ເຈົ້າແຂວງບໍລິຄຳໄຊ ຮ່ວມພິທີເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກຳທອງມີໄຊ

ເຈົ້າແຂວງບໍລິຄຳໄຊ ຮ່ວມພິທີເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກຳທອງມີໄຊ
ພິທີເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ບໍລິສັດພັດທະນາເຂດພູດອຍ ຈໍາກັດຜູ້ດຽວ-ໂກເອໂກ ໄດ້ຈັດຂຶ້ນໃນວັນທີ 7 ທັນວານີ້ ທີ່ບ້ານທອງມີໄຊ  ເມືອງວຽງທອງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ຟ້າມຮຸ່ງຖັງ ປະທານກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ມີການນໍາແຂວງ, ເມືອງ ແລະ ບ້ານ ຂອງແຂວງບໍລິຄໍາໄຊ ແລະ ແຂວງຊຽງແຂວງ ຕະຫຼອດຮອດຄະນະອຳນວຍການ, ພະນັກງານ ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ແລະ ພາກສ່ວນກ່ຽດຂ້ອງ ເຂົ້າຮ່ວມ.
ທ່ານ ຖາຍຫງອກເຖະ ອຳນວຍການບໍລິສັດພັດທະນາເຂດພູດອຍ ໄດ້ລາຍງານຫຍໍ້ວ່າ:ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ມີເນື້ອທີ່ 1,26 ເຮັກຕາ ຊຶ່ງເນື້ອທີ່ດັ່ງກ່າວໄດ້ຮັບອະນຸຍາດເຊົ່າ ແລະ ສຳປະທານດິນລັດ ຂອງເມືອງວຽງທອງ, ໄດ້ຈັດພິທີວາງສີລາລືກ ແລະ ລົງມືກໍ່ສ້າງໃນກາງເດືອນທັນວາ 2022 ໂດຍໄດ້ປະກອບລະບົບເຄື່ອງຈັກຜະລິດທາດແປ້ງມັນສາຄູ ດ້ວຍເຕັກໂນໂລຊີທີ່ທັນສະໄໝ ແລະ ກໍ່ສ້າງສຳເລັດໃນເດືອນພະຈິກ 2023, ສະມັດຖະພາບໃນການຜະລິດແປ້ງມັນສາຄູໄດ້ 5 ພັນໂຕນຫົວມັນສາຄູຕໍ່ປີ, ມູນຄ່າການລົງທຶນ 20 ຕື້ກີບ, ປັດຈຸບັນມີປະຊາຊົນເມືອງວຽງທອງ ປູກມັນສາຄູສະໜອງວັດຖຸດິບປ້ອນເຂົ້າໂຮງງານ 100 ກວ່າຄອບຄົວ, ຄາດຄະເນລາຍຮັບຈະບັນລຸ 50 ລ້ານກີບ ຕໍ່ເຮັກຕາ. 
ໂອກາດນີ້, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຕາງໜ້າໃຫ້ການນໍາແຂວງບໍລິຄຳໄຊ ແລະ ແຂວງຊຽງຂວາງ ໃຫ້ກຽດຂຶ້ນມີຄຳເຫັນ ໂດຍທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ບໍລິສັດພັດທະນາເຂດພູດອຍ ກໍຄືກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ທີ່ໄດ້ມີຄວາມພະຍາຍາມ ແລະ ຕັ້ງໃຈ ໃນການສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊຂຶ້ນ ຊຶ່ງມັນຈະເປັນການປະກອບສ່ວນອັນສຳຄັນໃນຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືຂອງແຂວງ, ຊ່ວຍສ້າງອາຊີບ ແລະ ລາຍຮັບ ໃຫ້ພໍ່ແມ່ປະຊາຊົນໃຫ້ຫຼາຍຂຶ້ນຊຶ່ງເປັນສິ່ງສຳຄັນໃນແກ້ໄຂຄວາມທຸກຍາກຂອງປະຊາຊົນ, ພ້ອມນັ້ນຍັງໄດ້ສະແດງເຖິງນ້ຳໃຈໄມຕີຈິດມິດຕະພາບອັນດູດດື່ມ, ສະໜິດສະໜົມ, ຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທີ່ນັບມື້ນັບມີຄວາມໜັກແໜ້ນໝັ້ນຄົງ ຍືນຍົງຂະໜົງແກ່ນ ຍິ່ງໆຂຶ້ນໄປ.
