ເຈົ້າແຂວງຫົວພັນໂອ້ລົມ ພະນັກງານຫຼັກແຫຼ່ງຂອງເມືອງສົບເບົາ

ເຈົ້າແຂວງຫົວພັນໂອ້ລົມ ພະນັກງານຫຼັກແຫຼ່ງຂອງເມືອງສົບເບົາ
ໃນວັນທີ 12ພະຈິກ ຜ່ານມາ,ທ່ານ ຄຳແພງ ໄຊສົມແພງ ເລຂາພັກແຂວງເຈົ້າແຂວງຫົວພັນ ພ້ອມຄະນະບັນຊາ ປກຊ-ປກສ ແຂວງ ແລະຫົວໜ້າພະແນກການກົມກອງກ່ຽວຂ້ອງຈຳນວນໜຶ່ງຂອງແຂວງ ໄດ້ລົງເຄື່ອນໄຫວຊີ້ນຳແລະ ພົບປະໂອ້ລົມຄະນະພັກເມືອງແລະ ພະນັກງານຫຼັກແຫຼ່ງຂອງເມືອງສົບເບົາໃນໂອກາດທີ່ໄດ້ຮັບໜ້າທີ່ເປັນເລຂາຄະນະບໍລິຫານງານພັກແຂວງ-ວ່າການເຈົ້າແຂວງຫົວພັນ.
    ຜ່ານການຮັບຟັງການລາຍງານຈາກຄະນະພັກເມືອງ, ທ່ານເຈົ້າແຂວງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງການນຳຂອງເມືອງ, ສະມາຊິກພັກ,ພະນັກງານ-ລັດຖະກອນ, ຄະນະພັກ-ຄະນະບັນຊາ ກຳລັງປະກອບອາວຸດໃນແຕ່ລະຂັ້ນ  ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍໃນເມືອງຂອງພວກເຮົາໃນແຕ່ລະໄລຍະ ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວ ຄວາມສາມັກຄີຮັກແພງອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດໄປຍັງສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຕ່ລະກົມກອງທ້ອງຖິ່ນທົ່ວເມືອງ ທີ່ພວມປະຕິບັດໜ້າທີ່ການເມືອງຂອງຕົນມານະໂອກາດນີ້ນຳອີກ.
ພ້ອມດຽວກັນນັ້ນ, ທ່ານເຈົ້າແຂວງຍັງສະເໜີບາງວຽກງານເພີ່ມເຕີມ ທີ່ເຫັນວ່າຍັງບໍ່ທັນຈະແຈ້ງ, ຍັງຄົງຄ້າງ ແລະ ຄວນປັບປຸງແກ້ໄຂ ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ໃນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ລວມທັງທ່າແຮງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກປັດໄຈພາຍໃນ ແລະ ພາຍນອກ ຕໍ່ການປົກປັກຮັກສາ ແລະ ພັດທະນາປະເທດເຮົາ ໃນປັດຈຸບັນ ກໍຄືສະເພາະໜ້າ ແລະ ຍາວນານ. ພ້ອມກັນແກ້ໄຂບັນຫາຢາເສບຕິດ ຍັງສືບຕໍ່ກົດດັນພວກເຮົາຢ່າງໜັກໜ່ວງແນ່ນອນ. ອັນໄດ້ສົ່ງຜົນກະທົບທາງກົງ, ທາງອ້ອມ ແລະ ອື່ນໆ ໄດ້ມີການປະເຊີນໜ້າກັນຫຼາຍດ້ານ ເວົ້າລວມ; ເວົ້າສະເພາະຢູ່ແຂວງຫົວພັນ ນອກນັ້ນທ່ານເຈົ້າແຂວງ ຍັງໄດ້ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ:ຕ້ອງເອົາ¬ໃຈ¬ໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນກໍຄືພະນັກງານນັກຮົບ, ນາຍແລະພົນທະຫານ, ນາຍແລະພົນຕຳຫຼວດຢູ່ພາຍໃນເມືອງຈົ່ງເຊື່ອມຊຶມກຳແໜ້ນຕໍ່ແນວ¬ທາງນະ¬ໂຍ¬ບາຍຂອງພັກ, ລະບຽບ-ກົດ¬ໝາຍຂອງລັດ, ກຳໄດ້ທິດທາງໜ້າທີ່ຂອງ 