![]() |
ການມອບເຄື່ອງໃນຄັ້ງນີ້ປະກອບມີ ຄອມພີວເຕີໂນດບຸກ 3 ໜ່ວຍ, ປີນເຕີ 3 ໜ່ວຍ ແລະ ກະເປົາ ຈໍານວນ 3 ໜ່ວຍ ລວມມູນຄ່າທັງໝົດ 60,000,000 ກີບ, ກ່າວມອບໂດຍທ່ານ ວໍຣະສອນ ສີອັກຄະສອນ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ກ່າວຮັບໂດຍປະທານຕາແສງ 3 ຕາແສງ.
ທ່ານ ຮົວຊົງ ລາຈືຕຸກີ ປະທານຄະນະກຳມະການປົກຄອງຕາແສງໂນນໄຮ ໄດ້ຕາງໜ້າໃຫ້3 ຕາແສງ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງການນໍາຂອງເມືອງ ທີ່ເຫັນໄດ້ຄວາມສໍາຄັນຂອງໜ້າທີ່ວຽກງານ ທີ່ໄດ້ນໍາເອົາເຄື່ອງດັ່ງກ່າວມາມອບໃຫ້ແກ່ບັນດາຕາແສງຂອງພວກເຮົາໃນຄັ້ງນີ້ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ເກັບລາຍຮັບແບບທັນສະໄໝໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນກ່ວາເກົ່າ.
ໃນໂອກາດທ່ານ ວໍຣະສອນ ສີອັກຄະສອນ ໄດ້ເນັ້ນໜັກໃຫ້ ບັນດາຕາແສງ ເປັນຜູ້ຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ໃຫ້ຖືກເປົ້າໝາຍໂດຍສະ ເພາະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດເກັບລາຍຮັບແບບທັນສະໄໝ ແລະ ວຽກງານລວມຂອງຕາແສງ ໃຫ້ນໍາໃຊ້ໄດ້ຍາວນານ ແລະ ໄດ້ຮັບຜົນສໍາເລັດຕາມການມອບໝາຍຂອງຂັ້ນເທິງວາງອອກໃຫ້ປະກົດຜົນເປັນຈິງ.
ພາບ-ຂ່າວ ນາງ ວັນນາ

ຄໍາເຫັນ