ຈາກນັ້ນ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ບຸນຈັນ ສີວົງພັນ ແລະ ທ່ານ ຟ້າມຮຸ່ງຖັງ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າ ເພື່ອສະແດງເຖິງການເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ຢ່າງເປັນທາງການ. ຫຼັງຈາກນັ້ນບັນດາທ່ານ ຍັງໄດ້ໄປຢ້ຽມຊົມເບິ່ງຂັ້ນຕອນຜະລິດຂອງໂຮງງານ ເປັນຕົ້ນແມ່ນການເຮັດຄວາມສະອາດ, ການບົດມັນສາຄູ, ການແຍກແຕ່ລະພາກສ່ວນ ຈົນເຖິ່ງຂັ້ນຕອນສຳເລັດ ແລະ ໄດ້ແປ້ງມັນສາຄູທີ່ມີຄຸນນະພາບສູງ.
(ຂ່າວ-ພາບ: ສີປະເສີດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ສະແດງນໍ້າໃຈຮ່ວມແບ່ງເບົາຄວາມເດືອດຮ້ອນຂອງປະຊາຊົນ ໂດຍມອບເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າລວມກວ່າ 400 ລ້ານກີບ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບໄພນ້ຳຖ້ວມໃນບັນດາເມືອງຂອງແຂວງ.
ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ວັນທີ 25 ກັນຍາຜ່ານມາ, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດຂໍ້ແຂ່ງຂັນປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນນອງ ອະໄພ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກ ການ, ກອງຮ້ອຍທະຫານຊາຍແດນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຄະນະໂຄສະນາອົບຮົມເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ I ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງ​ບໍ່​ແຕນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; ມີທ່ານສົມປະສົງ ໄຊຍະລາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກສຳນັກງານ, ອົງການ, ກົມກອງ ແລະ ຕາແສງພາຍໃນເມືອງ ເຂົ້າຮ່ວມ.
4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບ ຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ; ສະຫາຍ ນາງ ວັນເພັງ ພັນທະນາໄລ ກຳ ມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົ້ນຄວ້າ ໂຄງການບຸລິມະສິດ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ພາຍໃນແຂວງຫຼວງພະບາງ, ມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະ ແນກການເງິນແຂວງ, ທ່ານ ຢີ່ ຢ່າງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ຄັ້ງທີ 5 ສະໄໝທີ Vl ຈັດຂຶ້ນໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄໍາແພນ ວິລື້ທໍາ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ວັນທີ 25 ກັນຍາຜ່ານມາ, ທີ່ກອງຮ້ອຍທະຫານຊາຍແດນ 256, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳແພນ ວິລື້ທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະຫ້ອງ, ພະແນກການ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.
ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ໃນວັນທີ 24 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນພັດທະນາຊົນລະປະທານຮ່ວມມື ລາວ-ເກົາຫຼີ (ເຂດດົງໝາກຄາຍ), ໄດ້ມີການຈັດກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍກອງທຶນຊົນລະປະທານ ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະກຳມະການຮັບຜິດຊອບເຂົ້າຮ່ວມ.
ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ ໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບ ເລກທີ 3541/ກສ ລົງວັນທີ 12 ສິງຫາ 2026 ໃນວັນທີ 28 ກັນຍານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ກອງ ແລະ ສະຖາບັນທີ່ຂຶ້ນກັບກະຊວງ
ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ໄດ້ມອບຄອມພີວເຕີໂນດບຸກ, ປີນເຕີ ແລະ ກະເປົາໃຫ້ 3 ຕາແສງຄື: ຕາແສງ ໂນນໄຮ, ແດງມີໄຊ ແລະ ຕາແສງ ຮົ່ມທ້າວ, ໃນ​ວັນ​ທີ 28 ກັນ​ຍາ​ນີ້ ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ.
ເພີ່ມເຕີມ