ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນຕົວແທນຂອງສະມາຊິກພັກໃນກຳລັງປະກອບອາວຸດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນຄັ້ງນີ້, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍສຳຄັນຍິ່ງທາງປະຫວັດສາດຂອງພັກ, ຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ ທີ່ຈະຕ້ອງໄດ້ພ້ອມກັນເປັນເອກະພາບຕໍ່ແນວທາງແຜນນະໂຍບາຍຂອງພັກໃນສະໄໝທີ XII ໂດຍສະເພາະແມ່ນການຮັບຮອງເອົາ 4 ເອກະສານສໍາຄັນຄື: ຮ່າງໂຄງການການເມືອງ ສະບັບທີ III, ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ຮ່າງກົດລະບຽບພັກ ສະບັບປັບປຸງ ສະໄໝທີ XII ຂອງພັກປະຊາຊົນ ປະຕິວັດລາວ. ຊຶ່ງເອກະສານທັງໝົດນັ້ນຈະກາຍເປັນທິດທາງການກໍານົດແຜນຍຸດທະສາດ, ແນວທາງການເມືອງ ແລະ ແນວທາງການຈັດຕັ້ງປະຕິບັດຂອງພັກ, ແນວທາງພັດທະນາເສດຖະກິດ-ສັງຄົມຂອງລັດໃນຊຸມປີຕໍ່ໜ້າຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງຂອງຊາດລາວເຮົາທີ່ຈະຕ້ອງໄດ້ສືບຕໍ່ສູ້ຊົນໃນການຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ ກໍຄືອີກ 30 ປີຕໍ່ໜ້າຮອດປີ 2055 ທີ່ພັກເຮົາມີອາຍຸຄົບຮອບ 100 ປີ.
![]() |
ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ ທີ່ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອໃນການກໍ່ສ້າງກອງທັບໃນຕະຫຼອດໄລຍະ 70 ປີຜ່ານມາ ພາຍໃຕ້ການນຳພາຂອງພັກ ເຮັດໃຫ້ກອງທັບມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໃນນາມຕົວແທນໃຫ້ສະມາຊິກພັກຂອງກອງທັບ ຈະນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້, ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ ເພື່ອເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືການປັບປຸງກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ທັນສະໄໝ ເພື່ອຮັບປະກັນໃຫ້ປະເທດຊາດມີຄວາມໝັ້ນຄົງ, ການເມືອງມີສະຖຽນລະພາບ, ເສດຖະກິດມີການພັດທະນາ, ບ້ານເມືອງມີຄວາມສະຫງົບສຸກ ແລະ ປະຊາຊົນຢູ່ດີກີນດີ ແລະ ຂໍອວຍພອນແດ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈົ່ງປະສົບຜົນສຳເລັດຕາມຈຸດປະສົງຄາດໝາຍ ແລະ ເນັ້ນໃຫ້ຜູ້ແທນທຸກສະຫາຍຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອພ້ອມກັນເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີຜົນສຳເລັດຢ່າງຈົບງາມ.

ຄໍາເຫັນ