![]() |
ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ໃນວັນທີ 28 ກັນຍາ, ມີການຊີງໄຊກັນທັງໝົດ 26 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 10 ຫຼຽນ, ກິລາທາງນໍ້າ 3 ຫຼຽນ, ຄູຣາຊ 2 ຫຼຽນ, ຍິງປືນ 2 ຫຼຽນ, ລົດຖີບ 2 ຫຼຽນ, ເຊີຟ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 1 ຫຼຽນ.
ສໍາລັບກະຕໍ້ທີມຊາດລາວ ທີມຄູ່ຍິງ ສາມາດຍາດໄດ້ຫຼຽນທອງເປັນຫຼຽນທໍາອິດຂອງທັບນັກກິລາລາວ ໃນເອຊຽນເກມ ຄັ້ງທີ 20 ທີ່ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ, ຜ່ານເຂົ້າຮອບ 4 ທີມ ໄປພົບກັບ ຟີລິປິນ. ຜົນການແຂ່ງຂັນ ຟີລິປິນເອົາຊະນະ 2-0 ເຊັດ ພາດໂອກາດຊິງຫຼຽນຄໍາແບບວຸດວິດ ເຮັດໃຫ້ລາວສາມາດຍາດໄດ້ຫຼຽນທອງມາຄອງໄດ້ສໍາເລັດ. ກິລາກະຕໍ້ ຍັງ 2 ລາຍການແຂ່ງຂັນ: ທີມ 4 ຄົນຊາຍ ແລະ ທີມ 4 ຄົນຍິງ ທີ່ຈະລົງແຂ່ງຂັນ ໃນວັນທີ 30 ກັນຍາ 2026 ຊ່ວຍສົ່ງແຮງໃຈເຊຍທີມຊາດລາວເຮົາ ໃຫ້ຜ່ານເຂົ້າຮອບ ເພື່ອຍາດຊີງເອົາຫຼຽນຄຳ ມາສູ່ປະເທດຊາດ.
ການແຂ່ງຂັນແລ່ນ 200 ແມັດຊາຍ ຮອບຊີງຊະນະເລີດ ຫຼຽນຄຳເປັນຂອງ ພູລິພົນ ບູນສອນ ຈາກໄທ ເຂົ້າເສັ້ນໄຊເປັນອັນດັບ 1 ດ້ວຍເວລາ 19,88 ວິນາທີ ຄ້ວາຫຼຽນຄຳມາຄອງ, ອັນດັບ 2 ເປັນຂອງນັກກິລາຈາກຈີນ ເຂົ້າເສັ້ນໄຊດ້ວຍເວລາ 20,45 ວິນາທີ ໄດ້ຫຼຽນເງິນ ແລະ ຫຼຽນທອງ ເປັນຂອງນັກກິລາເຈົ້າພາບຍີ່ປຸ່ນເຂົ້າເສັ້ນໄຊດ້ວຍເວລາ 20,56 ວິນາທີ.
![]() |


ຄໍາເຫັນ