2 ກຳລັງຂອງພວກເຮົາໃຫ້ເລິກເຊິ່ງ, ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ອົງອາດກ້າຫານຂອງຊາດ, ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີນ້ຳໃຈເສຍສະຫຼະມານະອົດທົນ ຜ່ານຜ່າຂໍ້ຫຍຸ້ງຍາກ ມີນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ນແຂງດ້ວຍຕົນເອງຢ່າງແຂງແຮງເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ ຕ້ອງຖືເອົາບັນຫາຄຸນນະພາບເປັນຕົ້ນຕໍ ຊຶ່ງໃນນັ້ນແມ່ນຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ ຍົກລະດັບທາງດ້ານສິນລະປະຍຸດ-ຍຸດທະວິທີ ຂອງກຳລັງ ປກຊ-ກປສ, ຈົນຮອດກຳລັງກອງຫຼອນ, ປກສ ບ້ານ ແລະ ວິຊາສະເພາະເຫຼົ່າຮົບ ໃຫ້ສູງຂຶ້ນທຽບທັນກັບສະພາບການໃນໄລຍະໃໝ່ປັບປຸງກໍ່ສ້າງພັກ-ພະນັກງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໂດຍເລັ່ງໃສ່ການສ້າງໜ່ວຍພັກປອດໃສ-ເຂັ້ມແຂງໜັກແໜ້ນ ໃຫ້ເປັນຂະບວນການກວ້າງຂວາງກວ່າເກົ່າ ເອົາໃຈໃສ່ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ປະຕິບັດທິດນຳ ''ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ'' ຕ້ອງເປັນເຈົ້າການສືບຕໍ່ເອົາໃຈໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ ໂດຍສຸມໃສ່ພົວພັນຮ່ວມມືກັບກຳລັງປະກອບອາວຸດ ເພື່ອນມິດຍຸດທະສາດ ບັນດາແຂວງ ແລະ ບັນດາເມືອງຂອງ ສສ ຫວຽດນາມ ທີ່ມີຊາຍແດນຕິດຈອດກັບເມືອງ ກໍຄືແຂວງຫົວພັນ ໂດຍສະເພາະແມ່ນຂອບເຂດກົມກອງຮັບຜິດຊອບ ເພື່ອເສີມຂະຫຍາຍມູນເຊື້ອ ໃນການພົວພັນຮ່ວມມື ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ພ້ອມທັງສະກັດກັ້ນປະກົດການຫຍໍ້ທໍ້ສອງພາກຊາຍແດນ ເພື່ອຮັບປະກັນໃຫ້ເປັນຊາຍແດນ ສັນຕິພາບ, ມິດຕະພາບ ແລະ ພັດທະນາຮອບດ້ານ. ເອົາ¬ໃຈ¬ໃສ່ບັນ¬ຫາຄວາມສາ-ມັກ¬ຄີທັງພາຍໃນແລະພາຍນອກ ເສີມສ້າງຄວາມສາ¬ມັກ¬ຄີພາຍໃນພັກ, ສາມັກ¬ຄີພາຍໃນກຳ¬ລັງປະກອບອາວຸດ ແລະ ສາມັກຄີກັບປະ¬ຊາຊົນບັນ¬ດາ¬ເຜົ່າໃຫ້ໜັກແໜ້ນ.ພະ¬ນັກ¬ງານ - ນັກ¬ຮົບ ຕ້ອງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີກຳ-ລັງໃຈປະ¬ຕິ¬ບັດໜ້າ¬ທີ່ວຽກງານ ຕ້ອງເອົາໃຈ¬ໃສ່ປະ¬ຕິ¬ບັດນະໂບບາຍດ້ານຕ່າງໆ ຕໍ່ພະ¬ນັກ¬ງານ-ນັກ¬ຮົບຂອງຕົນຕາມຄວາມສາມາດ ແລະ ເໝາະສົມ.
