - ຕຸລາການ, ນະຄອນປາກເຊ, ໂຮງຮຽນທະຫານຮາບເລກ 2 ວຽງໄຊ, ສະມາຄົມຫວຽດນາມ ແລະ ສະມາຄົມຈີນ ເຂົ້າຮ່ວມວາງພວງມາລາ ລວມທັງໝົດ 12 ຄະນະ. ທັງນີ້, ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ບັນພະບູລຸດ, ການນໍາພັກ - ລັດ, ພະນັກງານ - ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ທີ່ເສຍສະຫຼະຊີວິດ - ເລືອດເນື້ອ ເພື່ອປະເທດຊາດ ແລະ ເພື່ອປະຊາຊົນ ໃນທີ່ຜ່ານມາ, ຍ້ອນມີພວກເພິ່ນໃນວັນນັ້ນ ຈິ່ງມີພວກເຮົາໃນວັນນີ້.
(ຂ່າວ-ພາບ: ທູນທອງໃຈ)
ຄໍາເຫັນ