ໃນຕອນຄໍ່າຂອງວັນທີ 9 ພະຈິກ ນີ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ລົງຕິດຕາມ, ກວດກາ ສະຖານທີ່ໆຈະສ້າງໃຫ້ກາຍເປັນຕະຫຼາດກາງຄືນ ຊຶ່ງເລີ່ມແຕ່ ບໍລິເວນ 4 ແຍກໄຟແດງ ພະແນກສຶກສາທິການ ແລະ ກິລາແຂວງ ໄປເຖິງ ໜ້າພະແນກພາຍໃນແຂວງ. ໃນບໍລິເວນດັ່ງກ່າວແມ່ນໄດ້ມີການປັບປຸງຂະຫຍາຍທັງສອງຝາກທາງ ເພື່ອກຳນົດໃຫ້ເປັນທາງຍ່າງອອກກຳລັງກາຍ ໂດຍໄດ້ເລີ່ມປັບປຸງກໍ່ສ້າງໃນທ້າຍປີ 2022 ມາຮອດປັດຈຸບັນແມ່ນເກືອບສຳເລັດ 100% ຊຶ່ງພາຍຫຼັງກໍ່ສ້າງສໍາເລັດ ທາງການນໍາຂອງແຂວງຄໍາມ່ວນກໍໄດ້ມີແຜນທີ່ຈະສ້າງໃຫ້ກາຍເປັນຕະຫຼາດກາງຄືນ ໂດຍຈະເນັ້ນໃສ່ໃນການສົ່ງເສີມ ແລະ ວາງຈຳໜ່າຍທາງດ້ານຜະລິດຕະພັນສິນຄ້າພາຍໃນ, ອາຫານທີ່ເປັນເອກະລັກຂອງທ້ອງຖິ່ນ ແລະ ຈະບໍ່ອະນຸຍາດໃຫ້ຈຳໜ່າຍສິ່ງມຶນເມົາຕ່າງໆ ໂດຍຈະເລີ່ມໃຫ້ປະຊາຊົນໄດ້ນໍາເອົາສິນຄ້າມາວາງຈຳໜ່າຍ ເລີ່ມແຕ່ 18:00 - 24:00 ໂມງ.
ໃນໂອກາດດຽວກັນ, ທ່ານເຈົ້າແຂວງຄຳມ່ວນ ກໍໄດ້ຊີ້ນຳໃຫ້ສະພາການຄ້າ-ອຸດສາຫະກຳ ແຂວງຄຳມ່ວນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສຶກສາ, ສຳຫຼວດ, ອອກແບບ, ມີການຈັດສັນ, ແບ່ງໂຊນ ໃນການຈໍາໜ່າຍຜະລິດຕະພັນໃຫ້ລະອຽດ,ມີການກຳນົດສະຖານທີ່ຈອດລົດ, ການປະດັບປະດາໄຟແສງສີ ເພື່ອເພີ່ມສີສັນໃຫ້ມີຄວາມສະຫວ່າງ ແລະ ສວຍງາມ ລວມເຖິງການຊຸກຍູ້, ສົ່ງເສີມໃຫ້ພໍ່ແມ່ປະຊາຊົນໄດ້ນຳເອົາຜະລິດຕະພັນສິນຄ້າ, ອາຫານການກິນມາຈຳໜ່າຍ ແນໃສ່ສ້າງໃຫ້ກາຍເປັນກິດຈະກຳໜຶ່ງທີ່ສ້າງແຮງຈູງໃຈ ແລະ ດຶງດູດນັກທ່ອງທ່ຽວ ເພື່ອຕອບສະໜອງໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້.
ຂ່າວ-ພາບ: ກອງຄຳ

ຄໍາເຫັນ