ຄະນະປະຕິບັດງານພິເສດ ວຽກທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສະໄໝສົງຄາມ ແຂວງກອນຕູມ ສສ ຫວຽດນາມ ແລະ ແຂວງຈຳປາສັກ ສປປ ລາວ ໄດ້ຈັດກອງປະຊຸມຂຶ້ນ ໃນວັນທີ 3 ຕຸລາ ນີ້ ທີ່ແຂວງຈຳປາສັກ. ເພື່ອປຶກສາຫາລື ກ່ຽວກັບການສືບຕໍ່ຊອກຫາ, ທ້ອນໂຮມ, ຂຸດຄົ້ນນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດແຕ່ປາງສົງຄາມຢູ່ລາວ ກັບ ຄືນປະເທດ, ປະຈຳລະດູແລ້ງ ປີ 2023 – 2024. ແຂວງກອນຕູມ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ອີ່ ງັອກ ຮອງປະທານຄະນະກຳມະການປະຊາຊົນ ແຂວງກອນຕູມ ແລະ ແຂວງຈຳປາສັກ ນຳໂດຍ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ພ້ອມດ້ວຍຄະນະຜູ້ແທນ ສະເພາະກິດ ປະຕິບັດງານພິເສດສອງຝ່າຍ ເຂົ້າຮ່ວມ.
ໃນການພົບປະ, ທ່ານ ໂສມ ບຸດຕະກຸນ ຕາງໜ້າໃຫ້ຄະນະປະຕິບັດງານພິເສດແຂວງຈໍາປາສັກ ໄດ້ກ່າວຕ້ອນຮັບ ທ່ານ ນາງ ອີ່ ງັອກ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ໃນເທື່ອນີ້ຊຶ່ງວຽກງານຊອກຫາອັດຖິຂອງບັນດານັກຮົບ ແລະ ຊ່ຽວຊານດັ່ງກ່າວ ແມ່ນມີຄວາມຫຍຸ້ງຍາກ ແລະ ສັບສົນຫຼາຍ ເພາະຄົນເຖົ້າຄົນແກ່ ທີ່ເຄີຍຮ່ວມສູ້ຮົບ ກັບ ເພື່ອນຫວຽດນາມ ຮູ້ຂໍ້ມູນບ່ອນຝັງອັດຖິ ກໍໄດ້ເສຍຊີວິດໄປຫຼາຍແລ້ວ ແຕ່ເຖິງຢ່າງໃດກໍຕາມ ຄະນະປະຕິບັດງານພິເສດແຂວງຈຳປາສັກ ແລະ ໜ່ວຍງານທີ່ກ່ຽວຂ້ອງ ພ້ອມແລ້ວທີ່ຈະອຳນວຍຄວາມສະດວກທຸກຢ່າງ ແລະ ເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ວຽກງານຊອກຫາຄົ້ນຫາອັດຖິດັ່ງກ່າວນັ້ນ ປະສົບຜົນສຳເລັດຢ່າງຈົບງາມ ແລະ ການຮ່ວມມືໃນການຊອກຫາຄົ້ນຫາອັດຖິ ຍັງແມ່ນສ່ວນໜຶ່ງປະກອບສ່ວນເຂົ້າໃນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ຫວຽດນາມ-ລາວ. ເພື່ອເຮັດໃຫ້ວຽກງານຊອກຫາ, ທ້ອນໂຮມ ແລະ ນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດແຕ່ປາງສົງຄາມຢູ່ລາວ ກັບຄືນປະເທດຮັບປະກັນໄດ້ຖືກຕ້ອງສອດຄ່ອງ ແລະ ມີຜົນສຳເລັດສູງ, ກອງປະຊຸມພົບປະນີ້ ຜູ້ແທນສອງຝ່າຍໄດ້ສ້າງບົດບັນທຶກການເຮັດວຽກຮ່ວມກັນ ໂດຍສອງຝ່າຍຕີລາສູງບັນດາຜົນງານທີ່ຍາດມາໄດ້ຕາມເນື້ອໃນບົດບັນທຶກກອງປະຊຸມ, ສົກປີ 2022-2023,ເຖິງແມ່ນວ່າສະພາບຂໍ້ມູນກ່ຽວກັບຫຼຸມຝັງສົບທະຫານອາສະໝັກນັບມື້ພົບກັບຄວາມຫຍຸ້ງຍາກ, ພ້ອມນີ້ ກໍມີທິດທາງໃນການປະສານສົມທົບພົວພັນຮ່ວມມືກັນ ໃນສົກປີ 2023-2024, ຕ້ອງສືບຕໍ່ຊີ້ນຳອຳນາດການປົກຄອງທຸກຂັ້ນ, ປະຊາຊົນທ້ອງຖິ່ນ ໃນການອຳນວຍຄວາມສະດວກໃຫ້ແກ່ ກອງຂຸດຄົ້ນ K53 (ແຂວງກອນຕຸມ) ເຄື່ອນໄຫວ ແລະ ເພີ່ມທະວີຮ່ວມມືໃນການຊອກຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ຈະຕ້ອງໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນຂຶ້ນຕື່ມອີກ, ໃນການຊີ້ນຳຊຸກຍູ້ວຽກງານໂຄສະນາຂົນຂວາຍປະຊາຊົນບັນດາເຜົ່າໃນການສະໜອງຂໍ້ມູນຂ່າວສານກ່ຽວກັບຫຼຸມຝັງສົບທະຫານອາສາສະໝັກ, ແນໃສ່ຍົກສູງຄຸນນະພາບຂອງວຽກງານຊອກຫາ, ຂຸດຄົ້ນ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດກັບຄືນປະເທດ.
ຂ່າວ-ພາບ: ທັດຊະນະ.

ຄໍາເຫັນ