ເຈົ້າແຂວງຄໍາມ່ວນ ຕ້ອນຮັບເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປລາວ

ເຈົ້າແຂວງຄໍາມ່ວນ ຕ້ອນຮັບເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປລາວ

ເຈົ້າແຂວງຄໍາມ່ວນ ຕ້ອນຮັບເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປລາວ
ວັນທີ 25 ມີຖຸນານີ້ ທີ່ຫ້ອງຮັບແຂກເຮືອນພັກເລກ 1, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດແຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ.
ເຈາແຂວງຄາມວນ ຕອນຮບເອກອກຄະລດຖະທດ ສປ ຈນ ປະຈາ ສປປລາວ - image 1
 

ທ່ານ ເອກອັກຄະລັດຖະທູດ ໄດ້ກ່າວຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ເພື່ອເກັບກຳຂໍ້ມູນສະພາບບັນດາໂຄງການຂອງນັກລົງທຶນຈີນ ທີ່ມາລົງທຶນ ຢູ່ແຂວງຄໍາມ່ວນ. ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງຄໍາມ່ວນ ໄດ້ສະແດງຄວາມຕ້ອນຮັບ ແລະ ຂອບໃຈ ມາຍັງ ທ່ານ ນາງ ຟາງຫົງ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຜ່ານມາ ພ້ອມນີ້, ຍັງໄດ້ລາຍງານໂດຍສັງເຂບ ທ່າແຮງການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ, ການພົວພັນຮ່ວມມືລະຫວ່າງແຂວງຄໍາມ່ວນ ແລະ ສປ ຈີນ ລວມເຖິງຜົນສໍາເລັດຂອງຄະນະຜູ້ແທນແຂວງຄໍາມ່ວນໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ເພື່ອດືງດູດການລົງທຶນ, ທັງໄດ້ປຶກສາຫາລື ແລກປ່ຽນຮ່ວມກັນເປັນຕົ້ນດ້ານການລົງທຶນຂົງເຂດພະລັງງານ ແລະ ບໍ່ແຮ່, ດ້ານກະສິກໍາ, ດ້ານວຽກງານສຶກສາ. ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງຄໍາມ່ວນ ໄດ້ສະເໜີມາຍັງ ທ່ານ ເອກອັກຄະລັດຖະທູດ ຊ່ວຍສະໜັບສະໜູນຊຸກຍູ້ຕື່ມບາງບໍລິສັດທີ່ລົງທຶນຢູ່ແຂວງຄໍາມ່ວນ ໃຫ້ເອົາໃຈໃສ່ປະຕິບັດລະບຽບຕາມສັນຍາຢ່າງເຂັ້ມງວດໃນການປົກປັກຮັກສາສະພາບແວດລ້ອມ; ຊຸກຍູ້ຕື່ມກ່ຽວກັບການຈະສ້າງຕັ້ງໂຮງງານຜະລິດປຸຍຢູ່ແຂວງຄໍາມ່ວນ ທີ່ລົງນາມໄປແລ້ວໄດ້ຮັບການຈັດຕັ້ງໂດຍໄວ ແລະ ການສົ່ງເສີມສ້າງຄວາມຮູ້, ຖ່າຍທອດບົດຮຽນດ້ານເຕັກນິກ, ປະສົບການໃຫ້ແຮງງານລາວ, ດ້ານສະຫວັດດີການໃນການຄຸ້ມຄອງພາຍໃນບໍລິສັດໃຫ້ມີຄຸນນະພາບ ແລະ ກວມແຮງງານລາວເປັນຈໍານວນຫຼາຍ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ໂອຢາຢາຊາ (Ms Oya YAZAR) ເອກອັກຄະລັດຖະທູດຕັວກກີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 11 ມິຖຸນານີ້ ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍໃນອະນາຄົດລະຫວ່າງ ລາວ-ຕັວກກີ. ​
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ໂດຍຕອບສະໜອງຕາມຄຳເຊີນຂອງພັກກອມມູນິດຫວຽດນາມ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາສາກົນ ໃນຫົວຂໍ້ “ການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນດາພັກການເມືອງອາຊີຕາເວັນອອກສ່ຽງໃຕ້ ເພື່ອຄວາມກົມກຽວ, ເຂັ້ມແຂງ ແລະ ເປັນເຈົ້າຕົນເອງຫຼາຍຂຶ້ນ ຂອງປະຊາຄົມອາຊຽນ” ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ພາຍໃຕ້ການເປັນເຈົ້າພາບ ຂອງພັກກອມມູນິດຫວຽດນາມ ແລະ ການເຂົ້າຮ່ວມຂອງ ບັນດາພັກການເມືອງປະເທດອາຊີຕາເວັນອອກສ່ຽງໃຕ້.
ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ທ່ານ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນວັນທີ 11 ມິຖຸນານີ້, ນຳໂດຍທ່ານ ກົວຈ້ຽນຜິງ ຄະນະບໍດີຄະນະກົດໝາຍ ມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນ ແຫ່ງການສົນທະນາອາລິ ຍະທໍາສາ ກົນ ຄັ້ງທີ II ຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ; ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ (ຄອສພ); ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 10 ມິຖຸນານີ້ ທີ່ ກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍລະຫວ່າງ ລາວ-ໄທ. ​
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ແທນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫວຽດນາມ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ແທນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫວຽດນາມ

