ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາຮີ

ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາຮີ
ວັນທີ 24 ພະຈິກຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳຂອງແຂວງ, ຕາງໜ້າສະພາປະຊາຊົນແຂວງ, ພະແນກການຂັ້ນແຂວງ ໄດ້ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນ ບ້ານນາຮີ ເມືອງມະຫາໄຊ, ໂດຍມີທ່ານ ສົມບູນ ແກ້ວວົງສາ ເຈົ້າເມືອງມະຫາໄຊ, ມີການນຳຂອງເມືອງ, ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນບ້ານນາຮີ ພ້ອມດ້ວຍອຳນາດການປົກຄອງບ້ານອ້ອມຂ້າງ ເຊັ່ນ: ບ້ານອີລານ, ນາທານ ແລະ ບ້ານເວີນ ເຂົ້າຮ່ວມ.
ໃນການລົງພົບປະຢ້ຽມຢາມໃນຄັ້ງນີ້ກໍໄດ້ຮັບຟັງການລາຍງານກ່ຽວກັບສະພາບລວມຂອງບ້ານ ຊຶ່ງທັງ 4 ບ້ານແມ່ນຂຶ້ນກັບກຸ່ມ ບ້ານເວີນ-ນາທານ, ອາຊີບຂອງພໍ່ແມ່ປະຊາຊົນສ່ວນຫຼາຍແມ່ນປູກຝັງ-ລ້ຽງສັດ. ສະເພາະບ້ານນາຮີ ເປັນບ້ານທີ່ຕັ້ງຢູ່ຝາກແມ່ນໍ້າ, ມີພຣະທາດເກດແກ້ວ ຊຶ່ງເປັນພຣະທາດທີ່ເກົ່າແກ່ ເປັນບ່ອນສັກລາລະບູຊາ ແລະ ເຕົ້າໂຮມຈິດໃຈຂອງພໍ່ແມ່ປະຊາຊົນ ແຕ່ການເດີນທາງເຂົ້າຫາບ້ານຍັງມີຄວາມຫຍຸ້ງຍາກ ໂດຍສະເພາະໃນລະດູຝົນ ລົດໃຫຍ່ແມ່ນບໍ່ສາມາດເຂົ້າເຖິງໄດ້, ລະບົບພື້ນຖານໂຄງລ່າງຕ່າງໆຍັງບໍ່ທັນຄົບຖ້ວນ ການພັດທະນາບ້ານຈຶ່ງຂ້ອນຂ້າງມີຄວາມຊັກຊ້າ, ແຕ່ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ, ການຈັດຕັ້ງ ກໍຄືການນຳຂັ້ນແຂວງ, ຂັ້ນເມືອງ ຊຶ່ງໃນເມື່ອບໍ່ດົນຜ່ານມານີ້ ຈຶ່ງໄດ້ສ້າງຕາຂ່າຍໄຟຟ້າເຂົ້າຫາບ້ານ ພ້ອມທັງສ້ອມແປງເສັ້ນທາງ, ກໍ່ສ້າງຝາຍນໍ້າລົ້ນ ເພື່ອເກັບນໍ້າໄວ້ໃຊ້ເຂົ້າໃນການຜະລິດກະສິກຳໃນລະດູແລ້ງ. ພ້ອມດຽວກັນນີ້ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ຍັງໄດ້ສະເໜີມາຍັງການນຳຂອງແຂວງເພື່ອຊ່ວຍຄົ້ນຄວ້າໃນການສ້າງພື້ນຖານໂຄງລ່າງຕ່າງໆ ເປັນຕົ້ນການກໍ່ສ້າງຂົວຂ້າມແມ່ນໍ້າ ເພື່ອເຮັດໃຫ້ການເດີນທາງມີຄວາມສະດວກ, ຕິດຕັ້ງລະບົບເຄືອຂ່າຍສັນຍານໂທລະສັບ ໃນເຂດບ້ານນາຮີ, ການສ້ອມແປງເສັ້ນທາງ, ວັດວາອາຮາມ, ໂຮງຮຽນ ລວມເຖິງການສະເໜີແກ້ໄຂບັນຫາໄຟຟ້າບໍ່ພຽງພໍ ແລະ ຄ່າກະແສໄຟຟ້າທີ່ນຳໃຊ້ເຂົ້າໃນຜະລິດນາແຊງສູງ, ການກໍ່ສ້າງລະບົບຊົນລະປະທານ ເພື່ອຕອບສະໜອງໃຫ້ແກ່ການຜະລິດລະດູແລ້ງ ແລະ ການປັບປຸງພື້ນຖານໂຄງລ່າງດ້ານອື່ນໆ.
ໂອກາດນີ້ທ່ານເຈົ້າແຂວງຄຳມ່ວນ ກໍໄດ້ຖາມເຖິງຄວາມທຸກ-ສຸກ ຂອງພໍ່ແມ່ປະຊາຊົນດ້ວຍຄວາມເປັນຫ່ວງເປັນໃຍ ແລະ ໄດ້ມີຄໍາເຫັນໂອ້ລົມຕໍ່ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ໃຫ້ສືບຕໍ່ເອົາໃຈໃສ່ປັບປຸງດ້ານພື້ນຖານໂຄງລ່າງໃນດ້ານຕ່າງໆຂອງບ້ານ ເພື່ອເປັນເງື່ອນໄຂສ້າງລາຍຮັບທີ່ໝັ້ນຄົງ, ພ້ອມກັນຄິດຄົ້ນ, ຊອກຫາ ແລະ ພັດທະນາທ່າແຮງຂອງບ້ານທີ່ມີຢູ່ແລ້ວ ບໍ່ວ່າຈະເປັນທ່າແຮງທາງດ້ານການຜະລິດ ປູກຝັງ-ລ້ຽງສັດ ໃຫ້ສາມາດກຸ້ມຢູ່ກຸ້ມກິນ ແລະ ກາຍເປັນສິນຄ້າໃຫ້ຫຼາຍຂຶ້ນ, ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມລູກຫຼາຍບໍ່ໃຫ້ມີການພົວກັບກັບຢາເສບຕິດ, ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມນັ້ນກໍໃຫ້ມີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອພ້ອມກັນພັດທະນາບ້ານໃຫ້ມີກາຍຂະຫຍາຍຕົວ ແນໃສ່ເຮັດໃຫ້ປະຊາຊົນມີກິນມີໃຊ້, ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ສຳລັບຄຳສະເໜີຂອງພໍ່ແມ່ປະຊາຊົນ ແມ່ນມອບໃຫ້ພະແນກການ, ຂະແໜງການທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນ ເພື່ອຄິດໄລ່ອອກແບບ ແລະ ສ້າງເປັນແຜນອັນລະອຽດ ນຳສະເໜີຕໍ່ຂັ້ນເທິງ ແລະ ໃນບາງຄຳສະເໜີແມ່ນຈະໄດ້ນຳໄປຄົ້ນຄວ້າໃນຄະນະນຳຂັ້ນແຂວງເພື່ອຄົ້ນຄວ້າແກ້ໄຂໃນຕໍ່ໜ້າ.
ຂ່າວ-ພາບ: ກອງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