ເຈົ້າແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊານໄຊ

ເຈົ້າແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊານໄຊ

ເຈົ້າແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊານໄຊ
ໃນອາທິດຜ່ານມາ, ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມຄະນະ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ກັບ ຄະນະບ້ານ, 6 ບ້ານ ໃນເຂດກຸ່ມບ້ານວັງຕັດ ຄື: ບ້ານໜອງໄກ່ໂອກ, ວັງຕັດນ້ອຍ, ວັງຕັດໃຫຍ່, ດາກບ໋ອກ, ຢຽງດາກ ແລະ ບ້ານນ້ຳຈາ ເພື່ອສືບຕໍ່ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນໃນ 6 ບ້ານ ເຮັດການຜະລິດເປັນສິນຄ້າໂດຍສະເພາະ ການປູກກາເຟ ແລະ ໄມ້ໃຫ້ໝາກອື່ນໆ ຕາມທ່າແຮງທີ່ເໝາະສົມ ໃນເຂດພື້ນທີ່ດັ່ງກ່າວ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບຊຸມຊົນ.

ກາເຟ ແມ່ນພືດເສດຖະກິດທີ່ມີຕະຫຼາດກວ້າງ ແລະ ສາມາດນໍາໄປເຮັດເປັນສິນຄ້າຕ່າງໆໄດ້ຫຼາຍຮູບແບບເພື່ອສ້າງລາຍຮັບທີ່ໝັ້ນຄົງ ເພາະເຫັນໄດ້ວ່າທ່າແຮງ ດ້ານດີນຟ້າອາກາດເໝາະສົມ ຊຶ່ງສາມາດເປັນການສ້າງອາຊີບທີ່ຄົງທີ່ ໃຫ້ພໍ່ແມ່ປະຊາຊົນ. ທ່ານເຈົ້າແຂວງ ແລະ ຊ່ຽວຊານດ້ານການປູກກາເຟສະເພາະ ຈາກບໍລິສັດ ບໍ່ຄຳວັງຕັດ ໄດ້ນຳເອົາບົດຮຽນ ແລະ ເຕັກນິກ ດ້ານການປູກ, ການບົວລະບັດຮັກສາ ນັບທັງການໃຊ້ຝຸ່ນຄອກ ຊຶ່ງເປັນຄວາມຮູ້ພື້ນຖານ ແລະ ໄດ້ຍົກໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ເຖິງຄວາມສຳຄັນໃນການດໍາເນີນງານຢ່າງມີວິໄສທັດ ແລະ ມີພື້ນຖານທີ່ແຂງແຮງ ເພາະການນໍາເອົາບົດຮຽນ ແລະ ເຕັກນິກດ້ານການປູກ, ການບໍລິຫານການຜະລິດ, ການໃຊ້ຝຸ່ນຄອກອິນຊີນັ້ນ ແມ່ນສ່ວນສໍາຄັນທີ່ເຮັດໃຫ້ການປູກກາເຟມີປະສິດທິພາບ ແລະ ຍືນຍົງ.

ໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະ ຍັງໄດ້ລົງສຳຫຼວດພື້ນທີ່ຕົວຈິງ ເພື່ອກະກຽມຈັດສັນໃຫ້ປະຊາຊົນຊາວເມືອງຊານໄຊ ໂດຍສະເພາະແມ່ນເຂດວັງຕັດ ໄດ້ເຮັດການຜະລິດ ປູກກາເຟ ແລະ ໄມ້ໃຫ້ໝາກອື່ນໆ ຢ່າງເປັນລະບົບ ເພື່ອເປັນສີນຄ້າສົ່ງອອກພາຍໃນ ແລະ ຕ່າງປະເທດ ຢ່າງແຂງແຮງ.

ທ່ານເຈົ້າແຂວງ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງມີຄວາມສະໝານສາມັກຄີ ຮັກສາມູນເຊື້ອອັນດີງາມ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແບ່ງປັນປະສົບການຄວາມຮູ້ໃຫ້ກັນ ແລະ ຈົ່ງສ້າງທຸກເງື່ອນໄຂໃຫ້ລູກຫຼານໄດ້ຮັບການສຶກສາຢ່າງທົ່ວເຖິງ, ຮ່ວມກັນປົກປັກຮັກສາ ແລະ ພັດທະນາບ້ານເມືອງ ໂດຍເລີ່ມຈາກການພັດທະນາຄອບຄົວ, ພັດທະນາດ້ານການຜະລິດກະສິກຳເປັນສີນຄ້າ ຕາມແຜນນະໂຍບາຍຂອງພັກ-ລັດ ໃຫ້ເກີດຜົນເປັນຈິງ.

(ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ສາລະວັນ ເຊື່ອມຊຶມມະຕິການປັບປຸງກົງຈັກການຈັດຕັ້ງ

ຖວທ ສາລະວັນ ເຊື່ອມຊຶມມະຕິການປັບປຸງກົງຈັກການຈັດຕັ້ງ

ພະນັກງານສະມາຊິກພັກ, ພະນັກງານລັດຖະກອນຫຼັກແຫຼ່ງພາຍໃນຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ເຊື່ອມຊຶມມະຕິ 3 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ມະຕິຕ່າງໆທີ່ກ່ຽວຂ້ອງ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 19 ພຶຶດສະພານີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງ.
ເມືອງເງິນ ປາຖະກະຖາ 4 ວັນປະຫັວດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ

ເມືອງເງິນ ປາຖະກະຖາ 4 ວັນປະຫັວດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ

ວັນທີ 19 ພຶດສະພານີ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/2025), ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/1960-24/5/ 2025), ວັນເກີດປະທານ ໂຮ່ຈີ່ມິນ ຄົບຮອບ 135 ປີ (19/5/1890-19/5/2025) ແລະ ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນ ຄົບຮອບ 80 ປີ (9/5/1945-9/5/2025) ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການປາຖະກະຖາຂອງສະຫາຍ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.
ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ບໍລິສັດ ລາວ ນິວຕຣ້າ (Laos Nutra) ໄດ້ຈັດສໍາມະນາ ໃນຫົວຂໍ້ ກິນອາຫານເປັນຢາ ຂຶ້ນໃນວັນທີ 16 ພຶດສະພາ ຜ່ານມາ ທີ່ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງບໍລິສັດແມ່ນຈໍາໜ່າຍຜະລິດຕະພັນໃນຮູບແບບອາຫານເປັນຢາ ທີ່ເປັນນໍ້າໝາກໄມ້ ຜະລິດ ແລະ ສະກັດຈາກ ໝາກໄມ້ສົດ 100% ມີງານວິໄຈຮອງຮັບວ່າສາມາດ ຕ້ານ, ຊ້ອມແຊມບໍາບັດດ້ານໂຣກເຊື່ອມໄດ້ດີ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ແພງສີ ພົມມະວັນ ຜູ້ອໍານວຍການບໍລິສັດ ນິວຕຣ້າ; ມີບັນດາຄູ່ຮ່ວມ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ໂດຍ: ວັນໄຊ ຕະວິນຍານ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ຍາມໃດກໍເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ການຄຸ້ມຄອງປົກປັກຮັກສາປ່າໄມ້ ຕ້ານ ແລະ ສະກັດກັ້ນ ການບຸກລຸກ ທໍາລາຍປ່າໄມ້ ຢ່າງເຂັ້ມງວດ.
ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ໂດຍ: ສຳນານ ພົມພັກດີ ພັກ-ລັດຖະບານ ເວົ້າລວມກໍຄືກະຊວງການເງິນຈະຫັນວຽກງານຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ ໂດຍປະຕິບັດບັນດາກິດຈະກຳທີ່ເປັນບຸລິມະສິດຂອງໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ຫຼື ໂຄງການ DRMM ຊຶ່ງຈະເຮັດໃຫ້ລາຍຮັບງົບປະມານພາຍໃນເພີ່ມຂຶ້ນ, ລວມສູນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້
ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ວັນທີ 19 ພຶດສະພານີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງ.
ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ໃນວັນທີ 15-16 ພຶດສະພານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ພ້ອມຄະນະ ໄດ້ນໍາເອົາອຸປະກອນປູກຜັກເຮືອນຮົ່ມ ລວມເຖິງປັດໄຈການຜະລິດລົງມອບໃຫ້ກຸ່ມປູກພືດຜັກໃນຈໍານວນ 3 ເມືອງຂອງແຂວງຄື: ນາກາຍ, ຍົມມະລາດ ແລະ ໜອງບົກ. ເມືອງນາກາຍ, ມີ 1 ກຸ່ມຜະລິດ, ມີ 4 ບ້ານ, ມີ 9 ຄອບຄົວ, ມີເຮືອນຮົມຈໍານວນ 20 ຫຼັງ. ເມືອງຍົມມະລາດມີ 1 ກຸ່ມຜະລິດ, ມີ 4 ບ້ານຄື: ທ່າໂທດ, ນາລາດຄວາຍ, ໂຄກສະຫວ່າງ ແລະ ຜາທຸງລວມມີທັງໝົດ 46 ຄອບຄົວ, ມີເຮືອນຮົ່ມ 46 ຫຼັງ ແລະ ເມືອງໜອງບົກມີ 1 ກຸມຜະລິດ, ມີ 1 ບ້ານ (ບ້ານດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫຼັງ.
ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເຂົ້າຮ່ວມເປັນປະທານໃນພິທີປິດຊຸດອົບຮົມ-ຫັດແອບໃຫ້ນັກຮຽນທະຫານໃໝ່ປະຈຳປີ 2024. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງ, ເຂົ້າຮ່ວມມີ ສະຫາຍ ພັອ ພັນວິໄລ ລາດສະຍົນ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານແຂວງ.
ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ໃນຕອນບ່າຍວັນທີ 15 ພຶດສະພາຜ່ານມາ, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025 ແລະ ກຳນົດທິດທາງແຜນການຜະລິດລະດູຝົນປີ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງທ່ານ ເສນ ພັນລັກ ວ່າການເຈົ້າເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ນັກທຸລະກິດ ພ້ອມດ້ວຍນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມປຶກສາຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ເຜີຍແຜ່ກົນໄກການປະສານງານແລກປ່ຽນຂໍ້ມູນ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ ສປປ ລາວ ຂຶ້ນໃນວັນທີ 13 ພຶດ ສະພາຜ່ານມາ ໂດຍການເປັນປະທານຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ
ເພີ່ມເຕີມ