ຄວາມຄືບໜ້າການກໍ່ສ້າງເສັ້ນທາງຢູ່ສອງເມືອງ

ເຈົ້າແຂວງຄຳມ່ວນ ລົງຕິດຕາມຄວາມຄືບໜ້າການກໍ່ສ້າງເສັ້ນທາງຢູ່ສອງເມືອງ

ເຈົ້າແຂວງຄຳມ່ວນ ລົງຕິດຕາມຄວາມຄືບໜ້າການກໍ່ສ້າງເສັ້ນທາງຢູ່ສອງເມືອງ
ຫວ່າງບໍ່ດົນຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂອງແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຢູ່ເມືອງໜອງບົກ ແລະ ເມືອງເຊບັ້ງໄຟ.

ການລົງເຄື່ອນໄຫວຄັ້ງນີ້, ໄດ້ລົງຕິດຕາມໂຄງການປັບປຸງຍົກລະດັບທາງປູຢາງ 2 ຊັ້ນ ທາງເລກ 5512 ແຕ່ແຍກທາງ 11 ບ້ານດົງຂວາງ ຫາ ຫ້ວຍຫວາຍ ເມືອງໜອງບົກ (ຊ່ວງທີ 1) ມີຄວາມຍາວ 11,9 ກິໂລແມັດ, ກວ້າງ 7 ແມັດ, ປູຢາງຊັ້ນ 2 ກວ້າງ 6 ແມັດ, ຮັບເໝົາໂດຍ ບໍລິສັດ ພິນທອງ ກໍ່ສ້າງຂົວ-ທາງ ເຄຫາ ແລະ ຊົນລະປະທານຈໍາກັດຜູ້ດຽວ, ມູນຄ່າ 19 ຕື້ກວ່າກີບ, ເລີ່ມລົງມືກໍ່ສ້າງແຕ່ທ້າຍເດືອນ ທັນວາ 2024 ມີຄວາມຄືບໜ້າປະມານ 7%; ໂຄງການປັບປຸງຍົກລະດັບທາງປູຢາງ 2 ຊັ້ນ ທາງເລກ 5512 ແຕ່ ຫ້ວຍຫວາຍ ເມືອງໜອງບົກ ຫາ ທາງ13ໃຕ້ ເມືອງເຊບັ້ງໄຟ (ຊ່ວງທີ 2) ມີຄວາມຍາວ 11,45 ກິໂລແມັດ, ປູຢາງຊັ້ນ 1 ກວ້າງ 7 ແມັດ, ຊັ້ນ 2 ກວ້າງ 6 ແມັດ, ໂດຍແມ່ນບໍລິສັດ ເອັສເອັສ ສໍາຫຼວດອອກແບບກໍ່ສ້າງຂົວ-ທາງ ແລະ ຊົນລະປະທານຈໍາກັດ ເປັນຜູ້ຮັບເໝົາ, ມູນຄ່າ 18 ຕື້ກວ່າກີບ, ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ທັນວາ 2024ຮອດປັດຈຸບັນປະຕິບັດໄດ້ 30%; ຄາດຄະເນວ່າທັງສອງໂຄງການຈະສໍາເລັດພາຍໃນເດືອນ ມີຖຸນາ ປີ2025.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ໃນວັນທີ 24 ເມສາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເປົ້າໝາຍລົງສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ ຄັ້ງທີ VIII ຮອບທີ I,
ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ວັນທີ 24 ເມສານີ້ ທີ່ຫ້ອງປະຊຸມໃຫຍ່ທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ, ລາຍຮັບຈາກຊັບສິນຂອງລັດ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ໂດຍ:ວັນໄຊ ຕະວິນຍານ ໃນເມື່ອກ່ອນ, ທ່ານ ຄໍາຈັນ ໄຊສົມບັດ ມີຖິ່ນຖານຢູ່ນະຄອນຫຼວງວຽງຈັນ ໄດ້ເດີນທາງມານະຄອນປາກເຊ ແຂວງຈໍາປາສັກ ເພື່ອຊອກຊ່ອງທາງເຮັດທຸລະກິດ ກໍເລີຍໄດ້ສ້າງຄອບຄົວ ຢູ່ເມືອງໂຂງ ແຂວງຈໍາປາສັກ ຈຶ່ງເຮັດອາຊີບຄ້າ-ຂາຍ ພໍແຕ່ກຸ້ມກິນ, ນັບແຕ່ປີ 2016
ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ພິທີເປີດສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຊັບໝັ້ນຄົງ ຈຳກັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ສໍານັກງານໃຫຍ່ບ້ານໜອງໜ່ຽງເມືອງໄຊເຊດຖານະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວິສອນ ໄຊສົງຄາມ
ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ເຊັນສັນຍາຮ່ວມມືທາງຍຸດທະສາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການກະຈາຍສິນຄ້າ ແລະ ຍົກລະດັບປະສົບການຂອງຜູ້ບໍລິໂພກ ຜ່ານຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງ ໃນຮູບແບບການຮ່ວມມື ໄລຍະຍາວ
ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ພິທີມອບ-ຮັບເງິນນະໂຍບາຍອຸດໜູນເທື່ອດຽວຕໍ່ຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ ຕາມດຳລັດ 57/ລບ ໃນງວດ I ປະຈໍາປີ 2025 ຢູ່ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 23 ເມສາຜ່ານມາ ຢູ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ
ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາ ຄັ້ງທີ 9 ໄດ້ສໍາເລັດລົງໃນວັນທີ 23 ເມສາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ນາງ ປານີ ຈິດດາລາ ຄະນະບໍລິຫານງານສູນກາງຊາວໜຸ່ມ ເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ,
ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ໃນວັນທີ 23 ເມສາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ, ແຂວງຄຳມ່ວນ
ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ໃນວັນທີ 22 ເມສາຜ່ານມານີ້, ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ, ທ່ານ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ພ້ອມດ້ວຍປະທານກຸ່ມບໍສິສັດ ພົງສະຫວັນ ສາຂາ ແຂວງໄຊຍະບູລີ.
ເພີ່ມເຕີມ