ຕອນທ້າຍ, ທ່ານ ຄຳແພງ ໄຊສົມແພງ ໃນນາມເລຂາຄະນະບໍລິຫານງານພັກແຂວງຫົວພັນ ຍັງໄດ້ຮຽກຮ້ອງມາຍັງ ການນຳຂອງເມືອງ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ພະນັກງານຫຼັກແຫຼ່ງ, ຕະຫຼອດຮອດນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດທຸກກົມກອງ  ຈົ່ງເຊີດຊູຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ ໃຫ້ມີຜົນສຳເລັດ.
ຂ່າວ-ພາບ: ຫົວພັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025ຜ່ານມານີ້, ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຢູ່ພາຍໃນເມືອງແທກໄດ້ 201,5 ມີລີແມັດ ຢູ່ຈຸດວັດແທກປະລິມານນໍ້າຝົນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢູ່ໃນລະດັບເຕືອນໄພ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ໄດ້ເຮັດໃຫ້ແມ່ນໍ້າສາຍຫຼັກ ຫຼາຍສາຍໄດ້ມີມວນນໍ້າເປັນຈຳນວນຫຼວງຫຼາຍໄຫຼສົມທົບກັນ ເຮັດໃຫ້ມີນໍ້າໄຫຼຊຸ ແລະ ຍື່ງຖ້ວມເຮືອນຊານບ້ານຊ່ອງ ທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງຊາວກະສິກອນ ຢູ່ພາຍໃນເມືອງ ເປັນຕົ້ນແມ່ນ: ຖ້ວມທີ່ຢູ່ອາໃສ ໄດ້ຮັບຜົນກະທົບຈຳນວນ 12 ບ້ານຄື: ບ້ານ ນາອອນ, ດອນເຟືອງ, ບ້ານປົ່ງ,ອນມູນ, ທາດ, ຫ້ວຍຮາກ, ທົ່ງກາບ, ບ້ານແກ່ນ, ບ້ານຄໍ້າ, ບ້ານຂິ່ງ, ໃໝ່ໜອງຊາງ ແລະ ບ້ານຊ້າງ ມີ 404 ຄອບຄົວ, ມີ 2,000 ກວ່າຄົນ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.
ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ໃນວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຈັດກອງປະຊຸມພົບປະຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມວຽກງານບໍລິການຈັດຫາງານພາຍໃນ ແລະ ຫາແນວທາງແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ຂຶ້ນໂດຍການເປັນປະທານຂອງ ທ່ານ ສຸພອນ ແສງຈັນທະລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.
ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດຜ່ານມານີ້ ນໍ້າໄດ້ຖ້ວມຊຸຢ່າງກະທັນຫັນ ຢູ່ຫຼາຍບ້ານພາຍໃນເມືອງຄອບ ແຂວງໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜວງ. ອີ່ງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານຜາບ່ອງ, ມ່ວງດອນມູນ, ເຄິ່ງຫຼັກຄໍາ, ປາງໄຮ, ປ່າຄາ ແລະ ບ້ານນໍ້າພ້າວ ປະກອບມີ 258 ຄອບຄອບ, ມີ 1,336 ຄົນ ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ
ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ບໍລິສັດອໍຣ່າການຄ້າ ໄດ້ນໍາສະເໜີຜະລິດຕະພັນໃໝ່ທີ່ເປັນທັນຍາພຶດ ກິນແລ້ວດີຕໍ່ສຸຂະພາບເໝາະສໍາລັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ກຳລັງເບິ່ງແຍງສຸຂະພາບ. ທ່ານນາງ ອານຸລັກ ວິລາວົງ ຮັບຜິດຊອບຝ່າຍການຕະຫຼາດ ບໍລິສັດອໍຣ່າການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກໍລະກົດຜ່ານມາ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນວ່າ:
ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20/7/1955-20/7/2025) ຄົບຮອບ 70 ປີ ແລະ ເຜີຍແຜ່ຜົນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ຂຶ້ນໃນວັນທີ 15 ກໍລະກົດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