![]() |
ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ໃນນາມຄະນະຜູ້ຈັດງານໄດ້ກ່າວໃນພິທີວ່າ: ປີ 2026 ແມ່ນປີທີ່ສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ "ປີມິດຕະພາບ ລາວ-ຈີນ", ພ້ອມດຽວກັນ “ເທດສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ” ກໍກ້າວເຂົ້າສູ່ປີທີ 10. ຕະຫຼອດ 10 ປີທີ່ຜ່ານມາ, ພວກເຮົາໄດ້ຢຶດໝັ້ນ ໃນການແປ ແລະ ພາກສຽງຮູບເງົາຈີນ ໃຫ້ເປັນພາສາລາວ, ເພື່ອນຳໄປສາຍໃຫ້ພໍ່ແມ່ປະຊາຊົນລາວໄດ້ຮັບຊົມທັງຢູ່ໃນຕົວເມືອງ ແລະ ຊົນນະບົດໃນຂອບເຂດທົ່ວປະເທດລາວເກືອບ 30 ເລື່ອງ, ລວມທັງໝົດ 200 ກວ່າຄັ້ງ ຊຶ່ງໄດ້ເປັນຂົວຕໍ່ເຊື່ອມໂຍງຈິດໃຈ ແລະ ຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນໄດ້ເປັນຢ່າງດີແລະ ເບີກບານມ່ວນຊື່ນ.
![]() |
ຂະນະດຽວກັນ, ເນື່ອງໃນໂອກາດບຸນໄຫວ້ພະຈັນ ຊຶ່ງເປັນວັນບຸນທີ່ຄົນຈີນຄິດຮອດບ້ານເກີດຫຼາຍທີ່ສຸດ ແລະ ອີກບໍ່ເທົ່າໃດມື້ກໍຈະຮອດວັນເກີດຂອງ "ບ້ານ" ຫຼັງໃຫຍ່ຂອງພວກເຮົາ ຄືວັນສະຖາປະນາ ສປ ຈີນ ຄົບຮອບ 77 ປີ. ຮູບເງົາທີ່ນຳມາສາຍແມ່ນມີຊື່ເລື່ອງ "ຂ້ອຍ ແລະ ບ້ານເກີດຂອງຂ້ອຍ" ຊຶ່ງແປ ແລະ ພາກສຽງເປັນພາສາລາວໂດຍ ທີມງານພະແນກພາສາລາວຂອງວິທະຍຸໂທລະພາບສູນກາງຈີນ (CMG).
![]() |
ຮູບເງົາເລື່ອງນີ້ສ້າງຂຶ້ນຈາກສະພາບຕົວຈິງທີ່ເກີດຂຶ້ນຢູ່ຫຼາຍໆບ່ອນຂອງປະເທດຈີນເຊັ່ນ: ປັກກິ່ງ, ກຸ້ຍໂຈວ, ເຈີ້ຈຽງ, ສ້ານຊີ ແລະ ທາງພາກຕາເວັນອອກສ່ຽງເໜືອຂອງຈີນ, ແຕ່ທຸກເລື່ອງລາວແມ່ນເວົ້າເຖິງຄວາມຮູ້ສຶກດຽວກັນຄື: ບໍ່ວ່າຄົນເຮົາຈະໄປຢູ່ໃສ, ໃນໃຈກໍຍັງຄິດຮອດບ້ານເກີດຢູ່ສະເໝີ. ເຊື່ອວ່າຜູ້ຊົມລາວຈະສາມາດຮັບຮູ້ໄດ້ເຖິງຄວາມຮັກຊາດ ແລະ ຄວາມຜູກພັນກັບບ້ານເກີດອັນບໍລິສຸດ ແລະ ເລິກເຊິ່ງຂອງປະຊາຊົນຈີນ.
![]() |
ຂ່າວ: CMG




ຄໍາເຫັນ