![]() |
ທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ລາຍງານຄວາມພ້ອມໃນການຈັດງານວ່າ: ການແຂ່ງຂັນປີນີ້ ໄດ້ຈັດຂຶ້ນເປັນເວລາ 2 ວັນຄື: ວັນທີ 26 ກັນຍາ ແຂ່ງຂັນຊ່ວງເຮືອປະເພດຍິງມີ 8 ທີມເຂົ້າຮ່ວມ ແລະ ວັນທີ 27 ກັນຍາ ແຂ່ງຂັນຊ່ວງເຮືອປະເພດຊາຍມີ 16 ທີມເຂົ້າຮ່ວມ. ຈາກນັ້ນ, ທ່ານ ສີຄານ ແກ່ນມະນີ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການ ໂດຍເນັ້ນໜັກວ່າ: ການແຂ່ງຂັນກິລາຊ່ວງເຮືອແມ່ນມູນເຊື້ອວັດທະນະທຳອັນດີງາມ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ, ເມືອງແກ່ນທ້າວ ໄດ້ຈັດຕິດພັນກັບງານບຸນປະເພນີຫໍ່ເຂົ້າສະຫຼາກ. ວັດຖຸປະສົງເພື່ອອະນຸລັກຮັກສາຮີດ ຄອງປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ, ເສີມສ້າງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ພ້ອມທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນເມືອງໃຫ້ຂະຫຍາຍຕົວການແຂ່ງຂັນດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ. ຜົນການແຂ່ງຂັນປະເພດເຮືອຊ່ວງຊາຍ ທີ 1 ທີມເຮືອຊ່ວງບໍລິສັດຈັນທະວົງ (ສ້າງຜົນງານຊະນະເລີດ 3 ປີຊ້ອນ) ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ; ທີ 2 ທີມພອນພະເຈົ້າຊຽງຍືນ ໄດ້ຮັບເງິນລາງວັນ 8 ລ້ານກີບ; 3 ທີມຕາແສງຫ້ວຍເລິກ ໄດ້ຮັບເງິນລາງວັນ 6 ລ້ານກີບ; 4 ທີມບ້ານຈອມແກ້ວ ໄດ້ຮັບເງິນລາງວັນ 4 ລ້ານກີບ. ສຳລັບປະເພດຊ່ວງເຮືອຍິງ ທີ 1 ທີມບ້ານເມືອງໝໍ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມດ້ວຍເງິນສົດ 10 ລ້ານກີບ; ທີ 2 ທີມບ້ານເມືອງເກົ່າ ໄດ້ຮັບເງິນລາງວັນ 8 ລ້ານກີບ; 3 ທີມບ້ານທ້າວແກ່ນ ໄດ້ຮັບເງິນລາງວັນ 6 ລ້ານກີບ; 4 ທີມບ້ານຫາດແດງ ໄດ້ຮັບເງິນລາງວັນ 4 ລ້ານກີບ.
![]() |
ຂ່າວ: ແກ່ນທ້າວ


ຄໍາເຫັນ