![]() |
ກອງປະຊຸມໃນຄັ້ງນີ້ ເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂອງຂໍ້ຕົກລົງສະບັບດັ່ງກ່າວ ເພື່ອໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບລະບຽບກົດໝາຍຢ່າງເຂັ້ມງວດ.
ທ່ານ ກິແກ້ວ ສິງນາວົງ ກ່າວເປີດກອງປະຊຸມ ຊຶ່ງມີບາງຕອນໄດ້ກ່າວວ່າ: ພາຍຫຼັງໂຮມ 2 ກະຊວງ, ຄະນະນຳກໍຄື ຫ້ອງການ ແລະ ກົມເສນາທິການ ໄດ້ມີຄວາມພະຍາຍາມປັບປຸງວຽກງານລົງທຶນ ຂອງຂະແໜງການພວກເຮົາ ໃຫ້ມີການຄຸ້ມຄອງລວມສູນ, ໂປ່ງໃສ, ວ່ອງໄວ, ທັນເວລາ ແລະ ສອດຄ່ອງກັບນິຕິກຳແຕ່ລະໄລຍະ ດ້ວຍການສັງລວມເອົານິຕິກຳທີ່ພົວພັນເຖິງກົນໄກ ຂັ້ນ, ຂອດ ການຈັດຕັ້ງປະຕິບັດການຄຸ້ມຄອງການລົງທຶນ ຂອງສອງກະຊວງເຂົ້າເປັນອັນດຽວກັນ ແລະ ປັບປຸງໃຫ້ສອດຄ່ອງຕາມນິຕິກຳໃໝ່ຂອງພັກ-ລັດ. ມາຮອດປັດຈຸບັນ, ໄດ້ສຳເລັດແລ້ວ ແລະ ໄດ້ນຳມາເຜີຍແຜ່ແນະນຳ ໃນມື້ນີ້ ເພື່ອໃຫ້ບັນດາກົມກອງ ຮັບຮູ້ເຂົ້າໃຈ ແລະ ເອກະພາບ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບໝາກຜົນ.
![]() |
ທ່ານ ກິແກ້ວ ສິງນາວົງ ໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມ ກໍຄືພາກສ່ວນກ່ຽວຂ້ອງໃຫ້ເພີ່ມຄວາມເອົາໃຈໃສ່ຮັບຟັງ, ນໍາເອົາເນື້ອໃນຈິດໃຈຂອງຂໍ້ຕົກລົງ 3541/ກສ ໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນສໍາເລັດ. ພ້ອມດຽວກັນນັ້ນ, ຍັງໄດ້ຮຽກຮ້ອງໃຫ້ມີການຕິດຕາມ, ກວດກາ ແລະ ປະເມີນຜົນຢ່າງເປັນລະບົບ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີຄວາມໂປ່ງໃສ ແລະ ເກີດປະໂຫຍດສູງສຸດ.
ການເຜີຍແຜ່ຂໍ້ຕົກລົງສະບັບນີ້ ຖືເປັນກ້າວສໍາຄັນໃນການປັບປຸງກົນໄກການເຮັດວຽກ, ສ້າງຄວາມເຂັ້ມແຂງໃຫ້ກັບການຄຸ້ມຄອງ ແລະ ຈະເປັນບ່ອນອີງທີ່ສໍາຄັນໃນການດໍາເນີນງານຂອງພາກສ່ວນຕ່າງໆ ໃນຕໍ່ໜ້າ.
(ຂ່າວ: ແສງຈັນ)


ຄໍາເຫັນ