ໃນວັນທີ 9 ມິຖຸນາຜ່ານມາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນຕີ ເຈິນ ຫງອກ ກວຽນ ຫົວໜ້າການເມືອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ ສໍານັກງານກວດສອບແຫ່ງຊາດ  ມົງໂກລີ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ ສໍານັກງານກວດສອບແຫ່ງຊາດ ມົງໂກລີ

ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບສໍານັກງານກວດສອບແຫ່ງຊາດ ມົງໂກລີ ໃນລະຫວ່າງວັນທີ 8-9 ມິຖຸນາ2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສໍານັກງານກວດສອບແຫ່ງຊາດມົງໂກລີ ນະຄອນຫຼວງອູລານບາຕໍ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ມັກໄນຊູເຣນ ຊັນດັກ ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ.
ທູດຈີນຖະແຫຼງຜົນສໍາເລັດຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ພັກປປ ລາວ

ທູດຈີນຖະແຫຼງຜົນສໍາເລັດຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ພັກປປ ລາວ

ສະຫາຍນາງ ຟາງຫົງ ເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ-ຈີນກ່ຽວກັບໝາກຜົນການຢ້ຽມຢາມ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ໃນວັນທີ 10 ມິຖຸນານີ້ ທີ່ສະຖານທູດຈີນ ຊຶ່ງໄດ້ຍົກໃຫ້ເຫັນ ຜົນສໍາເລັດ ຂອງການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລະຫວ່າງ ວັນທີ 2-6 ມິຖຸນານີ້.
ເທດສະການຮູບເງົາດີເດັ່ນ ລາວ-ຈີນ: ຂົວຕໍ່ຮຽນຮູ້ການພັດທະນາຂອງຈີນ ເພື່ອເປັນບົດຮຽນໃຫ້ແກ່ການພັດທະນາຂອງລາວ ໂດຍສະເພາະການແກ້ໄຂຄວາມທຸກຍາກ

ເທດສະການຮູບເງົາດີເດັ່ນ ລາວ-ຈີນ: ຂົວຕໍ່ຮຽນຮູ້ການພັດທະນາຂອງຈີນ ເພື່ອເປັນບົດຮຽນໃຫ້ແກ່ການພັດທະນາຂອງລາວ ໂດຍສະເພາະການແກ້ໄຂຄວາມທຸກຍາກ

ໜຶ່ງ​ໃນ​ກິດຈະກຳ​ຂອງ​ການ ເຄື່ອນໄຫວ​ວຽກ​ງານ​ຂອງ​ວິ​ທະ​ຍຸ​-​ໂທລະພາບ​ສູນ​ກາງຈີນ ປະ ​ຈຳລາວ​ແມ່ນ​ການ​ຈັດ​ງານ​ເທດ ສະການ​ຮູບເງົາ​ດີເດັ່ນ ລາວ​-​ຈີນ​ທີ່​ໄດ້​ຮ່ວມ​ກັບ​ກົມ​ຮູບເງົາ​ ກະ ຊວງ​ຖະແຫຼງ​ຂ່າວ, ວັດທະນະ ທຳ​ ແລະ ​ທ່ອງ​ທ່ຽວ​ໃນ​ເມື່ອ​ກ່ອນ​ກໍ​ຄື​ກະຊວງ​ວັດທະນະທຳ​ ແລະ ​ການທ່ອງທ່ຽວ​ໃນ​ປັດຈຸບັນ, ສົມ ທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ​ທັງ​ຢູ່​ສູນ​ກາງ ​ແລະ​ ທ້ອງຖິ່ນ ໂດຍ​ມີຈຸດປະສົງ​ນຳ​ເອົາ​ຮູບເງົາ​ຈີນ ​ດີເດັ່ນ​ທີ່​ພາກ​ພາສາລາວ​ເດີນ​ສາຍ​ໃຫ້​ປະຊາຊົນລາວບັນດາ ເຜົ່າ​ທັງ​ໃນ​ຕົວ​ເມືອງ​ ແລະ ຊົນນະບົດ​ເຂດ​ຫ່າງ​ໄກ​ສອກຫຼີກແຕ່​ ເໜືອ​ຮອດ​ໃຕ້​ສຸດ​ຂອງ​ປະເທດ​ລາວ​ໄດ້​ຮັບ​ຊົມ​ຮູບເງົາ​ຢ່າງ​ເບີກ ບານ​ມ່ວນ​ຊ່ືນ​ມີ​ຊີວິດ​ຊີ​ວາ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ

ໃນວັນທີ 8-9 ມິຖຸນານີ້ ທີ່ ມະນິລາ ປະເທດ ຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ. ກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ຜູ້ຕາງໜ້າຈາກອາຊຽນ, ປະເທດບວກສາມ, ປະເທດຜູ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ຮອງເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ເພີ່ມເຕີມ